ຜູ້ນຳລາວ ຍັງຈົງຮັກພັກດີ ຕໍ່ຣັສເຊັຽ

ອຸ່ນແກ້ວ
2022.05.26
ຜູ້ນຳລາວ ຍັງຈົງຮັກພັກດີ ຕໍ່ຣັສເຊັຽ ຮູບປະທານປະເທດລາວ ທ່ານທອງລຸນ ສີສຸລິດ ເຂົ້າຮ່ວມການປະຊຸມ ແມ່ນ້ຳຂອງ (Mekong Summit Meeting) ທີ່ນະຄອນຫຼວງກ໋ຽວໂຕ່ ປະເທດຍີ່ປຸ່ນ, ວັນທີ 9 ຕຸລາ 2018 ຕອນທີ່ທ່ານຍັງເປັນ ນາຍົກຣັຖມົນຕຣີ ສປປ ລາວ.
ຮູບພາບ: Franck Robichon/Pool via Reuters

ໃນ​ອາທິດທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ກ່າວຄຳປາໃສ ເປັນພາສາຣັສເຊັຽ ເນື່ອງໃນໂອກາດ ຄົບຮອບ 225 ປີ ຂອງການສ້າງຕັ້ງວິທະຍາໄລ ສ້າງຄູແຫ່ງນຶ່ງ ຢູ່ປະເທດຣັສເຊັຽ ເພື່ອສ້າງກະແສ ຄວາມຈົງຮັກພັກດີຕໍ່ຣັສເຊັຽ.

ຖ່າມ​ກາງສົງສົງຄາມລະຫວ່າງ ຣັສເຊັຽ ແລະ ຢູເຄຣນ, ມີຄົນຕັ້ງຂໍ້ສັງເກດວ່າ ຜູ້ນຳລາວຈຳເປັນຕ້ອງໄດ້ຢືນຢູ່ຂ້າງຣັສເຊັຽ ຍ້ອນວ່າ ນັບແຕ່ປີ 1975 ຈົນມາເຖິງປັດຈຸບັນ ຜູ້ນຳລາວຕິດໜີ້ບຸນຄຸນຣັສເຊັຽ.

ເຈົ້າໜ້າ​ທີ່ທາງການທ່ານນຶ່ງ ຜູ້ທີ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ຄັນວ່າບໍ່ພັກດີ ກະຢາກຫຍຸ້ງ ຄືຂ້ອຍເວົ້າ ເປັນແນວນັ້ນ ອ້າວກະຫຍຸ້ງແບບ ຄືກັນກັບຢູເຄຣນຫັ້ນລະ ແບບນັ້ນແຫຼະ.”

ເຈົ້າ​ໜ້າທີ່ ທ່ານນີ້ ກ່າວວ່າ:

ທິດີອັນນີ້ນ່າ ມັນຊິເຮັດຫຍັງໄດ້ ທິດີອັນປັຊຍາ ເຣື່ອງເສສາຕ ມັນຕົວະໄດ້ລະແມ່ນດີ.”

ແລະ ຜູ້​ສັງເກດການຢູ່ໃນລາວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ: “ການ​ທີ່ທ່ານ ທອງລຸນ ສີສຸລິດ ອອກມາເວົ້າພາສາຣັສເຊັຽ ໃນໄລຍະນີ້ ເປັນການສ້າງກະແສໃຫ້ຄົນ​​ລາວ ຫັນໄປນິຍົມຣັສເຊັຽຂຶ້ນອີກ ຍ້ອນວ່າ ປັດຈຸບັນຫຼາຍປະເທດ ມີການຄວ້ຳບາດຣັສເຊັຽ.”  

ລາວ​ເຣີ່ມຟື້ນຟູການຮ່ວມມື ກັບຣັສເຊັຽຫຼາຍຂຶ້ນ ຫຼັງຈາກທີ່ໄດ້ມິດງຽບໄປປະມານ 10 ປາຍປີ ນັບແຕ່ອະດີດ ສະຫະພາບໂຊວຽດ ຫຼົ້ມສລາຍໃນປີ 1991.   

