ທະຫານພະມ້າ ໄດ້ເຜົາໂບດຊາວຄຣິສຕ໌ ໃນຣັຖກະຢາ

ອຸ່ນແກ້ວ
2023.05.27
ທະຫານພະມ້າ ໄດ້ເຜົາໂບດຊາວຄຣິສຕ໌ ໃນຣັຖກະຢາ ໂບດຊາວຄຣິສຕຽນ ຢູ່ເມືອງ ປູໂຊ ຣັຖກະຍາ ຖືກທໍາລາຍ.
Credit: KNDF

ຊາວບ້ານກ່າວວ່າ: ໃນປະເທດພະມ້າ, ທະຫານພະມ້າ ບໍ່ພຽງແຕ່ກໍ່ການຮ້າຍ ຕໍ່ປະຊາຊົນຂອງຕົນເອງ ແລະ ການທໍາລາຍລ້າງ, ທະຫານພະມ້າ ໄດ້ທໍາລາຍສະຖານທີ່ ປວັດສາດ ແລະ ສະຖານທີ່ທາງດ້ານວັທນະທັມ.

ສໍານັກຂ່າວ ວິທຍຸ ເອເຊັຽ ເສຣີ ຜແນກ ພາສາ ພະມ້າ ໄດ້ຣາຍງານວ່າ ທະຫານພະມ້າ ໄດ້ເຜົາບ້ານເຮືອນ ຂອງປະຊາຊົນ ແລະ ອາຄານໂບດ ຄຣິສຕຽນ ຢູ່ເຂດຕະແລງ ໃນພາກເໜືອຂອງຣັຖສິນ ໃນທ້າຍປີ 2021 ແລະ ຕົ້ນປີ 2022 ທະຫານພະມ້າເຂົ້າມາມ້າງເຮືອນ ປະຊາຊົນ ເພື່ອລັກເຄື່ອງປະດັບ, ເອົາກະເບົ໋າແບຣນແນມ ທີ່ມີລາຄາແພງ.

ຍານາງ ຍໍມອງ ຈາກຫ້ອງການປົກຄອງ ພົລເຮືອນ ຢູ່ເມືອງ ມິນເດັດ ທີ່ເປັນຝ່າຍກົງກັນຂ້າມກັບທະຫານພະມ້າ ໄດ້ກ່າວວ່າ ພວກທະຫານພະມ້າ ຮູ້ວ່າ ເຄື່ອງປະດັບເຫຼົ່ານັ້ນ ມີລາຄານແພງ ນອກຈາກນີ້ ເຂດສງວນສັດປ່າ ແລະ ປ່າສງວນແຫ່ງຊາຕ ກໍຖືກທໍາລາຍ ຍ້ອນຜົນຂອງການຕໍ່ສູ້.

ຢູ່ປະເທດພະມ້າ ມີອາຄານໂບດຄຣີສຕຽນ 132 ແຫ່ງ ຖືກທໍາລາຍ ຈາກທະຫານພະມ້າ ທີ່ວາງເພີງ ແລະ ຍິງປືນໃສ່, ແລະ ຢູ່ບ່ອນອື່ນໆ ທະຫານພະມ້າ ກໍມີການຍົກເລີກໂຄງການ ສ້າງໂບດ ຍ້ອນວ່າ ການກໍ່ສ້າງໂບດ ເພີ່ມຂຶ້ນ ໃນປີນີ້.  

ການປຸ້ນສະດົມ ແລະ ການທໍາລາຍ ໄດ້ກາຍເປັນສ່ວນນຶ່ງ ຂອງຄວາມພະຍາຍາມ ຂອງທະຫານ ເພື່ອທໍາລາຍຈິດວິນຍານ ຂອງປະຊາຊົນທ້ອງຖິ່ນ, ກໍ່ການຮ້າຍໃນພື້ນທີ່ ໂດຍດ້ວຍໃຊ້ການລັງບັງຄັບ, ແລະ ທໍາລາຍປວັດສາດ ຂອງຊົນເຜົ່າ ຖ່າມກາງການຍຶດທີ່ດິນ ໃນເຂດທີ່ມີການປົດແອກ, ສະຖານທີີ່ທີ່ມີຄຸນຄ່າ ທາງປວັດສາດ ຍັງຄົງໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ.

