ນໍ້າຖ້ວມສອງບ້ານໃກ້ເຂື່ອນ ໄຊຍະບຸຣີ
2013.08.16
ສອງບ້ານ ໃນບໍຣິເວນ ສ້າງເຂື່ອນ ໄຊຍະບຸຣີ ຖືກນ້ຳຖ້ວມ ຄື ບ້ານທ່າເດື່ອ ແລະ ບ້ານຕາລານ. ປະຊາຊົນ ໃນສອງບ້ານ ຈຳນວນ 30 ຄອບຄົວ ຊຶ່ງກຳລັງ ຕຽມຈະໂຍກຍ້າຍ ໄປຢູ່ບ້ານໃໝ່ ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ຈາກຝົນຕົກໜັກ ເມື່ອອາທິດ ຜ່ານມາ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:
“ນ້ຳຖ້ວມບໍ່ ແຖວນາແລ້ງນ້ອຍ ນາຫລາ ຖ້ວມໝົດ ຕົວບ້ານຕາລານນີ່ໄກຈາກບ້ານຫ້ວຍສຸຍ ປະມານ 10 ກິໂລ ຫ່າງຈາກ ບ້ານທ່າເດື່ອ ປະມານ 30 ກິໂລ ຮວມທັງໝົດ ຕົກຢູ່ປະມານ 30 ຄອບຄົວ ເຮືອນແນ່ ຖ້ວມເນື້ອທີ່ ການຜລິດແນ່.”
ເມື່ອຕົ້ນ ອາທິດນີ້ ວິທຍຸເອເຊັຍເສຣີ ຂອງພວກເຮົາ ໄດ້ຣາຍງານ ໄປວ່າ ຊາວບ້ານທີ່ ຕຽມໂຍກຍ້າຍ ອອກຈາກ ບໍຣິເວນ ສ້າງເຂື່ອນ ໄຊຍະບຸຣີ ໄດ້ຮັບ ຜົນກະທົບ ຈາກນ້ຳຖ້ວມ. ໃນເບື້ອງຕົ້ນ ຂ່າວແຈ້ງວ່າ ແມ່ນຊາວບ້ານ ບ້ານຫ້ວຍສຸຍ ຊຶ່ງມີ ປະຊາຊົນ ປະມານ 70 ຄອບຄົວ; ແຕ່ເມື່ອສອບຖາມ ເຈົ້າໜ້າທີ່ ເພິ້ມຕື່ມ ເຈົ້າໜ້າທີ່ ອະທິບາຍວ່າ ຊາວບ້ານ ບ້ານຫ້ວຍສຸຍ ນັ້ນ ໄດ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ໝົດແລ້ວ; ສ່ວນຊາວບ້ານ ທີ່ ໄດ້ຮັບຜົນ ກະທົບ ຈາກໄພນ້ຳຖ້ວມ ແລະ ຍັງບໍ່ທັນ ໂຍກຍ້າຍ ນັ້ນ ແມ່ນ ປະຊາຊົນ ໃນບ້ານ ທ່າເດື່ອ ແລະ ບ້ານຕາລານ.
ຕາມແຜນການ ໂຍກຍ້າຍ ຂອງໂຄງການ ສ້າງ ເຂື່ອນ ໄຊຍະບຸຣີ ນັ້ນ ຊາວບ້ານ ເຫລົ່ານີ້ ຈະຖືກ ໂຍກຍ້າຍ ໄປຢູ່ ບ້ານນາຕໍ່ໃຫຍ່ ໃນ ອະນາຄົດ. ແຕ່ຕາມແຜນການ ໂຍກຍ້າຍ ເບື້ອງຕົ້ນ ບ້ານທ່າເດື່ອ ບ້ານຕາລານ ແລະ ບ້ານປາກໄຜ່ ໃນເຂດເມືອງ ໄຊຍະບຸຣີ ຈະບໍ່ຖືກ ໂຍກຍ້າຍ ແຕ່ເມື່ອ ບໍ່ດົນຜ່ານມາ ໄດ້ຮັບ ຄຳສັ່ງໃຫ້ ໂຍກຍ້າຍ ພາຍໃນປີ 2015.