ພ​ນັກງານບຳນານທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ: “ລາວ​ (ສປປ ລາວ) ຈຳເປັນຕ້ອງໄດ້ຫັນໄປເພິ່ງຣັສເຊັຽ ທາງດ້ານການທະຫານຫຼາຍຂຶ້ນ ອີງໃສ່ວ່າ ຜູ້ນຳລາວຫຼາຍຄົນ ເຄີຍຮຽນຢູ່ຣັສເຊັຽມາກ່ອນ ຖ້າໃຜເວົ້າໃຫ້ຣັສເຊັຽບໍ່ດີແນວນັ້ນ, ແນວນີ້ ຖືວ່າຜິດແນວທາງ ຫຼື ຖ້າມີຄົນຄັດຄ້ານ ກໍຖືວ່າເປັນສັດຕູ.”

ໄດ້​ມີການເຜີຍແຜ່ ຄຳປາໃສ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວລົງາງເຟບຸກຄ໌ ໃນອາທິດທີ່ຜ່ານມາ ໂດຍ ພິທີ່ກອນໂທລະພາບແຫ່ງຊາດ ໄດ້ອ່ານຄຳແປເປັນພາລາວຕອນນຶ່ງວ່າ: ໃນຈຳນວນນັກສຶກສາລາວທີ່ໂຊກດີທັງ 17 ຄົນນັ້ນ ໄດ້ມີຂ້າພະເຈົ້າເອງຜູ້ນຶ່ງ ຊື່ທອງລຸນ ສີສຸດລິດ ຜູ້ໜຸ່ມນ້ອຍຢູ່ໃນນັ້ນ ມາເຖິງມື້ນີ້ ເວລາໄດ້ຜ່ານໄປ 40 ກວ່າປີແລ້ວ ແຕ່ຂ້າພະເຈົ້າກໍບໍ່ເຄີຍລືມໂຮງຮຽນເກົ່າໂຕເອງຈັກເທື່ອ ແລະ ກໍບໍ່ເຄີຍຫຼົງລືມລິນຍາທີ່ໄດ້ຮັບນັ້ນໄດ້.” 

ອົງ​ການຂ້າຫຼວງໃຫຍ່ ແຫ່ງສະຫະປະຊາຊາດ ໄດ້ມີການລົງຄະແນນສຽງໃຫ້ການໂຈະຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນສະພາສິດທິມະນຸສ ໃນວັນທີ 7 ເມສາ 2022 ຢູ່ ນະຄອນ ນີວ ຍອກຄ໌ (New York) ປະເທດ ສະຫະຣັອາເມຣິກາ ຫຼັງຈາກທີ່ມີການກ່າວຫາວ່າ ທະຫານຣັສເຊັຽ ໄດ້ທຳການສັງຫານໝູ່ ປະຊາຊົນຊາວຢູເຄຣນ ຢູ່ເມືອງ ບູຊາ (Bucha) ທີ່ຢູ່ໃກ້ກັບ ນະຄອນຫລວງຄຽບ (Kyiv) ຂອງປະເທດຢູເຄຣນ, ອີງຕາມຂໍ້ມູນ ຈາກອົງກາສະຫະປະຊາຊາດ ຫຼື United Nations. ອົງການຂ້າຫຼວງໃຫຍ່ ແຫ່ງສະຫະປະຊາຊາດ ມີສະມາຊິກທັງໝົດ 193 ປະເທດ ໃນນັ້ນມີ 93 ປະເທດ ໄດ້ລົງຄະແນນສຽງເຫັນດີ ໃຫ້ໂຈະບົດບາດຂອງຣັສເຊັຽ ຢູ່ໃນສະພາສິທິມະນຸ, ມີ 24 ປະເທດ ເຊິ່ງມີປະເທດລາວ ຢູ່ໃນນັ້ນ ລົງຄະແນນສຽງຄັດຄ້ານ, ແລະ 58 ປະເທດງົດອອກສຽງ.

ທາງ​ການລາວ ໄດ້ພົວພັນກັບຣັສເຊັຽ ເພື່ອແກ້ໄຂບັນຫາການຂາດແຄນນ້ຳມັນ. ໃນວັນທີ 06 ພຶສພາ ຜ່ານມາ ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ອອກແຈ້ງການສະບັບເລຂທີ 621 ທີ່ຣະບຸໃຫ້ກະຊວງອຸດສາຫະກັມ ແລະການຄ້າ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄົ້ນຄວ້າ ກົນໄກການນໍາເຂົ້ານໍ້າມັນເຊື້ອໄຟ ພ້ອມເຈຣະຈາຂໍຊື້ນໍ້າມັນເຊື້ອໄຟ ລາຄາຍ່ອມເຍົາ ຈາກປະເທດຣັສເຊັຽ ເພື່ອຊ່ອຍຫຼຸດຜ່ອນບັນຫາຕົ້ນທຶນ ການນຳເຂົ້າແລະຂາດເຂີນນໍ້າມັນເຊື້ຶຶອໄຟພາຍໃນລາວ. 

