ເຣື້ອງທີ່ເກັບບັນທຶກໄວ້
2024-04-30
ໄລຍະ 2 ເດືອນຕົ້ນປີ 2024 ນີ້, ປະເທດລາວ ຂາດດຸນການຄ້າ 228 ລ້ານໂດລ້າຣ໌ສະຫະລັດ, ເຊິ່ງມີບາງປັດໄຈ ທີ່ກະທົບຕໍ່ບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ສືບຕໍ່ຂາດດຸນ.
2024-04-30
ຕົ້ນກະທ້ອມ ເປັນພືດເສບຕິດຊະນິດນຶ່ງ ທີ່ພວມໄດ້ຮັບຄວາມນິຍົມ ໃນໝູ່ໄວລຸ້ນ ແລະ ຜູ້ສູງອາຍຸ ຊາວລາວຈຳນວນນຶ່ງ ຍ້ອນພືດກະທ້ອມມີສານທີ່ຊ່ວຍກະຕຸ້ນຮ່າງກາຍ ແລະຜ່ອນຄາຍ, ແຕ່ຖ້າເສບພືດກະທ້ອມໃນປະລິມານຫຼາຍ ຈະເຮັດໃຫ້ເກີດບັນຫາທາງປະສາດ ແລະ ຮ່າງກາຍ ຢ່າງຮ້າຍແຮງໄດ້.
2024-04-30
ທາງການແຂວງສາລະວັນ ລົງວິໄນສະມາຊິກພັກ 4 ຄົນ ຍ້ອນສໍ້ລາດບັງຫລວງ, ເສຍຫາຍ 11.08 ຕື້ກີບ ໃນນັ້ນໄດ້ໄລ່ອອກຈາກພັກ 3 ຄົນ, ໂຈະການຮ່ວມຊີວິດພັກຊົ່ວຄາວ 1 ຄົນ, ແຕ່ບໍ່ປະກົດມີຄະດີຖືກຄຸກ ໃນການສໍ້ລາດບັງຫຼວງ.
2024-04-30
ພົບການຕັດໄມ້ ທຳລາຍປ່າ ຢູ່ຫຼາຍຈຸດ ໃນເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ, ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພັດຢັ້ງຢືນ ກ່ຽວກັບເຫດການດັ່ງກ່າວ ວ່າເປັນຂໍ້ມູນເກົ່າ.
2024-04-30
ຊາວແຂວງຫົວພັນ ກຳລັງປະເຊີນກັບບັນຫາໃນການຊື້ນ້ຳມັນຍາກ ຍ້ອນລົດຂົນນໍ້າມັນ ເຂົ້າໄປລຳບາກ ແລະບັນຫາການແລກປ່ຽນເງິນຕາ ມີຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ປະກອບການປ້ຳນ້ຳມັນ ບໍ່ສາມາດສະໜອງກັບຄວາມຕ້ອງການ ຂອງປະຊາຊົນ.
2024-04-29
ການເຜີຍແຜ່ບົດລາຍງານ ແນວທາງເພື່ອຫຼຸດຜ່ອນ ການຖືພາໃນໄວໜຸ່ມ ຂອງອົງກອນສາກົນ ມີຄວາມສຳຄັນຫຼາຍ, ຈາກບົດລາຍງານນີ້ ແມ່ນກຸນແຈສຳຄັນ ໃນການຊີ້ນຳເພື່ອຮັບປະກັນ ສຸຂະພາບ ແລະອະນາຄົດ ສຳລັບປະຊາກອນໜຸ່ມ ຂອງປະເທດລາວ.
2024-04-29
ບໍລິສັດຈີນ ເຊົ່າດິນປະຊາຊົນປູກໝາກຖົ່ວເຫລືອງ ຢູ່ເມືອງຫຼວງນ້ຳທາ, ແຂວງຫຼວງນໍ້າທາໃນເນື້ອທີ່ 400 ເຮັກຕ້າ ໃນປີ 2025, ຂະນະທີ່ປີກາຍໄດ້ປູກແລ້ວ 65 ເຮັກຕ້າ ແລະປີນີ້ປູກເພີ່ມຂຶ້ນເປັນ 327 ເຮັກຕ້າ ເຊິ່ງເປັນການຮ່ວມມື ຂອງອຳນາດການປົກຄອງທ້ອງຖິ່ນ ແລະບໍລິສັດຈີນ.
