ໂຄງການເຂື່ອນແມ່ນໍ້າຂອງ ຂື້ນສູ່ສະພາສູງ

ຜົນກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ປາກົດວ່າ ຈະມີຢ່າງ ຫລວງຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ຣະບົບນິເວດ ຮວມທັງ ປູປານານໍ້າ ຊນິດຕ່າງໆ ແລະ ກໍເປັນບັນຫາ ສໍາຄັນ ຊຶ່ງໄດ້ນໍາຂຶ້ນ ອະພິປາຍ ຢູ່ສະພາສູງ ສະຫະຣັຖ ໃນກຸງ Washington DC ເມື່ອວັນທີ 24 ກັນຍາ ນີ້.
ຈໍາປາທອງ
2010.09.29

ກົດຟັງສຽງ

ທຸກຄັ້ງ ທີ່ເວົ້າເຖິງ ແມ່ນໍ້າຂອງ ກໍຈະຫລີກບໍ່ໄດ້ ທີ່ຈະເວົ້າເຖິງ ບັນຫາການ ສ້າງເຂື່ອນໄຟຟ້າ ໃສ່ທັງ ແມ່ນໍ້າຂອງ ທີ່ເປັນ ແມ່ນ້ຳສາຍຫລັກ ແລະ ລຳນໍ້າທີ່ເປັນ ສາຂາ. ເວົ້າເຖິງຜົນ ກະທົບ ທີ່ມີຕໍ່ ຣະບົບນິເວດ ຮວມທັງໝູ່ປາ ຊນິດຕ່າງໆ ທີ່ຫລາກຫລາຍ ໃນແມ່ນໍ້າ ການປະມົງ ການປູກຝັງ ແລະ ຕໍ່ວິຖີຊີວິດ ຂອງປະຊາຊົນ ຫລາຍສິບລ້ານຄົນ ນໍາດ້ວຍ.

ໂດຍທົ່ວໄປ ແມ່ນໍ້າຂອງ ມັກຈະເອີ້ນກັນວ່າເປັນ ແມ່ຂອງແມ່ນໍ້າ ທັງໝົດ ຊຶ່ງມີບໍ່ເກີດ ແລະເລີ່ມໄຫລ ລົງມາຈາກ ພູທິເບດ ຜ່ານດິນແດນຈີນ, ພະມ່າ, ລາວ, ໄທ, ກຳພູຊາ ເຖິງປາກແບ່ງ ແມ່ນໍ້າຂອງ ຂອງວຽດນາມ ກ່ອນຈະໄຫລ ລົງສູ່ ທະເລຈີນໃຕ້. ແມ່ນ້ຳຂອງ ເປັນແມ່ນໍ້າ ສາຍຍາວທີ່ສຸດ ອັນດັບທີ 12 ຂອງໂລກ.  ແມ່ນໍ້າຂອງ ຕອນລຸ່ມ ເປັນແຫລ່ງທີ່ມາ ຂອງນໍ້າ, ອາຫານ ແລະ ໂອກາດທາງດ້ານ ເສຖກິດ ສໍາລັບ ປະຊາຊົນ ຫລາຍກວ່າ 60 ລ້ານຄົນ.

ນັ້ນຄືຄຳເວົ້າ ຕອນນຶ່ງຂອງ ທ່ານ Jim Webb ສະມາຊິກ ສະພາສູງ ສະຫະຣັດ ອະເມຣິກາ ໃນຕອນໄຂເວທີ ອະພິປາຍ ກ່ຽວກັບບັນຫາ ແມ່ນໍ້າຂອງ ທີ່ສະພາສູງ ສະຫະຣັດ ຢູ່ກຸງ Washington DC ເມື່ອວັນສຸກ ວັນທີ 24 ກັນຍາ ທີ່ຫາກໍຜ່ານ ມານີ້.

