ເຈົ້າໜ້າທີ່ ປະຕິເສດວ່າ ຢູ່ໄຊຍະບູຣີ ບໍ່ມີການລັກຕັດໄມ້ ໃໝ່ອີກ
2022.07.28
ມີນາຍທຶນຄົນເກົ່າ ລັກຕັດໄມ້ໂດຍໃຊ້ເຄື່ອງຈັກຕັດ ຢູ່ເຂດຂຸນນໍ້າພຽງ ບ້ານນໍ້າງື່ມ, ຫ້ວຍຫັກ, ຫ້ວຍປ່າກ້ວຍ, ນໍ້າແງະ ຢູ່ເມືຶອງພຽງ ແຂວງໄຊຍະບູຣີ ທີ່ມີພະນັກງານຣັຖ ຮູ້ເຫັນເປັນໃຈນໍາ ຊຶ່ງໃນນັ້ນມີທັງພະນັກງານ ຜແນກກະສິກັມແຂວງ, ຫ້ອງການກວດກາພັກ-ຣັຖແຂວງ, ເຈົ້າເມືອງ, ຫ້ອງການກະສິກັມເມືອງ ແລະຄະນະປົກຄອງບ້ານນໍ້າງື່ມ, ອີງຕາມຄໍາເວົ້າຢູ່ໃນສື່ສັງຄົມອອນລາຍນ໌ ວັນທີ 27 ກໍຣະກະດານີ້.
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ຜູ້ຂໍ ສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ກໍຣະກະດານີ້ວ່າ ມັນເປັນເຣື່ອງອັນເກົ່າ ທີ່ເຄີຍເກີດຂຶ້ນເມື່ອ 2 ປີທີ່ແລ້ວ ຊຶ່ງທາງການກໍໄດ້ລົງໂທດ ພາກສ່ວນທີ່ກ່ຽວຂ້ອງ ແລະດໍາເນີນຄະດີຕາມກົດໝາຍໄປໝົດແລ້ວ ແລະປັດຈຸ ບັນກໍມີເຈົ້າໜ້າທີ່ກວດກາ ປ່າໄມ້ລົງໄປກວດກາຢູ່ຕລອດ, ບໍ່ມີການລັກຕັດໄມ້ຕາມທີ່ເປັນຂ່າວນັ້ນ.
“ກວດກາເຂົາເຈົ້າຕິດຕາມ ບໍ່ມີແລ້ວ ເປັນຂໍ້ມູນເກົ່າ ແຕ່ກ່ອນພຸ້ນນະມາ ໄດ້ 2 ປີແລ້ວ ທາງເບື້ອງຣັຖຂອງເຮົາກໍໄດ້ສຶກສາ ອົບຮົມທີ່ກະທໍາຜິດ ແມ່ນຫຍັງຕ່າງໆ ຫັ້ນນະໝົດແລ້ວ. ທາງຣັຖບານເພິ່ນໄດ້ກໍານົດເປັນເຂດ ບໍ່ສາມາດຂຸດຄົ້ນໄດ້ ທຸກພາກສ່ວນບໍ່ໃຫ້ໄປຂຸດຄົ້ນໄມ້ເຂດນີ້ນະ.”
ທ່ານກ່າວຕື່ມວ່າ ຖ້າຫາກຈະມີການຂຸດຄົ້ນ ຂົນໄມ້ໄປຂາຍ ກໍຈະເປັນໄມ້ສັກຂອງຊາວບ້ານ ທີ່ທາງການເຄີຍໄດ້ສົ່ງເສີມໃຫ້ປູກ ແລະພວກເຂົາເຈົ້າປູກມາໄດ້ຫລາຍສິບປີ ແລ້ວຕັດໄປຂາຍຕາມໂຮງງານແປຮູບໄມ້.
ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງພຽງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງຄຶກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ໄດ້ຮູ້ເຣື່ອງດັ່ງກ່າວ ທາງສື່ສັງຄົມອອນລາຍນ໌ແລ້ວ, ມັນເປັນເຣື່ອງເກົ່າ ທີ່ເຄີຍເກີດຂຶ້ນ. ພວກທີ່ກ່ຽວຂ້ອງ ກໍຖືກລົງໂທດກັນໝົດແລ້ວ. ປັດຈຸບັນບໍ່ມີການລັກຕັດໄມ້ ໃນເຂດຂຸນນໍ້າພຽງ ເພາະໃນເຂດນັ້ນຈະມີເຈົ້າໜ້າທີ່ປ່າໄມ້ ແລະທະຫານກວດກາ ຢູ່ຕລອດ.
“ເບິ່ງຮູບ ມັນເປັນຮູບເກົ່າຫລາຍປີແລ້ວ. ລະອັນນັ້ນ ເຄີຍມີນໍ ແຕ່ທາງສະພາ, ທາງສູນກາງ ເພິ່ນໃສ່ລະບຽບ. ໄປແກ້ໄຂໝົດແລ້ວນໍ ຍາມນີ້ມັນເປັນຍາມຝົນ ຍາມຫຍັງ ຄົນຈະບໍ່ສາມາດເຂົ້າໄປໄດ້ດອກ ມີທັງເຈົ້າໜ້າທີ່ປ່າໄມ້ ມີທັງທະຫານອີ່ຫຍັງຕ່າງໆ ເຂົາເຈົ້າກະຢູ່ຫັ້ນຫລາຍເດ.”
ໃນຂະນະດຽວກັນ ຊາວບ້ານຢູ່ເມືອງພຽງ ຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກໍຣະກະດານີ້ວ່າ ການລັກຕັດໄມ້ ຢູ່ເຂດຂຸນນໍ້າພຽງນີ້ ໄດ້ເກີດຂຶ້ນຫລາຍປີຜ່ານມາແລ້ວ, ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄດ້ເຮັດທາງເຂົ້າ-ອອກ ແລະຂົນໄມ້ອອກໄປໄດ້ງ່າຍ, ຂົນໄປໂຮງງານແປຮູບໄມ້ໃນເມືອງ ແລະບໍ່ຮູ້ວ່າສົ່ງຕໍ່ໄປໃສ. ແຕ່ໃນປັດຈຸບັນນີ້ ໂຮງງານແປຮູບໄມ້ ຖືກສັ່ງໃຫ້ປິດໄປຫລາຍເຕີບແລ້ວ, ຍັງມີແຕ່ໂຮງງານຂນາດນ້ອຍ ແລະດຽວນີ້ ໃນເຂດຂຸນນໍ້າພຽງ ບໍ່ມີຄົນລັກຕັດໄມ້ອີກແລ້ວ ເພາະມີທັງທະຫານກໍກວດການໍາດ້ວຍ.
“ແຕ່ກ່ອນຫັ້ນນໍ ຫລາຍປີແລ້ວ ກະເວົ້າຄວາມຈິງນໍ. ເຂົາເຮັດທາງທີ່ວ່າໄປເອົາໄມ້ນໍ ກໍຄືວ່າເຈົ້າໜ້າທີ່ເອົາຕັ້ງແຕ່ພຸ້ນແຫລະ. ເຂົາເຮັດທາງໄປ, ເຂົາກໍເອົາໂລດນະ. ຂົນເອົາມາຢ່າງຫລາຍ ຕອນນັ້ນຂົນເອົາມາ ຕອນນັ້ນ ມັນກໍຍັງມີໂຮງງານຢູ່ນໍ. ເຂົາຍັງມີແຕ່ອັນນ້ອຍແປຮູບທັມມະດາຊື່ໆແຫລະ ມີໄມ້ເກັບໄມ້ຫຍັງນໍ ທະຫານກໍຫລາຍດຽວນີ້ນະ ປະຊາຊົນກະບໍ່ກ້າໄປດອກນໍ.”
