ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ
2022.05.29

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ບໍຣິສັດ ຂຸດຄົ້ນແຮ່ເຫຼັກຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ ນໍ້າຊານ, ຊາວບ້ານ ຢູ່ເມືອງໄຊທານີ ຮຽກຮ້ອງ ຂໍດິນປູກຝັງ ຈາກທາງການລາວ, ຍັງມີເຈົ້າໜ້າທີ່ຣັຖ ຮັບແລ່ນ ໜັງສືຜ່ານແດນ ໃນລາຄາແພງ, ປະຊາຊົນ, ນັກທຸຣະກິຈ ແລະ ເຈົ້າໜ້າທີ່ຣັຖ ບໍ່ເຊື່ອໝັ້ນ ສາຍດ່ວນ ແລະ ຂ່າວ ອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ບໍຣິສັດ ຂຸດຄົ້ນແຮ່ເຫຼັກຂອງຈີນ ດຸດທຳລາຍ ໄຮ່ສວນ ຂອງຊາວບ້ານ ນໍ້າຊານ”
“ຂໍ້ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນ ກັບນາຍທຶນ ມີມາຢູ່ເລື້ອຍໆ ແຕ່ທາງລັດຖະບານ ກໍ ບໍ່ສາມາດແກ້ໄຂບັນຫານີ້ໄດ້ ເຊິ່ງ ຜູ້ທີ່ໄດ້ຮັບ ຜົນກະທົບຫລືວ່າ ໄດ້ຮັບຄວາມເດືອດຮ້ອນ ກໍ່ ແມ່ນຊາວບ້ານ ຜູ້ທຸກຍາກຕາມເຄີຍ. ສ່ວນນາຍທຶນ ແມ່ນໄດ້ປຽບຕາມເຄີຍ ແລະ ເຈົ້າຫນ້າທີ່ ຜູ້ ທີ່ໄດ້ຄ່ານາຍຫນ້າ ສືບ ຮັ່ງມີໄປເລື້ອຍໆ. ສຳລັບເຈົ້າຫນ້າທີ່ຮັບຜິດຊອບ ເບິ່ງຄືວ່າ ບໍ່ເຂົ້າໃຈ ແລະ ບໍ່ຮູ້ເລື້ອງຫຍັງເລີຍ. ເຈົ້າຫນ້າທີ່ລັດບໍ່ຮູ້ຮອດຫນ້າ ທີ່ຮັບຜິດຊອບ ຂອງຕົວເອງ ກິນເງິນເດືອນ ທີ່ ໄດ້ມາຈາກການ ເກັບພາສີຂອງປະຊາຊົນ ແຕ່ ບໍ່ເຮັດວຽກຫຍັງ ໃຫ້ ປະຊາຊົນເລີຍ. ເຮັດແນວໃດ ມັນຊິເປັນບ້ານເປັນເມືອງ ເຮັດແນວໃດ ມັນຊິ ຈະເລີນຄືບ້ານເພິ່ນ?”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!