ວັນລະລຶກເຖິງ ນັກຣົບທີ່ເສັຍຊີວິດ ໃນລະຫວ່າງຮັບໃຊ້ຊາຕ

Memorial Day ຫລື ວັນລະລຶກເຖິງ ນັກຣົບຜູ້ທີ່ສຣະຊີບໃນລະຫວ່າງຮັບໃຊ້ ຄືເປັນວັນລະລຶກເຖິງ ທະຫານທີ່ເສັຍຊີວິດ ໃນປາງສົງຄາມ ຊຶ່ງຊາວອາເມຣິກັນ ທັງມວນພາກັນສລອງ ຢ່າງມີຄວາມໝາຍໃນແຕ່ລະປີ.
ຈຳປາທອງ
2023.05.29
ວັນລະລຶກເຖິງ ນັກຣົບທີ່ເສັຍຊີວິດ ໃນລະຫວ່າງຮັບໃຊ້ຊາຕ ອະນຸສາວະລີ ວໍຊິງຕັນ, ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ສະຫະຣັຖ ອາເມຣິກາ ເດືອນເມສາ 2022.
Photo: RFA

Memorial Day ຫລືວັນນັກຣົບເກົ່າ ຖືກຕັ້ງຂຶ້ນຫລັງຈາກສົງຄາມ ກາງເມືອງຢູ່ອາເມຣິກາ ເມື່ອສັດຕະວັດທີ 19 ເພື່ອລະລຶກເຖິງທະຫານຝ່າຍເໜືອ ທີ່ເສັຍຊີວິດ ຊຶ່ງຊາວອາເມຣິກັນທັງມວນ ພາກັນສລອງຢ່າງມີຄວາມໝາຍ ແລະມີທັງການໂສກເສົ້າ ແລະການມ່ວນຊື່ນ. ວັນດັ່ງກ່າວ ເປັນວັນຈັນອາທິດສຸດທ້າຍຂອງເດືອນພຶສພາ ຊຶ່ງໃນປີ 2023 ນີ້ ຕົກຖືກວັນທີ 29, ເປັນມື້ພັກທາງຣາຊການ ທົ່ວສະຫະຣັຖ, ເປັນມື້ເລີ້ມຕົ້ນຂອງການພັກລະດູຮ້ອນ ຊຶ່ງຊາວອາເມຣິກັນທັງມວນ ​ບໍ່ວ່າຢູ່ແຫ່ງຫົນໃດ ຮວມທັງຊາວລາວອາເມຣິກັນ ພາກັນສລອງຢ່າງຄຶກຄື້ນ ຮວມທັງເພື່ອສະແດງໃຫ້ຄອບ ຄົວ ແລະນັກຣົບເກົ່າທັງຫລາຍເຫັນວ່າ ພວກເຂົາເຈົ້າບໍ່ມີຊີວິດ ຢູ່ຢ່າງໂດດດ່ຽວ ແລະຈາລຶກຄຸນງານຄວາມດີ ແລະຄວາມຮູ້ບຸນຄຸນ ຜູ້ທີ່ໄດ້ເສັຍສະລະທຸກຢ່າງ ຕລອດເຖິງຊີວິດ ໃນການຮັບໃຊ້ຊາດ, ເພື່ອໃຫ້ໄດ້ມາຊຶ່ງເສຣີພາບ.

ໃນວັນສຳຄັນນີ້ ຜູ້ຄົນຈຳນວນຫລວງຫລາຍ ໄປຢ້ຽມຫລຸມຝັງສົບຜູ້ເປັນພໍ່ແມ່ ຍາດພີ່ນ້ອງ ທີ່ລົ້ມຫາຍຕາຍຈາກ, ນໍາຊໍ້ດອກໄມ້ໄປວາງໄວ້ທີ່ປ່າຊ້າ ຫລື ອະນຸສາວະຣີທະຫານຜ່ານເສິກ ຫລືອະນຸສອນສຖານຕ່າງໆ ເພື່ອສແດງຄວາມເຄົາຣົບ ແລະໃຫ້ກຽດຜູ້ທີ່ເສັຍສະລະຊີວິດ ໃນໄລຍະທີ່ຮັບໄຊ້ກອງທັບ, ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ. ມີຫລາຍຄົນອາສານຳເອົາທຸງຊາດອາເຣິກາ ໄປປັກໃສ່ ແຕ່ລະຫລຸມຝັງສົບໃນປ່າຊ້າແຫ່ງຕ່າງໆ ເປັນຕົ້ນທີ່​ປ່າ​ຊ້າ​ແຫ່ງ​ຊາດ Arlington ທີ່ຢູ່ແປະກັບກຸງວໍຊິງຕັນ ດີ.ຊີ.