ໃນຂະນະທີ່ ສະຖານສໍາຄັນທາງປວັດສາດ ຢູປະເທດພະມ້າ ໄດ້ຮັບຄວາມເສັຽຫາຍ ຈາກການຍິງປືນໃສ່, ການໂຈມຕີ ທາງອາກາດ ແລະ ການບຸກທະລາຍ, ຣັຖບານລວມຊາດຂອງພະມ້າ ທີີ່ເປັນຣັຖບານເງົາ ຝ່າຍກົງກັນຂ້າມກັບທະຫານພະມ້າ ທີ່ທະຫານພະມ້າ ໄດ້ຢຶດອໍານາດໄປ ໃນປີ 2021.​

ໃນຕອນທ້າຍ, ຣັຖບານລວມຊາຕ ຂອງພະມ້າ ໄດ້ສ້າງຕັ້ງຄະນະບໍຣິຫານ ເພື່ອຄຸ້ມຄອງມໍຣິດົດຂຶ້ນມາ ໃນເດືອນມິຖຸນາ 2022 ທີ່ຜ່ານມາ. ຄະນະກັມມະການດັ່ງກ່າວ ໄດ້ປະສານງານກັບ ສະພາທີ່ປຶກສາ, ກຸ່ມທີ່ຕໍ່ຕ້ານ ທະຫານພະມ້າ, ແລະ ຫ້ອງການບໍຣິຫານຂອງປະຊາຊົນ ຢູ່ເຂດຣັຖສິນ, ຣັຖສະກາງ, ຣັຖແມັກເວ ແລະ ຣັຖກະຢາ ເພື່ອພະຍາຍາມປົກປ້ອງ ສະຖານທີ່ທາງມໍຣະດົກ.​ ບາງຍຸດທະສາດ ລວມທັງກອງກໍາລັງ ປົກປ້ອງປະຊາຊົນ ທີ່ຂັບເຄື່ອນການຕໍ່ສູ້, ປົກປ້ອງອານຸສາວະລີ ທາງປວັດສາດ ແລະ ໃຫ້ການສຶກສາປ້ອງການປ້ອງຄອງ ທ້ອງຖິ່ນ ກ່ຽວກັບວິທີການອະນຸຮັກ.

ມາເຖິງປັດຈຸບັນ, ຄະນະບໍຣິຫານ ໄດ້ເລືອກເອົາສະຖານທີ່ທາງມໍຣິດົກ 59 ແຫ່ງ ຢູ່ຣັຖແມັກເວ ແລະ ສະກາງ, ລວມທັງຮັບຮູ້ສະຖານທີ່ ຂອງອົງການ ຢູເນສໂກ ຢູ່ ທີ່ເປັນສຖານທີ່ບູຮານນະສຖານ ເຂດ ເບກທາໂນ ແລະ ລວມທັງເຂດອື່ນໆ ນໍາອີກ ເຊັ່ນວັດ ແລະ ໂຮງຮຽນ. ຄະນະບໍຣິຫານ ໄດ້ກ່າວວ່າ ເຂົາເຈົ້າໄດ້ນໍາສເນີໄປພື້ນທີ່ ໄປປະມານ 100​ ແຫ່ງ.​

