ເຣື້ອງທີ່ເກັບບັນທຶກໄວ້
2022-05-31
ຊາວບ້ານວັງພະໝອນ 16 ຄອບຄົວຈະໄດ້ຮັບຜົລກະທົບ ຈາກໂຄງການ ຂຸດແຮ່ຄຳຕົກຂ້ອນ ຂອງບໍຣິສັດ ພິເອສຊີ ບໍ່ແຮ່ 2022 ຈຳກັດຜູ້ດຽວ ຊຶ່ງໄດ້ຮັບອະນຸຍາດ ຈາກທາງການລາວ ໃຫ້ສັມປະທານ ເນື້ອທີ່ດິນຂອງຊາວບ້ານ ຢູ່ບ້ານ ວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີ.
2022-05-31
ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ປັບຂຶ້ນລາຄາ ປີ້ຣົຖໄຟທຸກຊັ້ນ ເຣີ່ມຕັ້ງແຕ່ວັນທີ່ 1 ມິຖຸນາ 2022 ນີ້ເປັນຕົ້ນໄປ ໂດຍອີງຕາມອັດຕຣາ ແລກປ່ຽນເງິນຢວນ ເຖິງແມ່ນວ່າປະຊົນ ຢູ່ຫຼາຍແຂວງໃນລາວ ກໍາລັງປະສົບບັນຫາ ນໍ້າມັນຂາດແຄນ ແລະເງິນເຟີ້ຢູ່ກໍຕາມ.
2022-05-31
ເສຖກິຈລາວ ຍັງຕ້ອງການເວລາ ໃນການຟື້ນໂຕ ແລະສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນ ເນື່ອງຈາກ ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງເຊື້ອໂຄວິດ-19 ແລະພາວະສົງຄາມ ລະຫວ່າງ ຣັສເຊັຽກັບຢູເຄຣນ ເຊິ່ງຄາດວ່າ ພາຍໃນອີກ 2-3 ປີ ຫຼັງຈາກນີ້ ເສຖກິຈລາວຈຶ່ງຈະດີຂຶ້ນ.
2022-05-31
ເງິນກີບອ່ອນຄ່າ ເຮັດໃຫ້ການນຳເຂົ້າ ສິນຄ້າປະເພດຕ່າງໆ ໂດຍສະເພາະອາຫານ ແລະເຄື່ອງໃຊ້ ໃນຊີີວິດປະຈຳວັນ ມີລາຄາແພງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດືອດ ຈຶ່ງຫວັງວ່າຈະເຫັນການແກ້ໄຂ ໃຫ້ດີຂຶ້ນຈາກພາສ່ວນທີ່ກ່ຽວຂ້ອງ.
2022-05-30
ຊາວຕ່າງດ້າວ ຍັງສືບຕໍ່ຍາດແຍ່ງ ວຽກເຮັດງານທຳ ຈາກຊາວລາວ ໃນຂະນະທີ່ ພາກຣັຖ ຍັງອະນຸຍາດ ຊາວຕ່າງດ້າວ, ໂດຍສະເພາະ ແມ່ນຊາວວຽດນາມ ແລະ ຈີນ, ຫາກິນ ໃນສປປລາວໄດ້ ແລະ ບໍ່ເອົາໃຈໃສ່ ໃນການຈຳກັດ ແຕ່ຢ່າງໃດ.
2022-05-30
ການພົບພໍ້ກັນ ທີ່ນະຄອນ ຊູຣິກຮ໌ ລະຫວ່າງລາວ 3 ຝ່າຍ ທີ່ກໍາລັງຕໍ່ສູ້ກັນ ກ່ອນໜ້າ ກອງປະຊຸມນາໆຊາຕ ເພື່ອແກ້ໄຂຂໍ້ພິພາດ ໃນຣາຊອານາຈັກລາວ ຊຶ່ງຈະມີຂຶ້ນ ທີ່ນະຄອນເຊີແນວ.
2022-05-29
ເລຂາທິການ ເນໂຕ້ (NATO) ກ່າວວ່າ ຣັສເຊັຽໃຊ້ກຳລັງທະຫານ ຮຸກຮານຢູເຄຣນ ເປັນຄວາມຜິດພາດໃຫຍ່ ຂອງຜູ້ນຳຣັສເຊັຽ ຊຶ່ງເປັນເວລາ 3 ເດືອນ ຫຼັງຈາກ ຣັສເຊັຽ ຮຸກຮານຢູ່ເຄຣນ, ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້ກ່າວວ່າ ວຽກງານຂອງ NATO ກໍເພື່ອ ຮັບປະກັນວ່າ ສົງຄາມອັນປ່າເຖື່ອນ ແລະໂຫດຮ້າຍນີ້ ຈະບໍ່ລຸກລາມໄປທະວີບຢູໂຣບ.
2022-05-29
ຊາວພຸທສານິກະຊົນ ທີ່ຣັຖມິນິໂຊຕ້າ ຈັດພິທີ ສູດສັກອານິຈາ ແດ່ ອັຖຖິ ຫລື “ກະດູກ” ຂອງ ອົງຄ໌ສົມເດັຈ ພຣະສັງຄະຣາຊລາວ ພຣະທັມມະຍານະ ມະຫາເຖຣະ ບຸນທັນ ບຸບຜາຣັຕທ໌.
