ເຣື້ອງທີ່ເກັບບັນທຶກໄວ້
2023-05-31
ໃນປີນີ້ ມີຜູ້ເປັນໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ສະສົມແລ້ວ 2,979 ຄົນ ແລະ ມີຜູ້ຕິດເຊື້ອໃໝ່ 108 ຄົນ, ແຕ່ຍັງບໍ່ມີຣາຍງານ ຜູ້ເສັຍຊີວິດ ອີງຕາມຂໍ້ມູນ ສູນຂ່າວສານ ການແພດ ສຸຂສຶກສາ ກະຊວງສາທາຣະນະສຸຂ ຂະນະທີ່ການປ້ອງກັນ ຍັງເປັນໄປຕາມຫຼັກການ ພື້ນຖານ 5 ປ.
2023-05-31
ມາຮອດປັດຈຸບັນ ຣັຖບານລາວ ໄດ້ອະນຸຍາດໃຫ້ນັກທຸຣະກິຈຈີນ 108 ບໍຣິສັດ ເຂົ້າມາຂຸດຄົ້ນບໍ່ແຮ່ ພາຍໃນປະເທດລາວ ແລະໃນນີ້ ຢູ່ໃນໄລຍະ ການຊອກຄົ້ນ ແລະ ສຳຣວດ 54 ບໍຣິສັດ ລວມ 59 ກິຈການ ສ່ວນທີ່ເຫຼືອ ຢູ່ໃນໄລຍະການເຮັດບົດວິພາກ ເສຖກິຈ-ເທັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍຣິສັດ.
2023-05-31
ຄະນະປະຈຳສະພາແຫ່ງຊາຕ ແລະຄະນະຣັຖບານລາວ ໄດ້ປະຊຸມປຶກສາຫາລື ໃນຫຼາຍປະເດັນທີ່ສຳຄັນ, ນຶ່ງໃນນັ້ນແມ່ນຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສັຍຫາຍ ຈາກພາກຣັຖ ເພື່ອສເນີຕໍ່ກອງປະຊຸມ ໃນເດືອນມິຖຸນາ 2023 ນີ້ ສ່ວນປະຊາຊົນ ຢາກໃຫ້ມີການຄຸ້ມຄອງທີ່ດິນ ແລະຊົດເຊີຍ ຢ່າງຍຸຕິທັມ.
2023-05-31
ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ເປີດຕລາດແຮງງານ ຄັ້ງທໍາອິດ ຊຶ່ງຕ້ອງການຄົນງານ ປະມານ 1,000 ຄົນ ເພື່ອເຮັດວຽກກັບ ກຸ່ມບໍຣິສັດ ດອກງິ້ວຄໍາ ແລະ ບໍຣິສັດອື່ນໆ ເຊິ່ງມີຄົນລາວ ແລະ ຄົນພະມ້າ ຫຼາຍຮ້ອຍຄົນ ເດີນທາງໄປສມັກ.
2023-05-30
ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ແນະນຳໃຫ້ປະຊາຊົນ ໃຊ້ນ້ຳປະປາຢ່າງປະຢັດ ແລະ ໃຫ້ມີຖັງໂຕ່ງນ້ຳໄວ້ໃຊ້ ໃນຍາມນ້ຳບໍ່ມາ ຫລື ມາຄ່ອຍ ໂດຍ ທາງນ້ຳປະປາ ນະຄອນຫຼວງໃຫ້ເຫດຜົລວ່າ ແຮງດັນນ້ຳປະປາຄ່ອຍ ຍ້ອນກະແສໄຟຟ້າ ຂັດຂ້ອງ ຈາກສະພາບອາກາດຮ້ອນ ຜິດປົກກະຕິ.
2023-05-30
ນັກສຶກສາ ມະຫາວິທຍາໄລ ແຫ່ງຊາຕ ທີ່ກຳລັງຈະຮຽນຈົບ ໃນເດືອນມິຖຸນາ ນີ້ ມີຄວາມກັງວົນວ່າ ຈະຊອກວຽກເຮັດຍາກ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ກັບການຈັດຫາງານ ໄດ້ເປີດບູດ ເພື່ອໃຫ້ນັກສຶກສາໄດ້ມີໂອກາດ ໃນການປຶກສາ ເຣື່ອງວຽກເຮັດງານທຳ ຫຼັງຈາກຈົບການສຶກສາແລ້ວ.
2023-05-30
ທາງການລາວ ວາງເປົ້າໝາຍປູກຕົ້ນໄມ້ ທົ່ວປະເທດໃຫ້ໄດ້ກວ່າ 3,400 ເຮັກຕ້າຣ໌ ແລະມີແຜນ ຈະເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ຂອງປະເທດ ໃຫ້ໄດ້ 70% ພາຍໃນປີ 2035, ແຕ່ບໍ່ມີງົບປະມານ ທີ່ຈະຮັກສາຕົ້ນໄມ້ ພາຍຫຼັງຈາກປູກແລ້ວ.
