ນັກວິທຍາສາຕຄົ້ນຄວ້າ ຢາແກ້ມະລາເຣັຽ

ຄນະນັກວິຊາກາຣ ທາງກາຣແພທ ແລະ ນັກວິທຍາສາຕ ຈາກທົ່ວໂລກ ເຂົ້າຮ່ວມ ກອງປະຊຸມ ມື້ທໍາອິດ ຢູ່ກຸງວໍຊິງຕັນ ໃນວັນອັງຄາຣ ທີ 28 ກັນຍາ ນີ້.
ຫວາດ ສີມູນ
2010.09.29

ກົດຟັງສຽງ

ຈຸດປະສົງ ຂອງ ກອງປະຊຸມ ກໍເພື່ອ ພິຈາຣະນາ ແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບຄວາມ ຄືບໜ້າ ໃນດ້ານກາຣຜລິຕ ຢາວັກຊີນ ຕ້ານເຊື້ອພຍາທ ໄຂ້ປ່າ ມະລາເຣັຽ ຊຶ່ງແຕ່ລະຄົນ ຕ່າງກໍມີຄວາມ ດີໃຈທີ່ຈະໄດ້ ຮັບຂ່າວດີ.

Mme Gwynne Oosterbaan ຮອງປະທານ ຄນະທີ່ປຶກສາ ຂອງອົງກາຣ ຍຸທສາຕກາຣແພທສາກົລ ວ່າ ທາງບໍຣິສັທ GlaxoSmithKline ແລະ PATH Malaria Vaccine Initiative ທີ່ໄດ້ຮັບທຶນ ກາຣຊ່ວຍເຫລືອ ຈາກມູລນິທິ ທ່ານ Bill Gates ແລະ ພັລຍາ Melinda ຄົ້ນພົບຢາທີ່ມີ ຕົວອັກສອນຫຍໍ້ ເປັນພາສາອັງກິດ ວ່າ "RTS" ສຳຫລັບປາບປາມ ແລະປ້ອງກັນ ພຍາທໄຂ້ຍຸງ ແລະ ກຳລັງມີກາຣ ໃຊ້ທົດລອງຢູ່ ໃນເຂຕປະເທສ ອັຟຣີກາເຊັ່ນ: Burkina Faso, Gabon, Ghana, Kenya, Malawi, Mozambique ແລະ Tanzania.

Mme Oosterbaan ໄດ້ແຈ້ງເພີ່ມວ່າ ກາຣທົດລອງ ສູຕຢາ ດັ່ງກ່າວ ໄດ້ເຣີ່ມແຕ່ ປີ 2008 ເປັນຕົ້ນມາ ໂດຽມີກາຣ ສະແດງໃຫ້ເຫັນວ່າ ໄດ້ຜົລສຳເຣັຈ ກວ່າ 53% ໃນກຸ່ມເດັກນ້ອຍ ເກີດໃໝ່ ຊຶ່ງກໍເປັນກຸ່ມ ທີ່ມີຄວາມສ່ຽງ ຫລາຍທີ່ສຸດ.

ຢ່າງໃດກໍຕາມ ເຊື້ອພຍາທ ໄຂ້ມະລາເຣັຽ ດັ່ງກ່າວ ໄດ້ເຮັດໃຫ້ມີ ຜູ້ຄົນ ເສັຽຊີວີຕ ໄປຍ້ອນໃນແຕ່ ລະປີ ບໍ່ຕໍ່າກວ່າ 900,000 ຄົນໃນທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.