2022-05-29
ບໍຣິສັດ ຂຸດຄົ້ນແຮ່ເຫຼັກຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ ນໍ້າຊານ, ຊາວບ້ານ ຢູ່ເມືອງໄຊທານີ ຮຽກຮ້ອງ ຂໍດິນປູກຝັງ ຈາກທາງການລາວ, ຍັງມີເຈົ້າໜ້າທີ່ຣັຖ ຮັບແລ່ນ ໜັງສືຜ່ານແດນ ໃນລາຄາແພງ ແລະ ຂ່າວ ອື່ນໆ.
2022-05-28
ທາງການວຽດນາມ ຕັດສິນລົງໂທດ ຈໍາຄຸກນັກເຄື່ອນໄຫວຊົນເຜົ່າ ສ່ວນໜ້ອຍ ຕື່ມອີກຜູ້ນຶ່ງ ໂດຍຂໍ້ຫາ ຖານສົ່ງຣາຍງານຂ່າວ ກ່ຽວກັບການລະເມີດ ສິດທິມະນຸສ ໃນວຽດນາມ ໃຫ້ອັນທີ່ທາງການ ເອີ້ນວ່າກໍາລັງ ປະຕິການ ຢູ່ຕ່າງປະເທດ.
2022-05-27
ກອງປະຊຸມສຸດ ຍອດອາຊ້ຽນ-ອາເມຣິກາ ສມັຍພິເສດ ທີ່ກຸງວໍຊິງຕັນ ດີ.ຊີ. ສະຫະຣັຖອາເມຣິກາ ໄດ້ເວົ້າເຖິງການພົວພັນ ກັນຫລາຍບັນຫາ ເພື່ອຂຍາຍການຮ່ວມມື ແລະຊ່ອຍເຫລືອກັນຂຶ້ນຕື່ມ ຮວມທັງການຄ້າແລະການລົງທຶນ.
2022-05-27
ປະກົດການ ທີ່ຄົນຈີນ ແລະຄົນວຽດນາມ ເຂົ້າມາຕັ້ງຮ້ານຄ້າຂາຍເຄື່ອງ ທີ່ຖືວ່າຜິດລະບຽບ ຂອງແຈ້ງການ ບັນຊີປະເພດ ທຸຣະກິຈສງວນໄວ້ ສຳລັບພົລເມືອງລາວ ແລະທີ່ສຳຄັນ ເຈົ້າໜ້າທີ່ ໄດ້ລົງກວດພົບ ສິນຄ້າໝົດອາຍຸ, ສິນຄ້າຕ້ອງຫ້າມ ຜິດກົດໝາຽ ແລະສິນຄ້າ ນໍາເຂົ້າບໍ່ໄດ້ເສັຽພາສີ ຫຼາຍຣາຍການ ຮວມມູນຄ່າທັງໝົດ 70 ລ້ານກີບ.
2022-05-27
ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຊັພສິນ ຈາກເຂື່ອເຊປຽນ-ເຊນ້ຳນ້ອຍແຕກ ຍັງລໍຖ້າ ຄ່າຊົດເຊີຍ ຈາກຄະນະປະເມີນຜົລ ແລະ ແກ້ໄຂພັຍພິບັດ ເຂື່ອນແຕກແຂວງອັດຕະປື ຊຶ່ງປະກົດວ່າ ການປະເມີນຜົລເສັຍຫາຍ ຍັງຫຼ້າຊ້າ ໂດຍສະເພາະ ຄ່າຊົດເຊີຍ ສິ່ງປູກສ້າງ, ເງິນສົດ ແລະ ວັດຖຸມີຄ່າອື່ນໆ.
2022-05-27
ປະຊາຊົນ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈຳນວນ 102 ຄອບຄົວ, 107 ຫຼັງຄາເຮືອນ ຮວມທັງໝົດ 430 ປາຍຄົນ ທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟ ລາວ-ຈີນ ໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນໃໝ່ ສຳເຣັດແລ້ວ 100% ແຕ່ຊາວບ້ານສ່ວນຫຼາຍ ຍັງບໍ່ມີວຽກເຮັດ ງານທຳທີ່ໝັ້ນຄົງ.
2022-05-26
ຜູ້ນຳລາວ ຍັງສ້າງກະແສ ຈົງຮັກພັກດີ ຕໍ່ຣັສເຊັຽ ທ່າມກາງສົງຄາມ ລະຫວ່າງ ຣັສເຊັຽ ກັບ ຢູເຄຣນ ກຳລັງດຳເນີນໄປ ເປັນການສ້າງກະແສ ໃຫ້ຄົນລາວ ຫັນໄປນິຍົມຣັສເຊັຽຂຶ້ນອີກ ຍ້ອນວ່າ ປັດຈຸບັນຫຼາຍປະເທດ ມີການຄວ້ຳບາດຣັສເຊັຽ.