ຄວາມສຳຄັນ ກອງປະຊຸມ ສຸດຍອດອາຊ້ຽນ-ສະຫະຣັຖ
2022.05.27

ກອງປະຊຸມສຸດຍອດອາຊ້ຽນ-ອາເມຣິກາ ສມັຍພິເສດ ເພື່ອສເລີມສລອງການພົວພັນ ອາຊ້ຽນ-ອາເມຣິກາຄົບຮອບ 45 ປີ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງ ສາຍພົວພັນເປັນຄູ່ເຈຣະຈາ ໃນປີ 1977 ໄດ້ຖືກຈັດຂຶ້ນທີ່ກຸງວໍຊິງຕັນ ດີ.ຊີ. ປະເທດສະຫະຣັຖອາເມຣິກາ ໃນມື້ວັນທີ 12 ແລະ 13 ພຶດສະພາ 2022 ນີ້ ຊຶ່ງໃນນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ກໍໄດ້ເຂົ້າຮ່ວມ.
ກອງປະຊຸມສຸດຍອດສມັຍພິເສດຄັ້ງນີ້ ໄດ້ເວົ້າເຖິງຫລາຍບັນຫາ ທີ່ກ່ຽວຂ້ອງກັບການພົວພັນ ຮ່ວມມື ຮວມທັງທາງດ້ານການຄ້າ ແລະການລົງທຶນ ລະຫວ່າງອາຊ້ຽນແລະອາເມຣິກາ ແລະການຊ່ອຍເຫລືອຂອງສະຫະຣັຖອາເມຣິກາ ແກ່ປະເທດຕ່າງໆ ໃນຂົງເຂດເອເຊັຽຕາເວັນອອກສ່ຽງໃຕ້ ເພື່ອຮັດແໜ້ນ ແລະຂຍາຍສາຍພົວຮ່ວມມືກັນຂຶ້ນຕື່ມ ຊຶ່ງຫລາຍຄົນເວົ້າວ່າ ເປັນການຕອກຢໍ້າຄວາມມຸ້ງໝັ້ນ ຂອງສະຫະຣັຖອາເມຣິກາ ໃນການພົວພັນ ຮ່ວມມືກັບອາຊ້ຽນ ບົນພື້ນຖານຂອງຄວາມສເມີພາບ ແລະຜົລປໂຍດຮ່ວມກັນ ແລະໃນການຊ່ອຍເຫລືອ ແກ້ໄຂບັນຫາຕ່າງໆຂອງອາຊ້ຽນ. ພ້ອມກັນນັ້ນກໍເປັນການມຸ້ງເນັ້ນເຖິງຄວາມສໍາຄັນຂອງອາຊ້ຽນ ໃນການສ້າງຄວາມໝັ້ນຄົງ ແລະຄວາມສົມບູນພູນສຸກ ບົນພື້ນຖານຂອງຄວາມມີປະຊາທິປະໄຕ ແລະເຄົາຣົບສິດທິມະນຸສ.
ຫລາຍອົງການຈັດຕັ້ງ ຂອງຊຸມຊົນລາວຢູ່ຕ່າງປະເທດ ໄດ້ສນັບສນູນກອງປະຊຸມ ຊຶ່ງໃນນັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ກໍໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ 21 ພຶສພານີ້ວ່າ ມີຄວາມສໍາຄັນຍິ່ງ.
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ຂິນຖາວອນ ບຸນພະຄົມ ຜູ້ສໍາເຣັດການນັກສຶກສາດ້ານເສຖສາຕ ຈາກສະຫະພາບໂຊວຽດ ປັດຈຸບັນຢູ່ຣັຖຟລໍຣິດາ ສະຫະຣັຖອາເມຣິກາ, ເປັນຮອງປະທານ ຄະນະອໍານວຍການມູນນິທິສິລປະ ແລະວັທນະທັມລາວ ທີ່ຣັຖຟລໍຣິດາ ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີໃນມື້ວັນ 22 ພຶສພານີ້ວ່າ ມີຄວາມສໍາຄັນຍິ່ງ.
ແລະທ່ານ ສີພວນ ແກ້ວວົງເພັດ ອະດີດນາຍທະຫານກອງທັບ ແຫ່ງພຣະຣາຊອານາຈັກລາວ, ປັດຈຸບັນຢູ່ຣັຖເວີຣ໌ຈິເນັຍ ສະຫະຣັຖອາເມຣິກາ ກໍໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີໃນມື້ວັນ 22 ພຶສພານີ້ວ່າ ມີຄວາມສໍາຄັນ.
ເວົ້າເຖິງບັນຫາຢູ່ທະເລຈີນໃຕ້ ທີ່ພົວພັນກັບປະເທດສະມາຊິກ ອາຊ້ຽນຈໍານວນນຶ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ອາຊ້ຽນຄວນຮ່ວມມືກັບ ສະຫະຣັຖອາເມຣິກາ ໃນການແກ້ໄຂບັນຫາເພື່ອຄວາມໝັ້ນຄົງໃຈຂົງເຂດນີ້.