ນຶ່ງໃນຈຳນວນ ຜູ້ກ່າວຄຳເຫັນ ຫລາຍທ່ານ ຢູ່ໃນເວທີ ອະພີປາຍ ນັ້ນ ກໍແມ່ນຍານາງ Dekila Chungyapa ຜູ້ອໍານວຍການ ໂຄງການເຂດ ລຸ່ມແມ່ນໍ້າຂອງ ຂອງກອງທຶນ ເພື່ອສັດປ່າໂລກ WWF ຊຶ່ງເຮັດວຽກ ໃນເຂດ ແມ່ນໍ້າຂອງ ມາເປັນເວລາ ນານເກືອບ 30 ປີ ແລ້ວນັ້ນ ກໍໄດ້ກ່າວເຖິງ ຄວາມອຸດົມ ສົມບູນ ຂອງ ຊີວະນາໆພັນ ທີ່ຫລາກຫລາຍ ໃນເຂດ ແມ່ນໍ້າຂອງວ່າ:

"ຍານາງວ່າ ພຽງເວລາ 10 ປີ ຄືແຕ່ປີ 1997 ຫາປີ 2007  ມີການຄົ້ນພົບ ໝູ່ປາ ແລະພືດພັນ ຫລາຍກວ່າ 1,000 ຊນິດ".

ແລະວ່າ ແມ່ນໍ້າຂອງ ເປັນເຂດທີ່ມີ ຄວາມຫລາກຫລາຍ ທີ່ສຸດທາງ ດ້ານນິເວດ ຄືເປັນອັນດັບ ສອງໃນໂລກ, ມີປາຫລາຍກວ່າ 1300 ຊນິດ. ແລະກໍເປັນ ເຮືອນຮັງຂອງ ປານ້ຳຈືດ ຊນິດທີ່ໃຫຍ່ ທີ່ສຸດ 4 ຊນິດ ຮວມທັງປາບຶກ ທີ່ມີຄວາມຍາວ ຮອດ 9 feet ຫລືປະມານ 3 ແມັດ. ຖືໄດ້ວ່າ ແມ່ນໍ້າຂອງ ເປັນແຫລ່ງຫາປາ ໃຫຍ່ທີ່ສຸດ ຄືມີເຖິງ 25% ຂອງປາ ທີ່ຈັບໄດ້ໃນ ນໍ້າຈືດ ຢູ່ໃນໂລກ, ໃນແຕ່ລະປີ ຕົກເປັນ ຣາຄາເຖິງ 7,000 ລ້ານໂດລາ ສະຫະຣັຖ  ແລະ ກໍເປັນແຫລ່ງ ທີ່ມາຂອງທາດ protein ທີ່ສໍາຄັນ ສໍາລັບ ຜູ້ຄົນ 60 ລ້ານຄົນ ທີ່ອາໄສຢູ່ ຂົງເຂດນີ້. ເວົ້າງ່າຍໆ ກໍຄືວ່າ ແມ່ນໍ້າຂອງ ບໍ່ເປັນພຽງ ເສັ້ນທາງນໍ້າ ເທົ່ານັ້ນ ແຕ່ຫາກເປັນເຂດ ທີ່ມີເອກລັກ ເປັນຂອງຕົວເອງ ບໍ່ວ່າຈະເປັນເລື່ອງ ຊນິດສັດນໍ້າ ເປັນປາ ຣະບົບນິເວດ ທີ່ມີຊີວິດ ອັນອຸດົມສົມບູນ ແລະບໍ່ທັນມີ ການປ່ຽນແປງ ຫລາຍ ຖ້າປຽບທຽບໃສ່ ແມ່ນໍ້າສາຍ ທີ່ຍາວທີ່ສຸດ ອື່ນໆຂອງໂລກ.

ແຕ່ເຖິງແນວໃດ ກໍດີ ຄວາມເປັນ ເອກກະລັກ ຂອງຕົວເອງ ດັ່ງກ່າວມານັ້ນ ອາຈຈະ ປ່ຽນແປງໄປ ແລະຈະບໍ່ມີ ໃຫ້ເຫັນອີກ ຕໍ່ໄປ ໃນອະນາຄົດ ຊຶ່ງສ່ວນນຶ່ງ ກໍອາດເປັນຍ້ອນ ຜົນກະທົບ ມາຈາກການ ປ່ຽນແປງຂອງ ດິນຟ້າອາກາດ ອັນຮວມທັງ ໃນເຂດປາກແບ່ງ ຂອງ ສປປລາວ, ປະຣິມານ ນ້ຳຫລຸດໜ້ອຍລົງ ແລະ ຄຸນນະພາບ ນ້ຳເຊື່ອມໂຊມ ອັນເຮັດໃຫ້ມີ ຄວາມສ່ຽງຕໍ່ ສະພາບເສຖກິດ ແລະຄວາມບໍ່ໝັ້ນຄົງ ທາງດ້ານການເມືອງ ໃນຕົວຂອງມັນເອງ ແລະ ໄພຂົ່ມຂູ່ ເຂດແມ່ນໍ້າຂອງ ອັນຮ້າຍແຮງ ທີ່ສຸດນັ້ນ ແມ່ນການສ້າງເຂື່ອນ ໄຟຟ້າ ຂະໜາດໃຫຍ່ ໃສ່ລໍານໍ້າຂອງ ຊຶ່ງເປັນແມ່ນ້ຳ ສາຍຫລັກ. ຍານາງ Dekila Chungyapa ເວົ້າວ່າ:

"in upper MK mainstream –China has completed building … ຍານາງວ່າ ໃນແມ່ນໍ້າຂອງ ຕອນເທິງ ຈີນ ໄດ້ສ້າງເຂື່ອນ ແລ້ວ 4 ເຂື່ອນ ໂດຍມີເຂື່ອນ Shiaowan ເປັນເຂື່ອນທີ່ ໃຫຍ່ກວ່າ ທັງອີກສາມ ເຂື່ອນນັ້ນ ມີອ່າງເກັບກັກ ນໍ້າໄດ້ ຫລາຍເຖິງ 15,000 ລ້ານແມັດກຸບ. ແລະດຽວນີ້ ກໍາລັງສ້າງເຂື່ອນ ທີ່ມີອ່າງເກັບ ນໍ້າໄດ້ ໃຫຍ່ກວ່ານັ້ນອີກ  ອັນເຮັດໃຫ້ຈີນ ໄດ້ປຽບ ບັນດາປະເທດ ທີ່ຢູ່ໃຕ້ລົງມາ".

ສ່ວນ 11 ເຂື່ອນໃນເຂດ ບັນດາປະເທດ ຕອນລຸ່ມແມ່ນໍ້າຂອງ ຂນະນີ້ ກໍຢູ່ໃນຂັ້ນຕອນ ຂອງການພັທນາ ທີ່ແຕກຕ່າງກັນ. ເວົ້າສະເພາະ ການສ້າງເຂື່ອນ ໄຊຍະບູລີ ໃນພາກເໜືອ ຂອງລາວນັ້ນ ເມື່ອບໍ່ນານ ມານີ້ ຣັຖບານ ສປປ ລາວ ກໍໄດ້ແຈ້ງໄປຍັງ ຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ແລ້ວ ແລະ ກໍປາກົດ ວ່າ ເຂື່ອນໄຊຍະບູລີ ຈະເປັນເຂື່ອນ ທໍາອິດ ທີ່ຈະສ້າງ ໃສ່ແມ່ນໍ້າຂອງ ຂອງລາວ. ໃນແມ່ນໍ້າຂອງ ປາຊນິດຕ່າງໆ ເກືອບ 50% ເປັນປາຍ້າຍຖິ່ນ ລອຍຂຶ້ນລົງ ໃນລະຍະທາງໄກ ຕາມຣະດູການ. ຖ້າມີການສ້າງເຂື່ອນ ຕັນທາງທຽວ ຕາມທັມມະຊາດ ຂອງມັນແລ້ວ ກໍຈະເປັນ ໄພອັນຕະລາຍ ຕໍ່ຊີວິດຂອງ ປາເຫລົ່ານັ້ນ.   ຍານາງ ກ່າວຕື່ມອີກວ່າ:

"ຍານາງວ່າ ເຖິງແມ່ນ ສ້າງພຽງເຂື່ອນດຽວ ເຊັ່ນເຂື່ອນ ໄຊຍະບູລີ ກໍຈະເຮັດໃຫ້ ປາທັມມະຊາດ ໃນແມ່ນໍ້າຂອງ ຫຼາຍຊນິດ ຮວມທັງປາບຶກ ສູນພັນໄປໄດ້".