ໂບດ ຢູ່ໝູ່ບ້ານ ກັນຍາ ເຂດຣັຖກະຍາ ຂອງພະມ້າ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ຈາກການຍິງປືນຂອງທະຫານພະມ້າມາ ໃສ່ ໃນວັນທີ 24 ພຶສພາ 2021.​ ບ້ານຫານລິນ ແລະ ເຂດບູຮານນະຄະດີ ໄດ້ທີ່ຮັບການອະນຸມັດຈາກອົງການ ຢູເນສໂກ ໃຫ້ເປັນເຂດມໍຣະດົກທີ່ໄດ້ຮັບການປົກປ້ອງ ໃນທ້າຍປີ 2022, ແຕ່ວ່າ ໃນເດືອນມົກຣາ 2023, ມີທະຫານພະມ້າ ປະມານ 100 ຄົນ ມາຕັ້ງຖານທັບໃສ່ເຂດໝູ່ບ້ານດັ່ງກ່າວ ໄດ້ເຜົາວັດແຫ່ງນຶ່ງ ແລະ ເຮືອນ 50 ຫຼັງທີ່ຢູ່ເຂດໃກ້ຄຽງ.​

ທ່ານ ຕູຣາ ຕັນ ໂຄສົກຄະນະກັມມະການ ຄຸ້ມຄອງມໍຣະດົກ ໄດ້ກ່າວວ່າ ການກະທໍາຂອງທະຫານພະມ້າ ຂັດຕໍ່ສົນທິສັນຍາເຈນິວາ ແລະ ສົນທິສັນຍາອື່ນໆ ທີ່ຣັຖບານພວກເຮົາໄດ້ເຊັນລົງນາມໄປ.​

ນັບແຕ່ທະຫານພະມ້າ ເຂົ້າມາຢຶດອໍານາດ, ບ້ານຫານລິນ ທີ່ເປັນເຂດບູຮານນະຄະດີ ໄດ້ສົບກົບການຄວາມເສັຽຫາຍຫຼາຍຄັ້ງ ລວມທັງການວາງເພິງ ແລະ ການໂຈຣະກັມ, ເຖິງວ່າ ຈະຢູ່ໃນບັນຊີຂອງຄະນະກັມມະການກຄຸ້ມຄອງ, ແຕ່ສະຖານທີ່ດັ່ງກ່າວ ກໍຍັງກາຍເປັນພື້ນທີ່ການຕໍ່ສູ້.​ ທ່ານ ຕູຣາ ຕັນ ໂຄສົກຄະນະກັມມະການ ຄຸ້ມຄອງມໍຣະດົກ ໄດ້ກ່າວວ່າ: 

ໄດ້ກ່າວວ່າ: ພວກເຮົາບໍ່ມີກໍາລັງພຽງພໍ ທີ່ຈະປົກປັກຮັກສາ ສະຖານທີ່ດັ່ງກ່າວ ໄດ້ເຕັມເວລາ. ຈົນມາເຖິງຕອນນີ້ ມັນກໍຍັງເປັນບັນຫາຢູ່. ເຖິງວ່າ ບ້ານຫາລິນ ຈະຖືກໂຈມຕີຫຼາຍຄັ້ງ ແຕ່ ກອງກໍາລັບຕໍ່ຕ້ານຂອງພວກເຮົາ ກໍຍັງປົກປ້ອງເອົາໄວ້ໄດ້, ແຕ່ ມັນກໍປົກປ້ອງບໍ່ໄດ້ສເມີໄປ.

ນອກຈາກນີ້ ການຕໍ່ສູ້ ແລະ ຄວາມບໍ່ສງົບ ໄດ້ທໍາລາຍທີ່ຢູ່ຂອງສັດປ່າ ເຊັ່ນດຽວກັນ.​ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ ໃນປີ 2021, ກໍເກີດມີຄວາມບໍ່ສງົບຂຶ້ນ ໃນປະເທດພະມ້າ ໂດຍ ສະເພາະ ໄດ້ມີການສ້າງຕັ້ງ ກຸ່ມກອງກໍາລັງປົກປ້ອງ ປະຊາຊົນຂຶ້ນມາ ເພື່ອຕໍ່ສູ້ກັບທະຫານພະມ້າ ແລະ ຍັງມີກຸ່ມຊົນຊາດຊົນເຜົ່າອື່ນໆ ທີ່ບໍ່ເຫັນດີກັບການຍຶດອໍານາດ.​ ແມ່ຍິງຄົນນຶ່ງຊາວພະມ້າ ຜູ້ທີ່ເຂົ້າຮັບການຝຶກ ການເປັນໜ່ວຍຣົບ ພິເສດ ເພື່ອຕໍ່ສູ້ກັບທະຫານພະມ້າ ໄດ້ກ່າວຕໍ່ນັກຂ່າວວ່າ: ພວກເຮົາຝຶກແອບ ພາຍໃຕ້ແສງແດດ ທີ່ຮ້ອນອົບເອົາ ພວກເຮົາຕ້ອງເດີນໄປ ໄລຍະທາງໄກ ຕລອດທັງກາງເວັນ ແລະ ກາງຄືນ.

