ເຂື່ອນໄຊຍະບູຣີສ້າງໃນເຂດ ອັນຕະຣາຍ
2014.04.09
ນັກຊ່ຽວຊານ ດ້ານ ແຜ່ນດິນ ໄຫວ ວິຕົກ ກັງວົນ ນຳ ໂຄງການ ສ້າງ ເຂື່ອນ ໄຊຍະບູຣີ ທີ່ ກຳລັງ ຄືບໜ້າ ເຖີງ 30 ສ່ວນຮ້ອຍ ແລ້ວ ແລະ ຢ້ານວ່າ ເມື່ອ ສ້າງສຳເຣັດ ອາຈໄດ້ ຮັບ ຜົນ ກະທົບ ຈາກ ພັຍ ທັມຊາດ ແຜ່ນດິນ ໄຫວ ຍ້ອນວ່າ ພື້ນທີ່ ການກໍ່ສ້າງ ເຂື່ອນ ຢູ່ໃກ້ກັບ ເສັ້ນຂນານ ທີ່ ມີຄວາມສ່ຽງ ຕໍ່ການ ເກີດມີ ແຜ່ນດິນ ໄຫວໄດ້ ທຸກເວລາ.
ດຣ. ປັນຍາ ຊະຣຸສີຣິ Dr. Punya Charusiri ຈາກ ມະຫາວິທຍາລັຍ ຈຸລາລົງກອນ ໃນ ບາງກອກ ໄດ້ແຈ້ງ ໃນວັນ ອັງຄານ ນີ້ວ່າ ເຂ່ື່ອນ ໄຊຍະບູຣີ ຖືກ ສ້າງຂຶ້ນ ຢູ່ໃນ ບໍຣິເວນ ທີ່ມີ ຄວາມສ່ຽງສູງ ເຖີງ 30 ສ່ວນຮ້ອຍ ຂອງ ການເກີດ ແຜ່ນດິນໄຫວ ຂນາດກາງ ໃນຣະຍະ ເວລາ 30 ປີ ຂ້າງໜ້ານີ້ ແລະ ພ້ອມດຽວກັນ ກໍມີ ຄວາມສ່ຽງ ສູງເຖີງ 10 ສ່ວນຮ້ອຍ ຂອງການ ເກີດ ແຜ່ນດິນໄຫວ ຂນາດ ຮ້າຍແຮງ ທີ່ວັດແທກ ໄດ້ເຖິງ ຂັ້ນ 7 ເຣັກເຕີ໊ ແລະ ຖ້າຫາກວ່າ ເກີດມີ ແຜ່ນດິນໄຫວ ໃນເຂດ ໃກ້ພື້ນທີ່ ຂອງ ເຂື່ອນ ດັ່ງກ່າວ ນີ້ ກໍເປັນ ການຍາກ ທີ່ ທາງ ເຈົ້າໜ້າທີ່ ຜູ້ຊ່ຽວຊານ ຈະ ສາມາດ ແກ້ໄຂ ແລະ ປົກປ້ອງ ໄວ້ໄດ້.
ດຣ. ປັນຍາ ໄດ້ກ່າວ ເນັ້ນວ່າ ທາງການ ກ່ຽວຂ້ອງ ຄວນ ພິຈາຣະນາ ຢ່າງຖີ່ຖ້ວນ ແລະ ປະຕິບັດ ຕາມ ການແນະນຳ ຂອງ ນັກວິຊາການ ແລະ ຜູ້ ຊ່ຽວຊານ ຢ່າງຮວບຄອບ ເສັຍກ່ອນ ຊຶ່ງ ທ່ານກໍໄດ້ ບອກເຕືອນ ທາງການ ລາວ ໄປແລ້ວ ແຕ່ ປີ 2011 ແລະ ຫລັງຈາກ ນັ້ນ ກໍມີ ແຜ່ນດິນໄຫວ ເກີດຂຶ້ນ 2 ຄັ້ງ ໃນ ປີດຽວກັນ ຊຶ່ງຢູ່ໄກ ຈາກພື້ນທີ່ ການ ກໍ່ສ້າງ ປະມານ 48 ກິໂລ ແມັຕ ທີ່ ມີຄວາມແຮງ 5.4 ເຣັກເຕີ້ ແລະ ອີກ ແຫ່ງໜຶ່ງ ທີ່ມີ ຄວາມແຮງ 4.6 ເຣັກເຕີ້ ພ້ອມກັບ ອີກເທື່ອໜຶ່ງ ໃນ ເດືອນ ຕໍ່ມາ ທີ່ ມີຄວາມແຮງ 3.9 ແລະ ຢູ່ໄກຈາກ ເຂດ ການກໍ່ສ້າງ ພຽງ 60 ກິໂລ ແມັຕ ເທົ່ານັ້ນ ແລະ ໃນປີ 2007 ກໍມີ ແຜ່ນດິນໄຫວ ໃນແຂວງ ໄຊຍະບູຣີ ເອງ ທີ່ ມີຄວາມແຮງ ເຖີງ 6.3 ເຣັກເຕີ້.