ແລະທ່ານ ຂິນຖາວອນ ບຸນພະຄົມ ກໍກ່າວວ່າ ສະຫະຣັຖມີຄວາມຈໍາເປັນ ຕ້ອງໄດ້ສົ່ງເຮືອໄປຕິດຕາມການເຄື່ອນໄຫວ ຂອງຈີນຢູ່ທະເລຈີນໃຕ້ ຊຶ່ງຈີນອ້າງເອົາເກືອບວ່າທັງໝົດ.
ແລະທ່ານ ຂິນຖາວອນ ກໍກ່າວວ່າ ການທີ່ຜູ້ນຳອາຊ້ຽນ ແລະສະຫະຣັຖອາເມຣິກາ ໄດ້ເຫັນດີໃນດ້ານຫລັກການ ກ່ຽວກັບການຍົກລະດັບການພົວພັນ ອາຊ້ຽນ-ອາເມຣິກາ ຈາກການເປັນຄູ່ເຈຣະຈາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຊຶ່ງຈະຮັບຮອງເອົາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊ້ຽນ-ອາເມຣິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພຶສຈິກາ 2022 ນີ້ນັ້ນ ແມ່ນເໝາະກັບຍຸກສມັຍ.
ໃນລະຫວ່າງກອງປະຊຸມສຸດຍອດ ອາຊ້ຽນ-ອາເມຣິກາ ສມັຍພິເສດ ບັນດາຜູ້ນໍາອາຊ້ຽນ ໄດ້ພົບພໍ້ ປຶກສາຫາລືກັບ ທ່ານ ໂຈ ໄບເດັນ ປະທານາທິບໍດີ ສະຫະຣັຖອາເມຣິກາ, ກັບ ມາດາມ ຄາມາລາ ແຮຣິດສ໌ ຮອງປະທານາທິບໍດີ ແລະກັບຣັຖມົນຕຣີຈໍານວນນຶ່ງ ຊຶ່ງໃນນັ້ນໄດ້ມີການແລກປ່ຽນທັດສະນະກ່ຽວກັບຫລາຍບັນຫາ ຮວມທັງບັນຫາພາກພື້ນ ແລະສາກົນທີ່ພົ້ນເດັ່ນ, ໄດ້ທົບທວນເຖິງການຮ່ວມມືອາຊ້ຽນ-ອາເມຣີກາ ທີ່ຜ່ານມາ, ເວົ້າເຖິງເຣື່ອງສາທາຣະນະສຸຂ ເປັນຕົ້ນບັນຫາໂຄວິດ-19 ຊຶ່ງບັນດາຜູ້ນໍາອາຊ້ຽນໄດ້ຊົມເຊີຍ ການຊ່ອຍເຫລືອຂອງອາເມຣິກາ ທີ່ປະກອບສ່ວນເຂົ້າໃນກອງທຶນອາຊ້ຽນ ເພື່ອຮັບມືກັບວັຍຣັສດັ່ງກ່າວ, ໃຫ້ການຊ່ອຍເຫລືອດ້ານທຶນຮອນ, ວັກຊິນ ແລະອຸປະກອນການແພດ ຜ່ານຂອບສອງຝ່າຍແລະຫລາຍຝ່າຍ ແລະອາເມຣິກາ ກໍຢຶນຢັນວ່າ ຈະສືບຕໍ່ຊ່ອຍເຫລືອອາຊ້ຽນ ດ້ານສາທາຣະນະສຸຂ ເພື່ອຟື້ນເສດຖະກິຈ ແລະສົ່ງເສີມຄວາມໝັ້ນຄົງດ້ານສຸຂະພາບ. ພ້ອມກັນນັ້ນກໍໄດ້ເວົ້າເຖິງການປ່ຽນແປງ ຂອງສະພາບດິນຟ້າອາກາດ, ການຫັນໄປສູ່ພະລັງງານສະອາດ-ພະລັງງານທົດແທນ ແລະການພັທນາໂຄງຮ່າງພື້ນຖານແບບຍືນຍົງ. ຜູ້ນໍາອາຊ້ຽນຮຽກຮ້ອງໃຫ້ ສະຫະຣັຖອາເມຣິກາ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະການບໍຣິການ ແກ່ອາຊ້ຽນແລະອື່ນໆ.
ກ່ອນໜ້າກອງປະຊຸມ ຄືໃນມື້ວັນທີ 5 ພຶສພາ 2022 ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະໄຕໃນລາວ ກໍໄດ້ສົ່ງໜັງສືເຖິງ ທ່ານ ໂຈ ໄບເດັນ ປະທານາທິບໍດີ ສະຫະຣັຖອາເມຣິກາ ສນັບສນູນນະໂຍບາຍ ຂອງສະຫະຣັຖ ທີ່ມີຕໍ່ອາຊ້ຽນໃນລະຫວ່າງກອງປະຊຸມນັ້ນ. ສະບາຍດີ