ເຣື້ອງທີ່ເກັບບັນທຶກໄວ້
2022-07-31
ຣັຖບານລາວ ປະກາດປະຕິຮູບ ຣັຖວິສາຫະກິຈ ທັງໝົດ, ແຕ່ເນັ້ນໃສ່ ຣັຖວິສາຫະກິຈ ໄຟຟ້າລາວ ກ່ອນໝູ່ ຍ້ອນວ່າ ມີໜີ້ສິນຄຸມເຄືອ, ສະສົມມາຫຼາຍປີ ແລະ ເປັນໜີ້ສູງ ກວມເອົາໜີ້ 30% ທັງໝົດໜີ້ສິນ ຂອງປະເທດ.
2022-07-31
ຈີນລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ເຮັດໃຫ້ປະຊາຊົນ ກັງວົນ, ສະຫະປະຊາຊາຕ ຖາມຫາ ສິທຜົລປໂຍດ ຂອງຜູ້ປະສົບພັຍ ເຂື່ອນແຕກ, ໂຮງໝໍ 103 ກອງທັບ ຫ້າມ ແພດ-ໝໍ ຮັບເງິນ ຈາກຄົນເຈັບ.
2022-07-30
ທາງການວຽດນາມ ຍັງບໍ່ທັນປ່ອຍປະຊາຊົນ ທີ່ທໍາການປະທ້ວງ ຕາມຖນົນ ຢູ່ແຂວງ ເຢ ອັ໋ນ (Nghe An) ເພື່ອຜົລປໂຍດ ຂອງພວກຕົນ ໃນລະຫວ່າງ ກາງເດືອນກໍຣະກະດານີ້.
2022-07-30
ບັນດາແຟນເພງ ແລະ ສິລປິນ ໄວ້ອາລັຍ ເຈົ້າຂອງ ສຽງເພງອະມະຕະ “ເພັດໃນຕົມ”, ທ່ານ ພອນເທພ ເທພພິທັກສ໌, ທີ່ໄດ້ເຖິງແກ່ກັມ ໃນວັນທີ 28 ກໍຣະກະດາ ປີ 2022, ຊຶ່ງພິທີ ຊາປະນະກິດສົບ ຈັດຂຶ້ນ ໃນວັນເສົາ ທີ 30 ກໍຣະກະດາ.
2022-07-29
ທາງການລາວ ເຈຣະຈາ ຊື້ນ້ຳມນັນເຊື້ອເພີງ ຈາກຣາຊອານາຈັກ ຊາອຸດິ ອາຣາເບັ້ຽ ຊຶງເປັນພຽງຂັ້ນຕອນ ການພົວພັນ ເຖິງຄວາມເປັນໄປໄດ້ເທົ່າ ແຕ່ຖ້າຫາກ ການເຈຣະຈາສຳເຣັດ ກໍຈະເຮັດໃຫ້ປະເທດລາວ ສາມາດນຳເຂົ້ານ້ຳມັນ ຂະນະທີ່ການຂົນສົ່ງ ຄືອຸປສັກທີ່ສຳຄັນ.
2022-07-29
ການອອກໃບຕາດິນ ກາຍເປັນບັນຫາ ທີ່ແກ່ຍາວ ແລະຍາກທີ່ຈະແກ້ໄຂ ເພາະວ່າ ເຈົ້າໜ້າທີ່ຣັຖບາງຄົນ ຮັບເງິນເພີ່ມ ເພື່ອແລ່ນເອກສານ ໃຫ້ຜູ້ທີ່ຢາກໄດ້ໄວ ຈຶ່ງເກີດຄວາມຫຼ້າຊ້າ ໃນລະບົບ ໂດຍສະເພາະ ຜູ້ທີ່ບໍ່ມີເງິນຈ່າຍພິເສດ ຈະຖືກແກ່ຍາວ ເປັນເວລາຫຼາຍເດືອນ.
2022-07-29
ນາງ ພອນທິບ ໄຊປັນຍາ ອາຍຸ 30 ປີ ຫຼື ເຈ້ທິບ ຊຶ່ງເປັນຜູ້ຕ້ອງຫາ ໃນຄະດີ ສໍ້ໂກງຊັພພົລເມືອງ ພ້ອມດ້ວຍ ທ້າວ ອານຸສິດ ພຸດທະວົງ ອາຍຸ 34 ຜູ້ເປັນສາມີ ຖືກເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ຂອງໄທຍ ເຂົ້າຈັບກຸມໄດ້ ຢູ່ທີ່ແຂວງປະທຸມທານີ ປະເທດໄທຍ ໃນວັນທີ 29 ກໍຣະກະດານີ້.
2022-07-29
ນັກຮຽນທີ່ສອບເສັງເຂົ້າ ມະຫາວິທຍາລັຍ ເລືອກວິຊາພາສາຈີນ ເປັນອັນດັບນຶ່ງ ດ້ວຍຫວັງວ່າ ເມື່ອຮຽນຈົບມາແລ້ວ ຈະສາມາດຊອກວຽກເຮັດ ງານທຳ ໄດ້ງ່າຍກວ່າວິຊາອື່ນ ເພາະການລົງທຶນ ຂອງຈີນໃນ ສປປ ລາວ ຖືວ່າຫຼາຍທີ່ສຸດ.
