ຂ. ໄຊຍະບູຣີ ພະຍຸ ເຂົ້າທໍາລາຍ ຫຼາຍບ້ານ

ມະນີຈັນ
2021.04.02
ຂ. ໄຊຍະບູຣີ ພະຍຸ ເຂົ້າທໍາລາຍ ຫຼາຍບ້ານ ສະພາບພາຍຫຼັງ ພະຍຸ ເຂົ້າຖະລົ່ມ ເມືອງພຽງ ແຂວງໄຊຍະບູຣີ ໃນວັນທີ 28 ມິນາ, 2021.
ນັກຂ່າວພົລເມືອງ

ທີ່ເມືອງພຽງ ແຂວງໄຊຍະບູຣີ ວັນທີ 28 ມິນາຜ່ານມານີ້ ເວລາປະມານ ບ່າຍ 1 ໂມງ, ພະຍຸ ພັດເຂົ້າ 3 ບ້ານ ຄືບ້ານ ນາແລ, ບ້ານວັງຄໍາ ແລະບ້ານໜອງບົວທອງ ເຮັດໃຫ້ສັງກະສີ ແລະກະເບື້ອງ ຫ້ອງການບ້ານ ໂຮງຮຽນ ແລະເຮືອນປະຊາຊົນ, ສວນກ້ວຍ ຂອງບໍຣິສັດຈີນ ທີ່ມາເຊົ່າດິນປະຊາຊົນປູກ ໄດ້ຮັບຄວາມເສັຽຫາຍ ຄິດເປັນມູລຄ່າທັງໝົດເກືອບເຖິງ 20 ຕື້ກີບ.

ເບື້ອງຕົ້ນ ທາງພາກສ່ວນກ່ຽວຂ້ອງ ເມືອງພຽງ ໄດ້ສເນີຜົລເສັຽຫາຍຕໍ່ຂັ້ນແຂວງ ເພື່ອຂໍທິດຊີ້ນໍາ ຊ່ວຍເຫຼືອປະຊາຊົນຕໍ່ໄປ. ສ່ວນ ເຣື່ອງສັງກະສີ ແລະກະເບື້ອງ ແມ່ນມີ ກອງທຶນເມືອງ ຊ່ວຍສົມທົບ ວັສດຸກໍ່ສ້າງ ເພື່ອສ້ອມແປງເຮືອນ ຫ້ອງການ ແລະໂຮງຮຽນ ຈໍານວນນຶ່ງແລ້ວ, ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ກ່າວໃນມື້ວັນທີ 2 ເມສາ ນີ້ຕໍ່ RFA ວ່າ:

“ພວກເຮົາສເນີໄປທາງແຂວງ ເປັນຫຼັກກໍແມ່ນ ແຮງງານ ຫ້ອງການແຮງງານ ເພິ່ນຈະເປັນຜູ້ສັງລວມ. ຄັນເປັນສັງກະສີ ພວກນັ້ນແທ້ ຄັນຈໍານວນບໍ່ຫຼາຍ ສ່ວນຫຼາຍລະແມ່ນ ກອງທຶນຢູ່ເມືອງ ໄປຊ່ວຍເລີຍ ໄປມອບເລີຍ.”

ແຕ່ວັນທີ 2 ຫາທີ 5 ເມສານີ້ ທາງກົມອຸຕຸນິຍົມ ແລະ ອຸທົກສາດ ມີແຈ້ງການເຕືອນ ຝົນຕົກ ຟ້າແມບ ຢູ່ພາກເໜືອ ແລະພາກກາງ ຂອງລາວ ໃນຣະດັບຄ່ອຍ ຫາປານກາງ ແລະໜັກໃນບາງທ້ອງຖິ່ນ. ແຕ່ບໍ່ແມ່ນ ພະຍຸຣະດູຮ້ອນເທື່ອ ເປັນພຽງການປ່ຽນແປງ ຂອງ ອາກາດເທົ່ານັ້ນ, ໃຫ້ປະຊາຊົນ ໃນເຂດດັ່ງກ່າວ ຣະມັດຣະວັງ ເຣື່ອງຜົລຜລິດ ຊັບສິນ ສັດລ້ຽງຂອງຕົນ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະອຸທົກສາດ ທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 2 ເມສານີ້:

“ມື້ນີ້ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ພາກເໜືອນະ. ໄຊຍະບູຣີ ກໍມີວັນທີ 2 ຫາ 5 ເຈົ້າ ກໍມີຝົນຕົກ ໃນຣະດັບຄ່ອຍ ຫາ ປານກາງ ແລ້ວກໍຕົກໜັກ ບາງທ້ອງຖິ່ນ. ຊ່ວງນີ້ຫັ້ນນ່າ ມັນຍັງບໍ່ໄດ້ ເປັນພະຍຸເທື່ອ ມັນເປັນໄລຍະ  ແລ້ວເຂົາຈະຮ້ອງ ພາຍຸ ຣະດູຮ້ອນ ແຕ່ວ່າ ມັນແມ່ນພະຍຸ ອັນນີ້ແຈ້ງການ ເຕືອນຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ເພິ່ນກໍາລັງຈໍ້າກາຢູ່ນີ້ ຈໍ້າກາກົມຫົວໜ້າ ແລ້ວເພິ່ນ ກໍາລັງສິອອກເຜີຍແຜ່.”

ອີງຕາມຣາຍງານ ຂອງສໍານັກຂ່າວລາວ ວັນທີ 1 ເມສາ 2021, ຜູ້ໄດ້ຮັບຜົລກະທົບ ແລະໄດ້ຮັບຄວາມເສັຽຫາຍຢູ່ 3 ບ້ານ ມີ 8 ຄອບຄົວ 25 ຄົນ, ຊັບສິນຂອງຣັຖ 3 ແຫ່ງ ແລະສວນກ້ວຍ 2 ບໍຣິສັດ ເສັຽຫາຍຢ່າງໜັກ. ໃນນັ້ນ ບ້ານນາແລ ໄດ້ຮັບຜົລກະທົບ 5 ຄອບຄົວ ເສັຽຫາຍ 11 ລ້ານກີບ. ບ້ານວັງຄໍາ 2 ຄອບຄົວ ເສັຽຫາຍ 1 ລ້ານປາຍກີບ, ແລະບ້ານໜອງບົວທອງ 1 ຄອບຄົວ ເສັຽຫາຍ 2 ແສນປາຍກີບ. ແລະສວນກ້ວຍຈີນ 2 ບໍຣິສັດ ເສັຍຫາຍ 19 ຕື້ປາຍກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.