ເວົ້າເຖິງວັນ Memorial Day ແລະການລອງວັນດັ່ງກ່າວ ທ່ານ ອິນຊີທອງຄະນະນໍາແລະທັງເປັນໂຄສົກ”ອົງການລາວເສຣີ”ທີ່ສະຫະຣັຖອາເມຣິກາ ຊຶ່ງເຄີຍໄດ້ອອກໄປເປັນນັກຕໍ່ກູ້ຊາດຕ້ານການຮຸກຮານຂອງພວກຄອມມິວນິສວຽດ ນາມມາຫລາຍປີພາຍຫລັງມີການສ້າງຕັ້ງ ສປປລາວ ກ່ອນຈະໄດ້ໂຕນຂ້າມມາຝັ່ງໄທ, ປັດຈຸບັນຢູ່ຣັຖຈໍເຈັຍ ໃຫ້ສໍາພາດວິທຍຸເອເຊັຍເສຣີກ່ອນໜ້າວັນMemorial Day ນີ້ວ່າ ມິຄວາມສໍາຄັນຫລາຍ ທັງຊາວອາເມຣິກັນທັງມວນ ແລະຊາວລາວອາເມຣິກັນນໍາດ້ວຍ:

..........................ສຽງ...........................

ທີ່ຜ່ານມາ ທ່ານກໍເຄີຍໄດ້ໄປເບິ່ງການເດີນສວນສນາມນັ້ນ:

..........................ສຽງ...........................

ໃນການສລອງວັນ Memorial Day ນັບແຕ່ປີ 1988 ເປັນຕົ້ນມາ ມີບັນດານັກຮົບເກົ່າ ຂີ່ຣົຖຈັກໃຫຍ່ ຊຶ່ງເບື້ອງຕົ້ນມີພຽງ 2,500 ຄົນ, ແຕ່ຕໍ່ມາກໍຫລາຍຂຶ້ນກວ່າ 900,000 ຄົນ ຈະມາເຕົາໂຮມກັນຢູ່ສນາມຫຍ້າໃກ້ອານຸສາວະຣີນັກ ຣົບເກົ່າ ທີ່ກຸງວໍຊິງຕັນ ດີ.ຊີ. ເພື່ອປະກອບກິຈກໍາຕ່າງໆ ທີ່ສະແດງເຖິງຄວາມຮູ້ບຸນຄຸນ ແລະຄຸນງານຄວາມດີຂອງເຫລົ່າທະຫານທັງຫລາຍທີ່ໄດ້ເສັຍສະລະຊີວິດເພື່ອຊາດໄປນັ້ນ.

ທ່ານກ່າວວ່າ ໃນໂອກາດວັນທີ່ມີຄວາມໝາຍດັ່ງກ່າວ ສັງເກດເຫັນວ່າ ມີທັງການໂສກເສົ້າ ແລະການມ່ວນຊື່ນ ພັກຜ່ອນ ກິນເຂົ້າສາມັກຄີ, ມັນເປັນອາທິດທີ່ໄດ້ພັກຍາວສາມມື້.

..........................ສຽງ...........................

ໃນໂອກາດວັນ Memorial Day ນີ້ ຮ້ານຄ້າຮ້າຍຂາຍໃຫຍ່ໆ ເພິ່ນມັກຈະລົງລາຄາສິນຄ້າ, ຜູ້ຄົນນິຍົມກັນໄປຊື້ ແລະທ່ານ ອິນຊີທອງ ກໍເຄີຍໄປຊື້ ແລະໃນປີນີ້ທ່ານກໍວ່າ ກຽມຈະໄປຊື້ເຄື່ອງໃຊ້ຄອບຄົວ.

..........................ສຽງ...........................

ການສລອງວັນ Memorial Day ຫລືວັນນັກຣົບເກົ່ານີ້ ຊາວລາວທີ່ສະຫະຣັຖອາເມຣິກາໃຫ້ຄວາມສໍາຄັນ, ໃນຊຸມປີທີ່ຜ່ານມາ ກໍໄດ້ມີການຈັດການເດິນສວນ ສນາມ ແລະໃນປີນີ້ ທ່ານ ອິນຊີທອງ ກໍຈະໄປເຂົ້າຮ່ວມການເດີນສວນສນາມຢູ່ຣັຖມິນນິໂຊຕາ ຊຶ່ງຈະຈັດຂຶ້ນໃນມື້ວັນຈັນ ທີ 29 ພຶສພາ, ຈະມີຊາວລາວ

ເຂົ້າຮ່ວມຫລາຍ, ຄາດວ່າບັນຍາກາດຈະຄືກຄຶ້ນທີ່ສຸດ.