2022-07-28
ເຈົ້າໜ້າທີ່ ແຂວງໄຊຍະບູຣີ ປະຕິເສດຄໍາກ່າວອ້າງ ຂອງສື່ສັງຄົມອອນລາຍນ໌ວ່າ ມີການລັກຕັດໄມ້ ຢູ່ເຂດຂຸນນໍ້າພຽງ ເມືອງພຽງ ແຂວງໄຊຍະບູຣີ ໂດຍມີພະນັກງານ ຣັຖຮູ້ເຫັນເປັນ ໃຈນໍານັ້ນ, ແຕ່ກໍຮັບວ່າ ເຄີຍມີເຫດການ ໃນໄລຍະຜ່ານມາ.
2022-07-28
ທີ່ດິນໃກ້ໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ບໍຣິຄຳໄຊ-ບຶງການ ດຶງດູດຄວາມສົນໃຈ ຂອງນັກທຸຣະກິຈ ແລະ ນັກລົງທຶນ ຊາວວຽດນາມ ຊຶ່ງກໍມີຊາວບ້ານ ຈຳນວນນຶ່ງ ໄດ້ຕິດປະກາດ ຂາຍດິນແລ້ວ.
2022-07-28
ສນາມບິນໜອງຄ້າງ ທີ່ຍັງສ້າງບໍ່ສຳເຣັດ ຖືກຖິ້ມປະໄວ້ ໄລຍະນຶ່ງ ໄດ້ກັບຄືນມາ ເຣີ່ມການກໍ່ສ້າງອີກ ຊຶ່ງແມ່ນບໍຣິສັດ ຮອງແອງ ອັດຕະປື ຂອງວຽດນາມ, ຂະນະທີ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຍັງບໍ່ທັນໄດ້ຄ່າຊົດເຊີຍ ນັບຕັ້ງແຕ່ເຣີ່ມ ໂຄງການນີ້ ໃນປີ 2013.
2022-07-28
ອົງການ ສະຫະປະຊາຊາຕ ເພື່ອການພັທນາ ປະຈໍາລາວ ລະບຸວ່າ ແມ່ຍິງຫຼາຍກວ່າ 30% ແລະ ສ່ວນໃຫຍ່ ເປັນແມ່ຍິງຊົນເຜົ່າ ປະເຊີນບັນຫາ ຄວາມຮຸນແຮງ ໃນຄອບຄົວ, ແຕ່ມີພຽງ 2% ເທົ່ານັ້ນ ທີ່ແຈ້ງຕໍ່ເຈົ້າໜ້າທີ່.
2022-07-27
ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ມີການສເນີ ຄວາມຄິດ ທີ່ຈະຂາຍປີ້ໂດຍສານ ແບບຢືນ ເພື່ອເປັນການແກ້ໄຂບັນຫາ ຈໍານວນທີ່ນັ່ງ ບໍ່ພໍຜູ້ໂດຍສານ ຂະນະທີ່ ປະຊາຊົນ ເຫັນວ່າ ເປັນການແກ້ບັນຫາ ບໍ່ຖືກຈຸດ ແລະເອົາປຽບຜູ້ໃຊ້ບໍຣິການ ແທນທີ່ ຈະເພີ່ມຂະບວນຣົຖໄຟຕໍ່ມື້.
2022-07-27
ພາກການທ່ອງທ່ຽວ ເຣີ່ມມີນັກທ່ອງທ່ຽວ ຈາກປະເທດໄທຍ ເຂົ້າມາທ່ຽວລາວ ຫຼາຍຂຶ້ນ ຂະນະທີ່ ທີ່ພັກ, ອາຫານ ແຕ່ບາງສ່ວນ ໄດ້ສວຍໂອກາດຂຶ້ນ ລາຄາຫຼາຍເກີນຄວນ ເຮັດໃຫ້ທາງການລາວ ຈຳເປັນຕ້ອງ ໄດ້ເອົາໃຈໃສ່ ເພື່ອບໍ່ໃຫ້ກະທົບ ຕໍ່ພາກການທ່ອງທ່ຽວ ທີ່ຫາເຣີ່ມຟື້ນໂຕ.
2022-07-27
ບັນຫາເດັກນ້ອຍ ແມ່ຍິງລາວ ສ້າງຄອບຄົວ ກ່ອນວັຍຜູ້ໃຫຍ່ ຊຶ່ງກາຍເປັນ ຜົລກະທົບຫຼາຍດ້ານ ໂດຍສະເພາະ ດ້ານຈິຕໃຈ ແລະຮ່າງກາຍ ຂອງເດັກທີ່ຍັງບໍ່ພ້ອມຈະມີລູກ ກາຍເປັນບັນຫາ ສັງຄົມ ອີກຮູບແບບນຶ່ງ ອີງຕາມຂໍ້ມູນ ຈາກສູນກາງ ສະຫະພັນ ແມ່ຍິງລາວ.