ສານ​ທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາຖືກກ່າວຫາວ່າ ເປັນກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຫຼື PDFD. ກຸ່ມກອງກຳລັງປົກປ້ອງປະຊາຊົນ ຖືກຈັດຕັ້ງຂຶ້ນໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານກຸ່ມທະຫານພະມ້າ ທີ່ຣັປະຫານຢຶດອຳນາດ ຈາກຣັບານພະມ້າ ທີ່ມາຈາກການເລືອຕັ້ງ ໃນເດືອນກຸມພາ 2021 ທີ່ຜ່ານມາ

ບັນ​ດາຜູ້ຍິງທັງ 9 ຄົນຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກ ຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນ ຈຳຄຸກໃນເດືອນຕຸລາ 2022 ທີ່ຜ່ານມາ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ກຸ່ມກອງກຳລັງປົກປ້ອງ ປະຊາຊົນ.

ຂໍ້​ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ທະຫານພະມ້າບໍ່ໄດ້ແຈ້ງໃຫ້ຄອບຄົວຜູ້ທີ່ຖືກສັ່ງຈຳຄຸກຮັບຮູ້. ຜູ້ຍິງທີ່ຖືກສານຕັດສິນທັງໝົດ ມີອາຍຸປະມານ 20 ປີ ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ທະຫານພະມ້າ ໄດ້ບຸກລະທາຍຄ້າຍ ຂອງກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມຂັງ ຢູ່ໃນຄຸກເມືອງກາເລ.

ພວກ​ເຂົາແຕ່ລະຄົນໄດ້ຮັບໂທດຈຳຄຸກ 2 ປີ ພາໃຕ້ມາຣາ 505 ແລະ ອີກ 10 ປີ ພາໃຕ້ມາຣາ 50 ຂອງກົດໝາຍ ຕ້ານການກໍ່ການຮ້າຍ ຂອງທະຫານພະມ້າ. ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ແມ່ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ ເຂົາເຈົ້າກໍຖືກບັງຄັບ ໃຫ້ເຮັດວຽກຢູ່ໃນຄຸກ.

ທ່ານ ກ່າວ​ຕື່ມອີກວ່າ ແມ່ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸພາບທີ່ດີ ເຂົາເຈົ້າເຮັດວຽກຕາມທີ່ເຈົ້າໜ້າທີ່ ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ. ແມ່ຍິງທີ່ຖືກຈັບນັ້ນ ຊື່ວ່າ: ລາ ຕັນ ຫວີ, ມາ ສອນ ດວງ, ຄາລອນ ສານ, ລາ ມອມ ຄາມ, ວັນລາ ລອນ, ມາລາ ປຽນ ເປວ, ຊາມ ຊູ ຊາ ອຳແມນ ລຳ ດິມ, ນິ ອອງ ດອນ ກິອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກຄອບຄົວຂອງລາວ ວ່າ ຜູ້ຍິງທັງໝົດ ຖືກທະຫານພະມ້າຈັບໂຕໄປ ເປັນເວລາ ເກືອບ 5 ເດືອນ. ໃນເວລານັ້ນ, ເຂົາເຈົ້າບໍ່ສາມາດຕິດຕໍ່ຫາໃຜໄດ້ ຢູ່ນອກຄຸກ. ຕໍ່ມາເຂົາເຈົ້າຈຶ່ງໄດ້ຮັບອະນຸຍາດໃຫ້ຕິດຕໍ່ຫາຄອບຄົວ ແຕ່ວ່າ ບໍ່ອະນຸຍາດໃຫ້ບອກຄອບຄົວວ່າ ເຂົາເຈົ້າຖືກສານຕັດສິນຕອນໃດ ເຊິ່ງຂໍ້ມູນດັ່ງກ່າວ ຫາກໍ່ຖືກຮັບຮູ້ໃນເດືອນພຶຈິກາ ນີ້ ໂດຍ ຜ່ານທະນາຍຄວາມ ແລະ ເຈົ້າໜ້າທີ່ຄຸກ.