..........................ສຽງ...........................

ເພື່ອລະລຶກເຖິງວັນ Memorial Day ຣັຖສະພາສະຫະຣັຖໄດ້ຮັບຮອງເອົາກົດໝາຍເມື່ອເດືອນທັນວາ ປີ 2000 ເພື່ອຊຸກຍູ້ໃຫ້ພົລເມືອງທຸກຄົນທໍາການລະ ລຶກເຖິງຜູ້ທີ່ໄດ້ສະລະຊີວິດ ຮັບໃຊ້ຊາດທຸກຄົນ ທັງຊາຍແລະຍິງ ໃນເວລາບ່າຍສາມໂມງຂອງເວລາແຕ່ລະທ້ອງຖິ່ນ. ແລະໃຫ້ພັກການແຂ່ງຂັນກິລາ Baseball ທີ່ີນິຍົມກັນຫລາຍໃນເວລາດຽວກັນນັ້ນ.

ແລະໃນຫລາຍປີຜ່ານມານີ້ ຣັຖ Amtrak ກໍໄດ້ເຮັດໃຫ້ມີສຽງແກດັງພ້ອມກັນໃນເວລາດຽວກັນນັ້ນ.

ທີ່ຜ່ານມາ ແຕ່ລະປີ ກ່ອນເກີດການຣະບາດໂຄວິດ-19 ພິທີສເລີມສລອງຕ່າງໆໃນມື້ Memorial Day ກໍບໍ່ຄ່ອຍແຕກຕ່າງກັນຫຍັງຫລາຍ. ໃນມື້ວັນເສົາ ມີການສແດງຕ່າງໆ ຢູ່ຕາມເມືອງທົ່ວສາຫະຣັຖ, ໃນຕອນສວາຍ ແລະຕອນບ່າຍຂອງມື້ວັນອາທິດ ມີພິທີຣຳລຶກເຖິງນັກຣົບເກົ່າ ແລະໃນຄໍ່າຄືນມື້ວັນອາທິດ ກໍມີການສະແດງຄອນເສີດໃຫຍ່ປະຈໍາປີໃນກຸງ ວໍຊິງຕັນ ດີຊີ  ທີ່ມີການຖ່າຍທອດສົດທາງໂທຣະທັດ ແລະມີນັກການເມືອງ, ນັກສະແດງ ແລະນັກຮ້ອງພ້ອມດ້ວຍວົງດົນຕຣີ ທີ່ມີຊື່ສຽງດົງດັງຫລາຍວົງຮ່ວມກັນສະແດງ, ມີການຈູດບັ້ງໄຟ ດອກຢ່າງຄຶກຄຶ້ນ.ແລະໃນມື້ວັນຈັນ ວັນ Memorial Day ກໍມີການສວນສນາມ ເປັນກຽດແກ່ນັກຣົບເກົ່າ ຊຶ່ງເມືອງ Ironton ຣັຖ Ohio ເປັນບ່ອນເລີ້ມຕົ້ນຂອງການເດີນສວນສນາມ ເມື່ອປີ 1868.

ວັນ Memorial Day ປະທານາທິບໍດີສະຫະຣັຖ ແຕ່ລະທ່ານກໍມີກໍານົດໄປຢ້ຽມອະນຸສາວະລີນັກລົບເກົ່າ ທີ່ປ່າຊ້າແຫ່ງຊາດ Arlington ຢູ່ແປະກຸງວໍຊິງຕັນ ດີຊີ ທີ່ຣັຖເວີຈີເນັຍ ບ່ອນທີ່ບັນດາທະຫານໄດ້ເອົາທຸງຊາດອາເມຣິກາ ໄປປັກໃສ່ຂຸມຝັງສົບເກືອບເຖິງ 260,000 ຂຸມນັ້ນ.

ການລະນຶກເຖິງຄຸນງາມ ຄວາມດີນັກຣົບເກົ່າຄັ້ງໃຫຍ່ເທື່ອທໍາອິດ ທີ່ເປັນຂີດໝາຍມື້ທີ່ເອີ້ນກັນວ່າເປັນວັນ Decoration Day ນັ້ນ ໄດ້ມີຂຶ້ນທີ່ປ່າຊ້າແຫ່ງຊາດດັ່ງກ່າວໃນປີ 1868 ຄືເປັນເວລາ 3 ປີ ພາຍຫລັງທີ່ສົງຄາມກາງເມືອງອັນນອງເລືອດ, ໄດ້ເອົາຊີວິດຜູ້ຄົນໄປຫລາຍກວ່າ 600,000 ຄົນນັ້ນຊິ້ນສຸດລົງ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.