ແລະປະຊາຊົນຢູ່ເມືອງນີ້ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ໃນເຂດຂຸນນໍ້າພຽງນີ້ ບໍ່ມີການລັກຕັດໄມ້ແລ້ວ ຍ້ອນເຈົ້າໜ້າທີ່ເຂັ້ມງວດ ກວດກາຫລາຍຂຶ້ນ, ບໍ່ໃຫ້ມີການລັກຕັດໄມ້, ແຕ່ກ່ອນມັນມີຂ່າວລັກຕັດໄມ້ ໃນສື່ສັງຄົມອອນລາຍນ໌, ປັດຈຸບັນກໍຈະມີແຕ່ຊາວບ້ານຕັດເອົາໄມ້ສັກ ທີ່ພວກເຂົາເຈົ້າປູກມາໄດ້ຫລາຍສິບປີ ໄປຂາຍຕາມໂຮງງານແປຮູບໄມ້ເທົ່ານັ້ນ.
“ໂຕນີ້ບໍ່ມີດອກ! ເຣື່ອງຕັດໄມ້ຢູ່ແຖວນັ້ນນະ ຣັຖບານເພິ່ນກໍໄດ້ຕັດແລ້ວ ຕັດໄມ້ມີຢູ່ແຕ່ເປັນໄມ້ປູກ ໄມ້ສັກເດ ພໍ່ແມ່ປະຊາຊົນເຂົາເຈົ້າປູກ 10-20 ປີ ກະຕັດໄປຂາຍ.”
ແຕ່ຊາວບ້ານ ຢູ່ເມືອງດຽວກັນນີ້ອີກຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ການລັກຕັດໄມ້ນີ້ ກໍອາຈມີ, ລັກຕັດກັນຢູ່ຫັ້ນແຫລະ, ແຕ່ໃນເຂດຂຸນນໍ້າພຽງນີ້ ໄມ້ໃຫຍ່ໆກໍແທບຈະບໍ່ມີໃຫ້ຕັດແລ້ວ.
“ເຣື່ອງລັກລອບນີ້ກໍອາຈມີຢູ່ນໍ ກະຊິມີຢູ່ພໍປານນັ້ນແຫລະ ປ່າຫັ້ນບໍ່ມີໄມ້ໃຫ້ຕັດແລ້ວ ຄັນຊິເວົ້າແລ້ວ ເຂົາງົດໃນການຕັດໄມ້ ທຸກບ່ອນມັນກໍເປັນບ່ອນທີ່ວ່າ ສງວນໝົດແຫລະ ບໍ່ຢາກໃຫ້ຕັດໄມ້.”
ອີງຕາມຣາຍງານຂອງທ່ານ ສີໄນ ມຽງລາວັນ ຮອງປະທານອົງການກວດກາ ຣັຖບານ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2020 ແລະວຽກງານ 5 ປີ ແຕ່ປີ 2016 ຫາປີ 2020, ພົບເຫັນຜູ້ທີ່ລະເມີດຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 15/ນຍ ຈໍານວນ 1,119 ຄົນ. ໃນນັ້ນເປັນພະນັກງານຣັຖ 127 ຄົນ, ພວກຄ້າໄມ້ 246 ຄົນ ແລະປະຊາຊົນທີ່ຮັບຈ້າງຕັດໄມ້ 746 ຄົນ, ຍຶດໄມ້ທີ່ຖືກລັກລອບຕັດໄດ້ເຖິງ 2 ແສນປາຍແມັດກ້ອນ.
ໃນປີ 2017 ຜ່ານມາ ຣັຖບານ ສປປລາວ ໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ ທີ່ບໍ່ໄດ້ມາຕຖານ ແລະເຄື່ອນໄຫວຜິດກົດໝາຍ 140 ແຫ່ງໃນຈໍານວນທັງໝົດ 1,595 ແຫ່ງໃນທົ່ວປະເທດ. ໃນນັ້ນຢູ່ແຂວງໄຊຍະບູຣີ 83 ແຫ່ງ, ແຂວງເຊກອງ 19 ແຫ່ງ, ແຂວງບໍຣິຄໍາໄຊ ແລະແຂວງສວັນນະເຂດ ແຂວງລະ 13 ແຫ່ງ, ນະຄອນຫລວງວຽງຈັນ 8 ແຫ່ງ ແລະແຂວງສາຣະວັນ 4 ແຫ່ງ.