ນອກຈາກນັ້ນແລ້ວ ເຂື່ອນຈະເຮັດໃຫ້ ນໍ້າຖ້ວມເຂດ ຊີວະນາໆພັນ ເຂດປ່າສະຫງວນ ແລະ ມີເຂດດິນທາມ ເພີ່ມຂຶ້ນ ຊຶ່ງຈະກະທົບໃສ່ ສັດນໍ້າ ແລະພືດພັນນໍ້າ.  ແລະສວນຜັກ ແຄມແມ່ນໍ້າຂອງ ຫລາຍກວ່າເຄິ່ງ ກໍຈະບໍ່ມີ ອີກຕໍ່ໄປ ແລະ ຈະເຮັດໃຫ້ ປະຊາຊົນ ສູນເສັຽລາຍໄດ້ ຣະຫວ່າງ 18 ລ້ານຫາ 57 ລ້ານໂດລາ ຕໍ່ປີ.  ພ້ອມດຽວກັນນັ້ນ ກໍຈະມີຜົນ ກະທົບໃສ່ ຄວາມຕ້ອງການ ທາງດ້ານອາຫານ ເມື່ອພືດຜັກ ທີ່ຊາວບ້ານ ບໍຣິໂພກນັ້ນ ຫລຸດລົງ.

ສ່ວນຍານາງ ອາວີວາ ອີມຮອຟ ຈາກອົງການ ເຄືອຂ່າຍ ແມ່ນໍ້າສາກົນ ກໍກ່າວວ່າ:

"ຍານາງວ່າ ຍ້ອນຜົນກະທົບ ທີ່ມີຢ່າງ ໃຫຍ່ຫລວງ ຈາກການສ້າງ ເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ດັ່ງວ່າ ທາງທີມງານ ຂອງອົງການ SCA ຈຶ່ງໄດ້ຂຽນຣາຍງານ ຂັ້ນສຸດທ້າຍ ຂອງຕົນ ພາຍຫລັງທີ່ ໄດ້ລົງສຶກສາ ຜົນກະທົບ ຈາກການສ້າງເຂື່ອນ ເປັນເວລາ 15 ເດືອນ ໂດຍສະເນີ ໃຫ້ມີການໂຈະ ການສ້າງເຂື່ອນ ໃສ່ແມ່ນໍ້າ ຂອງ ຕາມແຜນການ ຢ່າງໜ້ອຍ 10 ປີ ຂນະທີ່ມີ ການສຶກສາ ທົດລອງທາງເລືອກ ອື່ນເພື່ອຜລິດ ພະລັງງານ ຈາກແມ່ນໍ້າຂອງ ນອກຈາກການ ສ້າງເຂື່ອນ". 

ໃນຂນະດຽວກັນ ກໍສຶກສາ ບັນຫານິເວດ ສະພາບແວດລ້ອມ ໃຫ້ດີຂຶ້ນ ໃນເຂດ ອ່າງແມ່ນໍ້າຂອງ ທີ່ມີແນວໂນ້ມ ວ່າ ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງເຂື່ອນໃສ່ ນັ້ນ.

ຕາມຄໍາເວົ້າຂອງ ຍານາງ ອາວີວາ ອີມຮອຟ ປາກົດວ່າ ທາງຄນະ ກັມມະການ ແມ່ນ້ຳຂອງ ຈະພິຈາຣະນາ ເຫັນພ້ອມນໍາ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໃນແຂວງ ໄຊຍະບູລີ ພາຍໃນ 6 ເດືອນນີ້ ໂດຍທີ່ຈະບໍ່ ຟັງຄໍາສເນີ ຂອງອົງການ SCA ແຕ່ຢ່າງໃດ. ຍານາງ ອິມຮອບ ໄດ້ກ່າວໂດຍ ປຽບທຽບໃສ່ ກໍຣະນີ ທີ່ວ່າ ເມື່ອກວດພົບຄົນ ເປັນໂຣກມະເຮັງ ແລ້ວບໍ່ໃຫ້ ຄວາມສໍາຄັນ ໃນການປີ່ນປົວ.

ຣາຍງານ ຂອງອົງການ SCA ຍັງບໍ່ມີການ ເຜີຍແພ່ໃຫ້ ສາທາຣະນະຊົນ ຮູ້ ແລະກໍຍັງບໍ່ທັນ ໄດ້ແປເປັນ ພາສາລາວ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.