ທະ​ຫານພະມ້າ ໄດ້ຈັບໂຕ ທ່ານ ວິນ ວິນ ອາດີດ ສະມາຊິກສະພາແຫ່ງຊາຕ ພະມ້າ ທີ່ສັງກັດພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ແລະ ຄອບຄົວຂອງລາວ ອີງຕາມຂໍ້ມູນຈາກໝູ່ເພື່ອນຂອງຄົນໃນຄອບຄົວ.

ທ່ານ ວິນ ວິນ ໄດ້​ຮັບການເລືອກຕັ້ງເປັນຜູ້ແທນ ຣາສດອນ ຢູ່ເມືອງ ມິນບູ ໃນປີ 2015 ແລະ ທ່ານ ໄດ້ຮັບການເລືອກຕັ້ງ ເປັນມັຍທີສອງໃນປີ 2020. ທ່ານ ຖືກຈັບ ພ້ອມດ້ວຍເມັຽ ແລະ ລູກອີກ 3 ຄົນ ໃນຕອນເຊົ້າວັນທິດ ຢູ່ ເຮືອນຂອງພີ່ນ້ອງ ຢູ່ເມືອງ ປະວິນຢູ່ຂອງພະມ້າ ເຊິ່ງເປັນບ່ອນທີ່ ທ່ານ ໄດ້ຫຼົບຊ້ອນໂຕຢູ່ ນັບຕັ້ງແຕ່ ທະຫານພະມ້າເຂົ້າມາຍຶດອຳນາດຈາກພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ໃນວັນທີ 1 ກຸມພາ 2021.

ໝູ່​ເພື່ອນຂອງຄົນໃນຄອບຄົວລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ຈັບ ລາວ ໃນຕອນເຊົ້າຕູ່ ພວກເຮົາບໍ່ຮູ້ວ່າ ພວກທະຫານເອົາໂຕລາວໄປໄວ້ໃສ. ຂ້ອຍເຂົ້າໃຈວ່າ ພວກທະຫານ ອອກໝາຍຈັບລາວ ຕາມມາຣາ​ 505 ຂອງກົດໝາຍອາຍາ ທີ່ລະບຸຂໍ້ຫ້າມກະທຳທີ່ຂັດຕໍ່ເຈົ້າໜ້າທີ່ຣັຖ ເຊິ່ງມີບົດລົງໂທດຈຳຄຸກເປັນເວລາ 3 ປີ.

ໝູ່​ເພື່ອນຂອງລາວ ກໍບໍ່ມີໃຜຮູ້ ວ່າ ທະຫານຍັງຄົງກັກຂັງ ທ່ານ ວິນ ວິນ, ເມັຽທີ່ຊື່ວ່າ ໂຕໂຕໄຫວ, ແລະ ລູກຊາຍສາມຄົນ ຊື່ ຕັນສິນວິນ ອາຍຸ 17 ປີ, ຢາຕີວິນ ອາຍຸ 13 ປີ ແລະ ພະແຢວິນ ອາຍຸ 3 ປີ ໃນເວລາທີ່ພວກທະຫານພະມ້າ ຕັ້ງຂໍ້ຫາລາວ ໃນຂະນະທີ່ ຝ່າຍທະຫານພະມ້າ ບໍ່ໄດ້ອອກແລງການຫຍັງກ່ຽວກັບການຈັບກຸມ ທ່ານ ວິນ ວິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.