ປະ​ເທລາວຍັງຕິດໜີ້ຣັສເຊັຽ ເປັນຈຳນວນຫຼາຍ 100 ລ້ານໂດລ້າຣ໌. ວາລະສານໜີ້ສິນ ສາທາຣະນະຂອງກະຊວງການເງິນ ສະບັບ ປີ 2020 ໄດ້ຣາຍງານວ່າ ປະເທດລາວຕິດໜີ້ຣັສເຊັຽ 260 ລ້ານໂດລ້າຣ໌, ແຕ່ ແຫຼ່ງຂ່າວຈາກທາງການລາວ ໃຫ້ຄຳເຫັນວ່າ ມູນຄ່າໜີ້ສິນທີ່ບໍ່ມີການເປີດເຜີຍ ສູງກວ່ານີ້.   ໃນ​ປີ 2018, ຣັບານລາວ ໄດ້ສັ່ງຊື້ຍົນຝຶກແອບການສູ້ຣົບ 4 ລຳແລະ ໄດ້ສັ່ງຊື້ຣົຖັງຫຼາຍ​ 10 ຄັນ ຈາກຣັສເຊັຽ. ປະກອບກັບໃນເວລານັ້ນ, ປະເທດລາວ ມີບັນຫາຊາຍແດນກັບປະເທດກັມພູຊາ ໂດຍສະເພາະຊາຍແດນ ແຂວງອັດຕະປື ແລະ ແຂວງຈຳປາສັກ ທີ່ຕິດກັບຊາຍແດນ ປະເທດກັມພູຊາ ແລະ ຜູ້ນຳລາວ ກັບ ຜູ້ນຳກັມພູຊາ ໄດ້ມີການປະຊຸມປຶກສາຫາລືກັນຫຼາຍຄັ້ງ ເພື່ອແກ້ໄຂບັນຫາດັ່ງກ່າວ.  

ໃນ​ການສັ່ງຊື້ຍົນ ແລະ ຣົຖັງດັ່ງກ່າວ ຜູ້​​ສັງເກດການໃຫ້ທັນະວ່າ ລາວບໍ່ສາມາດຊື້ເປັນເງິນສົດໄດ້ ແຕ່ ຕ້ອງໄດ້ອະນຸຍາດໃຫ້ຣັສເຊັຽ ມາສັມປະທານຂຸດຄົ້ນບໍ່ແຮ່ ຫຼື ສັມປະທານໂຄງການໃດນຶ່ງ ໃນປະເທລາວ.  

ໃນວັນທີ 10 ຕຸລາ 2018 ຜ່ານມາ, ຄະນະເຈົ້າໜ້າທີ່ທະຫານ ຈາກປະເທດຣັສເຊັຍ 36 ທ່ານ ໄດ້ເດີນທາງມາເຖິງ ປະເທດລາວ ເພື່ອປະຕິບັດໜ້າທີ່ເກັບກູ້ຣະເບີດ ຢູ່ເມືອງຄຳເກີດ ແຂວງ ບໍລິຄຳໄຊ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທະຫານລະດັບສູງຂອງລາວທ່ານນຶ່ງ, ຫລັງຈາກອະດີດ ສະຫະພາບໂຊວຽດ ຫລົ້ມສລາຍແລ້ວ ທາງການຣັສເຊັຍ ກໍ ພະຍາຍາມເຂົ້າມາເຈຣະຈາ ກັບທາງການລາວ ເພື່ອ​ທວງເງິນທີ່ລາວຕິດໜີ້ຣັສເຊັຽ.

ເຈົ້າໜ້າທີ່ທະ​ຫານ​ລະ​ດັບ​ສູງ​ທ່ານນີ້ ກ່າວວ່າ:

"ກ່ຽວກັບການໃຊ້ໜີ້ ຕໍ່ຣັສເຊັຽ, ລາວຄົງຈະບໍ່ສາມາດໃຊ້ໜີ້ ເປັນເງິນສົດໄດ້ ນອກຈາກຈະເອົາບໍ່ແຮ່ ແລະ ໃຫ້ຣັສເຊັຽ ໄດ້ສັມປະທານ ໂຄງການໃດນຶ່ງ ເທົ່ານັ້ນ ເພື່ອລົບກັບໜີ້ສິນ ດັ່ງກ່າວ."