2023-05-30
ປະຊາຊົນ ຢູ່ບ້ານດອນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເບື່ອເຫັດປ່າ ເຮັດໃຫ້ ມີຄົນເສັຽຊີວິດ 2 ຄົນ ແລະ ອີກ 5 ຄົນຍັງເຝົ້າຕິດຕາມອາການ ຢູ່ໂຮງໝໍແຂວງ ຊຶ່ງທັງໝົດເປັນຄອບຄົວດຽວກັນ ໂດຍເຫດການດັ່ງກ່າວນີ້ ແມ່ນເປັນຄັ້ງທຳອິດໃນປີນີ້ ທີ່ມີຊາວບ້ານເບື່ອເຫັດ.
2023-05-30
ຊາວເມືອງໂຂງຈຽມ ແຂວງອຸບົນຣາຊທານີ ຂອງໄທຍ ຄັດຄ້ານ ການສ້າງເຂື່ອນໄຟຟ້າ ພູງອຍ ຂນາດ 728 ເມກາວັດ ຢູ່ແມ່ນໍ້າຂອງ ແຂວງຈໍາປາສັກ ທີ່ສົ່ງຜົລກະທົບ ຕໍ່ຊາວບ້ານຢູ່ 6 ເມືອງ, 86 ບ້ານ ຂອງແຂວງ ຈໍາປາສັກ ແລະ ປະຊາຊົນ 6 ບ້ານຢູ່ເມືອງໂຂງຈຽມ.
2023-05-29
Memorial Day ຫລື ວັນລະລຶກເຖິງ ນັກຣົບຜູ້ທີ່ສຣະຊີບໃນລະຫວ່າງຮັບໃຊ້ ຄືເປັນວັນລະລຶກເຖິງ ທະຫານທີ່ເສັຍຊີວິດ ໃນປາງສົງຄາມ ຊຶ່ງຊາວອາເມຣິກັນ ທັງມວນພາກັນສລອງ ຢ່າງມີຄວາມໝາຍໃນແຕ່ລະປີ.
2023-05-29
ຂ່າວດີ! ວິທຍຸ ເອເຊັຽ ເສຣີ ຈະມີຣາຍການ “ເມືອງລາວ ປະຈຳສັບປະດາ” ຜ່ານທາງ Podcast ແລະ ທ່ານ ສາມາດຮັບຟັງ ຜ່ານ ແອັບ: iTunes, Google Podcasts ແລະ Spotify, ຣາຍການດັ່ງກ່າວ ຈະເປັນຮູບແບບ ທີ່ມີການສົນທະນາ ເຖິງເຫດການຕ່າງໆ ທີ່ສະທ້ອນຕໍ່ຊີວິດການເປັນຢູ່ ຂອງຄົນລາວ ໃນສັງຄົມລາວ ພ້ອມທັງຈະມີການສໍາພາດ ບຸກຄົນສໍາຄັນ. ສ່ວນວັນ ແລະເວລາ ວິທຍຸ ເອເຊັຽ ເສຣີ ຈະແຈ້ງໃຫ້ທ່ານຮູ້ ຕາມພາຍຫຼັງ. ຂອບໃຈ.
2023-05-28
ຜ່ານມາ ການຄຸ້ມຄອງ ແຮງງານ ຍັງບໍ່ເດັດຂາດ ສວັດດີການ ກໍຍັງບໍ່ມີ ປະສິດທິພາບ, ສ່ວນຄ່າແຮງງານ ພາຍໃນປະເທດ ປັບ ກັບ ບໍ່ປັບ ກໍມີຄ່າເທົ່າກັນ ໃນສະພາບເງິນເຟີ້ສູງ ແລະ ຄ່າຄອງຊີບສູງ.
2023-05-28
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-05-28
ສາຍການບິນ ຕ່າງໆໃນລາວ ຍັງ ບໍ່ມີແຜນ ເປີດຖ້ຽວບິນ ໄປສນາມບິນ ໜອງຄ້າງ, ຜູ້ຊາຍຈີນ ຄົນນຶ່ງ ຖືກຈັບ ຫຼັງຈາກ ລັກຣົຖທີ່ເຊົ່າໄປ ແລະ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
2023-05-27
ໃນປະເທດພະມ້າ, ທະຫານ ບໍ່ພຽງແຕ່ກໍ່ການຮ້າຍ ຕໍ່ປະຊາຊົນຂອງຕົນເອງ ແລະ ການທໍາລາຍລ້າງ ແລະ ທະຫານພະມ້າ ໄດ້ທໍາລາຍສະຖານທີ່ ປວັດສາດ ແລະ ສະຖານທີ່ທາງດ້ານວັທນະທັມ, ສາສນະສະຖານ.