ຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2023.05.28
ຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ: ຈົດໝາຍ ຈາກຜູ້ຟັງ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສາຍການບິນ ຕ່າງໆໃນລາວ ຍັງ ບໍ່ມີແຜນ ເປີດຖ້ຽວບິນ ໄປສນາມບິນ ໜອງຄ້າງ, ຜູ້ຊາຍຈີນ ຄົນນຶ່ງ ຖືກຈັບ ຫຼັງຈາກ ລັກຣົຖທີ່ເຊົ່າໄປ ແລະ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ

ຈີນ ມາບຸກເບີກດີນ ທີ່ເປັນ ອູ່ເຂົ້າ-ອູ່ປາ ຂອງປະຊາຊົນ ອີກແລ້ວ, ຄວນຈະໃຫ້ປະຊາຊົນລາວ ເປັນປູກ ແລ້ວສົ່ງກ້ວຍ ຂອງປະຊາຊົນລາວ ໄປຂາຍ ອອກສູ່ຕລາດຕ່າງປະເທດ ກໍ່ມີຜົນຜລິດ ຈາກຂອງຄົນລາວ ໂດຍຕຣົງ

ຜົນຜະລິດ ການກະສິກຳ ແລະ ການກະເສດນີ້ ຕ້ອງແມ່ນ ຂອງຄົນລາວ ບໍ່ແມ່ນຄົນຕ່າງປະເທດ, ຈີນ ຫລື ຫວຽດ, ​ເປັນຄົນລາວ ໂດຍຕົງ ປະຊາຊົນ ຊີໄດ້ມາ ພັດທະນາ ແຂ່ງຂັນກັບ ຕະຫຼາດ ປະເທດເພືີອນບ້ານ, ບໍ່ແມ່ນ ພັກລັດ ເອື້ອແຕ່ ນາຍທືນຈີນ ກັບຫວຽດນາມ ເຂົ້າມາເອົາ ຜົນປະໂຫຍດ ຂອງປະເທດຕົນເອງ ໂດຍບໍ່ຄຳນືງເຖິງ ການ ລຳບາກ ຂອງປະຊາຊົນ  ປີໃໝ່ ທີ່ຜ່ານມາ ເຫັນພີ່ນ້ອງລາວ ຕ້ອງເດິນທາງ ໄປເຮັດວຽກ ຢູ່ໄທຫຼາຍຂື້ນ ກໍຍ້ອນ ພາກລັດ ບໍ່ໄດ້ຊ່ວຍ ປະຊາຊົນເລີຍ ກໍຕ້ອງອາໄສ ປະເທດເພືີອນບ້ານ ໄທ ເປັນແຫລ່ງ ທໍາມາຫາທຳກີນ, ຜູ້ນຳປະເທດ ບໍ່ມີວິໄສທັດຫຍັງ ມີແຕ່ ເອົາຜົນປະໂຫຍດ ໃຫ້ແຕ່ຄອບຄົວ…

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 07, 2023 09:28 PM

ຈີນໄດ້ຂະຫຍາຍການລົງທຶນດ້ານກະສິກຳ ລົງສູ່ພາກໃຕ້ແລ້ວ ແຕ່ການລົງທຶນ ຂອງຈີນ ບໍ່ເຫັນປະຊາຊົນ ໄດ້ຮັບຊີວິດການເປັນຢູ່ທີ່ດິຂຶ້ນພໍເທົ່າໃດ ແລະ ພາກລັດ ໄດ້ຮັບຜົນກຳໄລ ພໍເທົ່າໃດ ຖ້າເຫັນ ກໍ່ມີພຽງແຕ່ ເຈົ້າຫນ້າທີ່ ບາງຄົນ ທີ່ເຫັນແກ່ຕົວ ເອົາຜົນປະໂຫຍດ ຈາກປະຊາຊົນແລະປະເທດຊາດເທົ່ານັ້ນ. ເຖິງແມ່ນວ່າ ຈະອອກກົດລະບຽບ ຄຸ້ມຄອງການໃຊ້ສານເຄມີກໍຕາມ ແຕ່ກໍ່ຍັງປະກົດ ເຫັນສານເຄມີໃຊ້ຢ່າງຖົມເຖໄປ ດັ່ງເຫັນໄດ້ ທີ່ມີຄົນສວນໄດ້ຮັບຜົນກະທົບ ແລະ ປາໃນແມ່ນ້ຳ ກໍ່ຕາຍ ແລະ ຜູ້ຄົນ ກໍ່ບໍ່ສາມາດ ໃຊ້ນ້ຳໄດ້. ດັ່ງນັ້ນ ຢາກໃຫ້ພາກລັດ ຕ້ອງເອົາໃຈໃສ່ຕື່ມ ໃນການຄວບຄຸມ ການໃຊ້ສານເຄມີ ຖ້າຫາກວ່າ ຍັງເດີນຫນ້າ ໃຫ້ຈີນ ເຂົ້າມາລົງທຶນ ດ້ານກະສິກຳ ໃນປະເທດລາວເຮົາ.