ອົງກອນສາກົນ ເປີດເຜີຍແນວທາງ ຫຼຸດຜ່ອນການຖືພາໄວໜຸ່ມ

ໄຊຍາ
2024.04.29
ອົງກອນສາກົນ ເປີດເຜີຍແນວທາງ ຫຼຸດຜ່ອນການຖືພາໄວໜຸ່ມ ເດັກນ້ອຍແມ່ຍິງລາວ ໃນເຂດຊົນນະບົດ ທີ່ແຕ່ງດອງແລະມີລູກ ໃນໄວໜຸ່ມ-ສາວ.
RFA

ສປປ ລາວ ເປັນປະເທດທີ່ອັດຕາການຖືພາ-ແຕ່ງດອງໃນໄວໜຸ່ມ ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍແມ່ຍິງ 30.5% ໄດ້ແຕ່ງດອງເປັນຄັ້ງທຳອິດ ກ່ອນອາຍຸ 18 ປີ ແລະ 17.4% ແມ່ນມີລູກຄົນທຳອິດ ກ່ອນອາຍຸ 19 ປີ. ໂດຍອີງຕາມຂໍ້ມູນຫຼ້າສຸດ ຈາກການສຳຫຼວດດັດຊະນີ ໝາຍສັງຄົມລາວຄັ້ງທີ 3.

ຂະນະດຽວກັນ ຂໍ້ມູນການສໍາຫຼວດ ຍັງສະແດງໃຫ້ເຫັນວ່າ ອັດຕາຈະເລີນພັນ ຂອງເດັກຍິງໄວໜຸ່ມ (ສາວ) ແລະ ອັດຕາເດັກຍິງອາຍຸ 15-19 ປີ ທີ່ແຕ່ງດອງເຊິ່ງເປັນການເປີດທາງ ໄປສູ່ອະນາຄົດທີ່ດີຂຶ້ນຂອງໄວໜຸ່ມລາວ. ອີງຕາມກໍລະນີສຶກສາ ໃນລາວ ຂອງກອງທຶນ ປະຊາກອນແຫ່ງສະຫະປະຊາຊາດ ແລະ ອົງການຢູນີເຊບ ທີ່ເຜີຍແຜ່ບົດລາຍງານ ຄວາມເຂົ້າໃຈ ຂອງເສັ້ນທາງການຖືພາ ໃນໄວໜຸ່ມອາຊີຕາເວັນອອກສຽງໃຕ້ ເມື່ອວັນທີ 04 ເມສາ 2024 ຜ່ານມາ.

ການຖືພາ ແລະແຕ່ງດອງ ໃນແມ່ຍິງໄວໜຸ່ມນັ້ນ ຍັງມີຢູ່ຫຼາຍ ໂດຍແມ່ຍິງຈະມີອາຍຸລະຫວ່າງ 15-16 ປີ ຫຼື ບາງເທື່ອກໍອາດຈະຕໍ່າກ່ວານັ້ນ ຢູ່ປະມານ 10 ປີ. ສ່ວນຫຼາຍແມ່ຍິງ ທີ່ຈະແຕ່ງດອງ ແລະຖືພານັ້ນຈະເປັນແມ່ຍິງ ຈາກຊົນເຜົ່າ.

ດັ່ງເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ຂັ້ນເມືອງ ຂອງແຂວງຜົ້ງສາລີ ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ເມສາ 2024 ວ່າ:

“ກໍຫາມີກໍແຖວໃນເມືອງແທ້ ບໍ່ສູ້ມີແຖວດ້ານນອກຈະມີຄົນຊົນເຜົ່າ. ຂະເຈົ້າບໍ່ໄດ້ຮຽນໜັງສື ຮຽນຮອດ ມ.4, ມ.5 ບໍ່ຫຼືວ່າ ປ.5 ເຂົາກໍອອກແລ້ວ. ກໍເອົາກັນມັນກໍມີຫຼາຍຢູ່ ບາງຄົນກໍຮອດຕັ້ງແຕ່ ປ.5. ສ່ວນຫຼາຍກໍຊົນເຜົ່າອາຂ່າຫັ້ນແຫຼະ, ເຜົ່າອື່ນແທ້ ບໍ່ສູ້ມີຫຼາຍ. ມີບາງກໍລະນີ ແຕ່ວ່າຊົນເຜົ່າອາຂ່າ ຈະຫຼາຍກ່ວາໝູ່.”

ເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ຂັ້ນເມືອງ ຂອງແຂວງຜົ້ງສາລີ ກ່າວຕື່ມວ່າ. ທີ່ຜ່ານມາທາງເຈົ້າໜ້າທີ່ ກໍໄດ້ລົງໂຄສະນາ ດ້ານສຸຂະສຶກສາ ແລະ ການວາງແຜນຄອບຄົວ ນໍາແຕ່ກໍຍັງພົບສິ່ງທ້າທາຍຢູ່ຫຼາຍ ເປັນຕົ້ນໄວໜຸ່ມບໍ່ປະຕິບັດຕາມ ການແນະນໍາດ້ານສຸຂະສຶກສາ ຂອງເຈົ້າໜ້າທີ່. ນອກຈາກນີ້ ຍັງເປັນເລື່ອງຂອງປະເພນີ ຊົນເຜົ່າລວມເຖິງຖານະຄອບຄົວນໍາ ທີ່ເປັນໂຕບັງຄັບໃຫ້ອອກເຮັດວຽກ.

“ກໍມີແຕ່ວ່າລົງສຸຂະສຶກສາ ບໍ່ໃຫ້ເອົາລູກກ່ອນເນາະເຖິງວ່າ ຂະເຈົ້າຈະແຕ່ງງານກໍຢ່າໃຫ້ບໍ່ເອົາລູກກ່ອນ. ໃຫ້ວາງແຜນຄອບຄົວເລື່ອງນີ້ ລົງສຸຂະສຶກສາ ກໍລົງຢູ່ແຕ່ວ່າຂະເຈົ້າບໍ່ຟັງສົມມຸດເອົາກັນແລ້ວ ອາຍຸບໍ່ຮອດ 18 ປີ ກໍຄືກໍເອົາລູກເລີຍຊີ້ນ່າ. ສ້າງຄອບຄົວແລ້ວກໍເອົາລູກເລີຍ ມີກໍເອົາເລີຍບໍ່ມີກໍຢູ່ຕາມທຳມະຊາດຫັ້ນແຫຼະ ແຕ່ວ່າຊິເຂົ້າມາວາງແຜນ ຄອບຄົວຫັ້ນບໍ່ມີ.

ໃນເຂດເທດສະບານ ແລະ ເຂດນອກເມືອງສິງ ແຂວງຫຼວງນໍ້າທານັ້ນ ກໍຍັງມີການແຕ່ງດອງທີ່ແມ່ຍິງ ຈະມີອາຍຸຕໍ່າກ່ວາ 18 ປີ. ສ່ວນເລື່ອງການໂຄສະນາ ດ້ານການວາງແຜນ ຄອບຄົວ ລວມເຖິງການແຕ່ງດອງໃນໄວເດັກ ແລະໄວໜຸ່ມ ກໍຍັງບໍ່ທັນມີເທື່ອ.

ດັ່ງຊາວບ້ານ ເມືອງສິງ ແຂວງຫຼວງນໍ້າທາ ນາງກ່າວໃນມື້ດຽວກັນວ່າ:

“ ໂອ! ມີຫຼາຍໆ. ດຽວນີ້ບໍ່ວ່າຢູ່ນອກ ຢູ່ເທດສະບານແຫຼະ ມີທຸກໆເດືອນ ກໍມີແຫຼະ ແຕ່ງດອງເດືອນໜຶ່ງກໍມີ 2-3 ຄົນ. ປະມານ 10 ປາຍປີ ຫາ 20 ປີ. 16-17ປີ, 18 ຫາ 20, 21, 22 ປີ.

ໃນເຂດເມືອງອຸທຸມພອນ ຍັງມີການແຕ່ງດອງ ແລະຖືພາ ຂອງແມ່ຍິງໄວໜຸ່ມຫຼາຍ. ແມ່ຍິງຕັ້ງແຕ່ອາຍຸ 16-17 ປີ. ສ່ວນຢູ່ເຂດນອກມີແມ່ຍິງ ອາຍຸແຕ່ 14-15 ປີ ບາງເທື່ອຖືພາກ່ອນ ຈິ່ງແຕ່ງດອງ ຫຼືເກີດລູກກ່ອນ ຈຶ່ງຄ່ອຍແຕ່ງ. ສາເຫດຍ້ອນວ່າ ໃນເຂດນອກ ບໍ່ໄດ້ຮັບການສຶກສາ ຫຼື ການອົບຮົມສຸຂະສຶກສາປານໃດ ເມື່ອໃຫຍ່ຂຶ້ນ ຈຶ່ງແຕ່ງດອງທັນທີ. 

