ຊາວໄທລູກນໍ້າຂອງ ຈັດຊຸມນຸມ

ຊາວໄທ ລູກແມ່ນໍ້າຂອງ ເຕົ້າໂຮມກັນ ຈັດງານ ຄັດຄ້ານ ເຂື່ອນ ໄຊຍະບູຣີ ຂອງລາວ ໃນວັນທີ 25-26 ກັນຍາ ທີ່ ແຂວງອຸບົນ.
ມະນີຈັນ
2012.09.25
F-Thai-riparian4 ຊາວໄທທີ່ມາ ເຕົ້າໂຮມກັນ ຈັດງານຄັດຄ້ານ ເຂື່ອນ ໄຊຍະບູຣີ ຂອງລາວ ໃນວັນທີ 25-26 ກັນຍາ ທີ່ແຂວງອຸບົນ.
RFA/Manichanh

ທີ່ແຂວງອຸບົນ ປະເທດໄທ ຊາວບ້ານ ເຄືອຂ່າຍ ສະພາ ອົງກອນຊຸມຊົນ ຕໍາບົນ ແມ່ນໍ້າຂອງ 7 ແຂວງ ພາກອິສານ ຮ່ວມກັບອົງການ ດ້ານ ສິ່ງແວດລ້ອມ ຕ່າງໆ ຈັດການ ປະຊຸມເຣື່ອງ “ເຂື່ອນ ແມ່ນໍ້າຂອງ ແລະ ການປ່ຽນແປງ ສະພາບ ພູມີອາກາດ ຜົນກະທົບ ຕໍ່ເສຖກິດ ແລະ ສັກກາຍພາບ ການປັບຕົວ ຂອງຊຸມຊົນ ແມ່ນໍ້າຂອງ” ເພື່ອນໍາສເນີ ຂໍ້ມູລ ຜົນກະທົບ ທີ່ຄົນແຄມຝັ່ງ ແມ່ນໍ້າຂອງ ໄດ້ຮັບຈາກ ການສ້າງເຂື່ອນ ແມ່ນໍ້າຂອງ ໃນປະເທດຈີນ. ຕາມຄໍາເວົ້າ ຂອງ ທ່ານ ອິດທິພົນ ຄໍາສຸກ ຕົວແທນ ເຄືອຂ່າຍ:

"ໃນວັນທີ 25-26 ກັນຍາ ນີ້ ທີ່ແຂວງອຸບົນ ເຄືອຂ່າຍ ພາກປະຊາຊົນ ອິສານເຮົາ ມາຮວມຕົວກັນ ເພື່ອຍື່ນຂໍ້ສເນີ ຖແລງການຮຽກຮ້ອງ ເຖິງຣັຖບານ ໃນກໍຣະນີ ເຂື່ອນໄຟຟ້າ ໄຊຍະບູຣີ".

ທ່ານເວົ້າຕໍ່ອີກວ່າ ຊາວໄທ ແຄມຝັ່ງ ແມ່ນໍ້າຂອງ ໄດ້ສຶກສາ ແລະ ເກັບຂໍ້ມູນ ດ້ານຜົນກະທົບ ຕ່າງໆທີ່ເກີດຂຶ້ນ ຫລັງຈາກທີ່ມີການ ກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນເທິງ ເພື່ອນໍາສເນີຕໍ່ ສາທາຣະນະຊົນ ແລະ ຊື່ມວນຊົນ ເພື່ອໃຫ້ ປະຊາຊົນ ຜູ້ມີອໍານາດ ແລະ ມີສ່ວນກ່ຽວຂ້ອງ ກັບໂຄງການ ນັ້ນໄດ້ຮູ້ເຖິງ ຜົນກະທົບ ຈາກການສ້າງເຂື່ອນ ທີ່ ປະຊາຊົນ ທ້ອງຖີ່ນ ໄດ້ຮັບ.

ຂໍ້ມູນທີ່ຈະນໍາສເນີ ໃນ 2 ວັນນີ້ ກໍເຮື່ອງຄວາມ ເດືອດຮ້ອນ ທີ່ປະຊາຊົນ ແຄມຝັ່ງ ແມ່ນໍ້າຂອງ ໄດ້ຮັບຈາກ ຣະດັບນໍ້າຂຶ້ນລົງ ຜິດປົກກະຕິ. ຣະດູແລ້ງ ນໍ້າໜ້ອຍ ຜິດປົກກະຕິ ຣະດູຝົນ ນໍ້າຖ້ວມ ດິນເຈື່ອນ ເຮັດໃຫ້ພື້ນທີ່ ປູກຝັງ ຮວມເຖິງ ປາໃນນໍ້າຂອງ ມີໜ້ອຍລົງ ຊຶ່ງສົ່ງຜົນກະທົບ ຕໍ່ຊາວປະມົງ ແລະ ຮ້ານອາຫານ. ການປ່ຽນແປງຕ່າງໆ ສົ່ງຜົນ ກະທົບ ຕໍ່ເສຖກິດ ສັງຄົມ ແລະ ວັທນະທັມ.

ເຄືອຂ່າຍ ປະຊາຊົນ ເນັ້ນໜັກວ່າ ຈະບໍ່ຍອມຢຸດ ການເຄື່ອນໄຫວ ຄັດຄ້ານ ການສ້າງເຂື່ອນ ເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.