ໃນ​ປີ 2018, ສຳນັກຂ່າວ ສປຸດນິກ (Sputnik) ຂອງທາງການຣັສເຊັຽ ໄດ້ລາຍງານ ວ່າ: ກະຊວງປ້ອງກັນປະເທດຣັສເຊັຽ ມີແຜນການເປີດຫ້ອງການ ເພື່ອໃຫ້ການຊ່ວຍເຫລືອຝ່າຍລາວ ໃນການນຳໃຊ້ ອຸປກອນທາງດ້ານ ການທະຫານທີ່ຜ​ລິດຈາກປະເທດຣັສເຊັຽ.

ຂໍ້ຕົກລົງທີ່ທາງການລາວ ແລະຣັສເຊັຽ ໄດ້ເຊັນກັນເອົາໄວ້ແມ່ນໄດ້ລະບຸວ່າ: ຂໍ້ຕົກລົງໄດ້ເລັງໃສ່ສ້າງສູນບັນຊາການ ທາງທະຫານຂອງກະຊວງປ້ອງກັນ ປະເທດຣັສເຊັຽຢູ່ລາວ ເພື່ອໃຫ້ການຊ່ວຍເຫລືອຝ່າຍລາວ ກ່ຽວກັບເຣື່ອງການຮ່ວມມື ທາງການທະຫານ. ຂໍ້ຕົກລົງດັ່ງກ່າວ ໄດ້ລະບຸເອົາໄວ້ວ່າ ຝ່າຍລາວ ເປັນຜູ້ຮັບຜິດຊອບຄ່າໃຊ້​ຈ່າຍຕ່າງໆ ໃນການສ້າງຕັ້ງຫ້ອງການ, ການປະຖົມພະຍາບານ ໃຫ້ພະນັກງານທະຫານຣັສເຊັຽ ແລະ ການຮັກສາຄວາມປອດພັຍ.

ອີງຕາມຂໍ້ຕົກລົງດັ່ງກ່າວ, ຄະນະຜູ້ແທນຣັຖບານຣັສເຊັຽ ມີສິດມາຢ້ຽມຢາມໜ່ວຍງານ ທາງດ້ານການທະຫານຂອງລາວ ທີ່ມີບັນຫານຳໃຊ້ອຸປກອນທາງການທະຫານ ທີ່ຜລິດຈາກຣັສເຊັຽ ແລະນອກຈາກນີ້ ຊ່ຽວຊານຂອງຣັສເຊັຽ ທີ່ມາເຮັດວຽກນັ້ນ ບໍ່ມີສິດເຂົ້າມາປະຕິບັດ ການທາງທະຫານໂດຍກົງ, ແຕ່ຈະປະຕິບັດໃນຖາມຜູ້ຝຶກສອນເທົ່ານັ້ນ.

ໃນວັນທີ 22 ມົກກະຣາ 2018, ພົນ​ເອກ ຈັນສະໝອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນປະເທດຂອງລາວ ໄດ້ພົບກັບ ພົນເອກ ເຊຣເກ ໂຊຍກູ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ຣັສເຊັຍ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດລາວ ຢ່າງເປັນ ທາງການ.

ໃນເດືອນກັນຍາ ປີ 2017 ສຳ​ນັກ​ຂ່າວ ສປຸດນິກ (Sputnik) ຂອງຣັສເຊັຽ ໄດ້​ຣາຍ​ງານ​ວ່າ: “ທ່ານ ທອງລຸນ ສີສຸລິດ ໃນ​ເວ​ລ​ທີ່​ດຳ​ລົງ​ຕຳ​ແໜ່ງ ​ເປັນນາຍົກຣັຖມົນຕຼີລາວ ແລະ ທ່ານ ດີມິຕຣີ້ ເມັດເວດຽບ (Dmitry Medvedev) ນາຍົກຣັຖມົນຕຣີ ຣັສເຊັຍ ໄດ້ລົງນາມຂໍ້ຕົກລົງ ການຮ່ວມມືດ້ານການທະຫານ, ການກໍ່ສ້າງເຂື່ອນເຊກອງ 5 ໃນລາວ, ການຕໍ່ສູ້ຕ້ານການກໍ່ການຮ້າຍ, ການສື່ສານທາງອາກາດ ແລະ ແຜນການຮ່ວມມື ກ່ຽວກັບການນຳໃຊ້ ພລັງນິວເຄລັຽ ເພື່ອຈຸດປະສົງດ້ານສັນຕິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.