ຜ່ານມາໃນເຂດບ້ານ ຍັງບໍ່ທັນມີພາກສ່ວນກ່ຽວຂ້ອງ ລົງມາໂຄສະນາ ເຖິງແຜນການຫຼຸດຜ່ອນ ການຖືພາແລະແຕ່ງດອງ ໃນແມ່ຍິງໄວໜຸ່ມ ເຊິ່ງຫາກໂຄງການດັ່ງກ່າວ ລົງມາກໍຖືວ່າເປັນເລື່ອງດີ ແລະ ຕ້ອງການໃຫ້ມີການຊຸກຍູ້ ການໂຄສະນາໃນໂຮງຮຽນ ກ່ຽວການຄຸມກຳເນີດ ແລະ ການໃສ່ຖົງຢາງອະນາໄມ ເພື່ອປ້ອງກັນການຖືພາ.

ດັ່ງຊາວບ້ານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ນາງກ່າວວ່າ:

“ຢາກໃຫ້ລົງມາໂຮງຮຽນ ພວກໄວລຸ້ນໃຫ້ນັກຮຽນຮັບຮູ້ອິຫຍັງ ໃຫ້ເຂດນອກໃຫ້ໂຄງການລົງມາເຜີຍແຜ່ ໃຫ້ເຂົາເຈົ້າຮູ້ຈັກຈັ່ງຊີ້ຫັ້ນນ່າ. ບາງຄົນກໍທຸກຍາກໍເອົາລູກບໍ່ຈັກຢຸດຈັກຢ່ອນຫັ້ນນ່າ. ເອົາທ້າຍປີ-ຫົວປີ ກໍມີຫຼາຍ. ກໍລ້ຽງລູກບໍ່ກຸ້ມອິຫຍັງປະມານນີ້ ເຂົາບໍ່ຮູ້ຈັກປ້ອງກັນບໍ່ ຫຼື ໃຊ້ທາງໃດຈັ່ງຊີ້ຫັ້ນນ່າ.”

ລັດຖະບານລາວ ມີຄວາມມຸ້ງໝັ້ນຢ່າງຕັ້ງໜ້າ ໃນການແກ້ໄຂການຖືພາ ໃນໄວໜຸ່ມ ແລະການແຕ່ງດອງຂອງເດັກນ້ອຍ ໂດຍຜ່ານຍຸດທະສາດການຮ່ວມມື ແລະ ອີງໃສ່ຫຼັກຖານ ໃນການຈັດການຄວາມເຂົ້າໃຈຈາກບົດລາຍງານນີ້ ແມ່ນກຸນແຈສຳຄັນໃນການຊີ້ນຳ ຄວາມພະຍາຍາມ ຂອງພວກເຮົາໃນການຮັບປະກັນສຸຂະພາບ ແລະອະນາຄົດອັນສົດໃສ ສຳລັບປະຊາກອນໜຸ່ມ ຂອງພວກເຮົາ. ກ່າວໂດຍ ທ່ານ ສິດທິຣົດ ລາຊະພົນ, ຫົວໜ້າສະຖາບັນຄົ້ນຄ້ວາວິໄຈ ການພັດທະນາ ແລະສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ເມື່ອວັນທີ 04 ເມສາ 2024 ຜ່ານມາ.