2024-04-29
ຄະນະກໍາມະການແມ່ນໍ້າຂອງສາກົນ ຕຽມຈັດກອງປະຊຸມຫາລື ໂຄງການເຂື່ອນປາກແບງ ແຂວງອຸດົມໄຊ ເພື່ອແຈ້ງ ແລະແບ່ງປັນຂໍ້ມູນຂອງໂຄງການ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍໄດ້ຮັບຮູ້ ຄວາມຄືບໜ້າ ຄາດວ່າ ຈະມີກອງປະຊຸມ ໃນເດືອນມິຖຸນາ ປີ 2024 ນີ້.
2024-04-29
ສະພາບອາກາດ ຮ້ອນຜິດປົກກະຕິ ໃນໄລຍະນີ້ ເຊິ່ງທາງກະຊວງສຶກສາທິການ ແລະກິລາ ໃຫ້ໂຮງຮຽນ ທີ່ບໍ່ມີພັດລົມ ຫລືເຄື່ອງປັບອາກາດ ພິຈາລະນາໂຈະການຮຽນ-ການສອນບາງຕອນ ຫລືບາງໄລຍະ ຖ້າສະພາບອາກາດຮ້ອນອົບເອົ້າ ຮອດ 40 ອົງສາເຊວຊຽສຂຶ້ນໄປ.
2024-04-29
ພົບມີການປອມເງິນໃບ 50,000 ກີບ, ລຸ້ນປີ 2004 ເຊິ່ງເຮັດໃຫ້ຜູ້ປະກອບການ, ຮ້ານຄ້າ ແລະ ທຸລະກິດ ຈຳນວນໜຶ່ງ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບຄວາມເດືອດຮ້ອນ ຂະນະທີ່ທາງທະນາຄານ ແຫ່ງ ສປປ ລາວ ອອກມາເຕືອນ.
2024-04-29
ຊ້າງປ່າ ທໍາຮ້າຍຊາວບ້ານ ທີ່ເປັນຜູ້ຊາຍ ອາຍຸ 60 ປີ, ເສຍຊີວິດ 1 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອວັນທີ 18 ເມສາ 2024
2024-04-29
ລັດຖະບານລາວ ມີແຜນ ຈະອອກວີຊ້າ ແລະ ຕໍ່ອາຍຸ ໃບອະນຸຍາດເຮັດວຽກ ໃຫ້ຄົນງານຕ່າງປະເທດ ທີ່ຜິດກົດໝາຍ ເພື່ອແກ້ໄຂບັນຫາ ການຂາດເຂີນຄົນງານ
2024-04-26
ປະຊາຊົນ ຢູ່ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບ ຈາກສານພິດຂີ້ເຫຍື້ອ ຮ້ອງທຸກຕໍ່ ສະພາປະຊາຊົນແຂວງ
2024-04-25
ບັນຫາຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ປະຊາຊົນ ບ້ານໜອງຫີນ ແລະ ບໍລິສັດຈີນ ຍັງບໍ່ທັນແກ້ໄຂໄດ້ຢ່າງຂາດໂຕ ຍ້ອນ ຊາວບ້ານເຫັນວ່າ ຄ່າຊົດເຊີຍ ຍັງບໍ່ເໝາະສົມ.
2024-04-25
ລົດແທັກຊີ້ໄຟຟ້າ ຂອງບໍລິສັດ ຈາກຫວຽດນາມ ເປີດໃຫ້ບໍລິການ ຢູ່ແຂວງຈຳປາສັກ ແລ້ວ ໃນເຂດນະຄອນປາກເຊເປັນຫຼັກ ຂະນະດຽວກັນ ກໍເຮັດໃຫ້ຜູ້ປະກອບການ ລົດຮັບ-ສົ່ງ ທີ່ມີຢູ່ແລ້ວ ຢ້ານຖືກຍາດລູກຄ້າແດ່.