ສໍາລັບບົດລາຍງານດັ່ງກ່າວ ອົງການຢູນິເຊບປະຈໍາລາວ ໄດ້ລະບຸວ່າ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ໄດ້ເຜີຍແຜ່ໃນລະດັບຊາດ ທີ່ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ ລັດຖະບານ, ຄູ່ຮ່ວມການພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ເຊິ່ງບົດລາຍງານ ໄດ້ກ່າວເຖິງປັດໄຈ ຂອງການແຕ່ງດອງ ແລະຖືພາຂອງໄວໜຸ່ມ ແລະເດັກນ້ອຍ ໃນ ສປປ ລາວ, ປັດໄຈທຳອິດແມ່ນການຮັບເອົາການແຕ່ງດອງ ຂອງເດັກນ້ອຍ, ເຊິ່ງການລະເມີດສິດທິເດັກນ້ອຍ ທີ່ລັກເອົາຄວາມເປັນເດັກນ້ອຍ ແລະຂົ່ມຂູ່ທີ່ເປັນໄພຕໍ່ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ. ຫຼັກຖານຍັງສະແດງໃຫ້ເຫັນວ່າ ເດັກນ້ອຍຍິງທີ່ແຕ່ງດອງກ່ອນອາຍຸ 18 ປີ ມີແນວໂນ້ມຈະອອກຈາກໂຮງຮຽນ, ມີຜົນທາງດ້ານເສດຖະກິດ ແລະ ສຸຂະພາບທີ່ຮ້າຍແຮງ ເມື່ອທຽບໃສ່ເພື່ອນທີ່ບໍ່ໄດ້ແຕ່ງດອງ, ຍິ່ງໄປກ່ວານັ້ນ ເດັກນ້ອຍຍິງຍັງມີຄວາມສ່ຽງສູງ ຕໍ່ກັບອາການສົນ ໃນລະຫວ່າງການຖືພາ ແລະການເກີດລູກຫຼາຍກ່ວາແມ່ຍິງຜູ້ໃຫຍ່.

ສໍາລັບປັດໄຈອື່ນ ທີ່ບົດລາຍງານໄດ້ລະບຸ ທີ່ນໍາໄປສູ່ການຖືພາໃນໄວໜຸ່ມ ທີ່ສະທ້ອນໃນບົດລາຍງານ ແມ່ນອຸປະສັກຕໍ່ການເຂົ້າເຖິງ ຂໍ້ມູນຂ່າວສານບໍລິການ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການຄວບຄຸມກ່ຽວກັບການຕັດສິນ ຕໍ່ສຸຂະພາບຈະເລີນພັນ, ການດື່ມເຫຼົ້າບັນເທົາຄວາມກົດດັນ ຫຼື ການບັງຄັບໃຫ້ມີເພດສຳພັນ, ພຶດຕິກຳການຈຳແນກທາງເພດ ແລະ ບັນທັດຖານທາງສັງຄົມ ກໍເປັນປັດໄຈເຊັ່ນດຽວກັນ.

ໃນປີ 2021 ທີ່ຜ່ານມາ ກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ຫຼື United Nations Population Division ໄດ້ເປີດເຜີຍລາຍງານ ຂອງ The World Population Prospects ທີ່ລະບຸວ່າ ປະເທດລາວມີອັດຕາການຖືພາ ໃນໄວໜຸ່ມທີ່ມີອາຍຸລະຫວ່າງ 15-19 ປີຈໍານວນ 73.17 ຄົນ/ໄວໜຸ່ມຍິງ 1,000 ຄົນ. ເຖິງວ່າອັດຕາການຖືພາ ໃນໄວໜຸ່ມຍິງ ຂອງປະເທດລາວ ຈະຫຼຸດລົງເລື້ອຍໆ ນັບແຕ່ປີ 1993 ເປັນຕົ້ນມາແຕ່ລາວ ກໍຍັງຄົງເປັນປະເທດທີ່ມີອັດຕາການຖືພາ ໃນໄວໜຸ່ມແມ່ຍິງສູງທີ່ສຸດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ສໍາລັບປະເທດອື່ນໆ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີສັດສ່ວນການຖືພາຕໍ່ປະຊາກອນ ໄວໜຸ່ມຍິງ 1,000 ຄົນ, ຮອງລົງມາຈາກລາວປະກອບມີ ຟີລິບປີນສ໌ 48.2 ຄົນ, ກຳປູເຈຍ 45.45 ຄົນ, ວຽດນາມ 34.6 ຄົນ, ອິນໂດເນເຊຍ 33.93ຄົນ, ຕີມໍເລສເຕ 33.88 ຄົນ, ພະມ້າ 33.04 ຄົນ, ໄທຍ 32.72 ຄົນ, ບຣູໄນ 9.98 ຄົນ, ມາເລເຊຍ 9.27 ຄົນ ແລະສິງກະໂປ 2.62ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.