ເຣື້ອງທີ່ເກັບບັນທຶກໄວ້
2023-01-31
ເກີດເຫດການ ພະນັກງານ ຂອງບໍຣິສັດ ຢຸນນານວັນເວ ພະລັງງານຈຳກັດ (ສັນຊາດຈີນ) ໃຊ້ປືນຍິງນາບຂູ່ ປະຊາຊົນ ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີ ພ້ອມກັບ ໃຊ້ພ້າ ແລະກ້ອນຫິນຂູ່ທຳລາຍປະຊາຊົນ ທີ່ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍທີ່ບໍ່ເໝາະສົມ ເປັນເຫດໃຫ້ມີຜູ້ບາດເຈັບ ໃນຄັ້ງນີ້ນຳດ້ວຍ.
2023-01-31
ເຖິງເວລາຈະຜ່ານມາແລ້ວ ຫຼາຍປີກໍຕາມ, ປັດຈຸບັນນີ້ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງບໍ່ທັນໄດ້ຮັບ ເງິນຊົດເຊີຽຣາຍການທີ 6, ເຊິ່ງເປັນຄ່າຊົດເຊີຽໂຕສຸດທ້າຍ ທີ່ເປັນຄ່າຊັບສິນ ແລະຍັງບໍ່ຮູ້ວ່າ ຈະໄດ້ຮັບມື້ໃດແທ້ ເພາະພາກສ່ວນກ່ຽວຂ້ອງ ເລືອນການຊົດເຊີຽ ອອກໄປເລື້ອຍໆ.
2023-01-31
ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ຮ່ວມກັບປະຊາຊົນ ເມືອງຊຽງຂອງ ແຂວງຊຽງຮາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີກຳນົດຈັດເທສການ ແລກປ່ຽນວັທນະທັມ ແຫ່ງສາຍນໍ້າ ພາຍໃຕ້ຫົວຂໍ້ “A Tale of Two Rivers” ຫຼື “ເຣື່ອງເລົ່າສອງສາຍນໍ້າ” ໃນມື້ວັນທີ 3-4 ກຸມພາ 2023 ນີ້.
2023-01-31
ເຮືອທ່ອງທ່ຽວຂນາດໃຫຍ່ ທີ່ແລ່ນຕາມລຳແມ່ນ້ໍາຂອງ ໂດຍສະເພາະເຂດຫລວງພຣະບາງ ຊຶ່ງມັກແລ່ນດ້ວຍຄວາມໄວສູງ ເຮັດໃຫ້ເກີດຄື້ນກະທົບເຮືອຫາປາ ຂນາດນ້ອຍຂອງຊາວ ແລະສິ່ງແວດລ້ອມ, ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕຣາການ ໃນການຄວບຄຸມເທື່ອ.
2023-01-31
ປະຊາຊົນຊາວລາວ ໃຫ້ທັດສະນະ ທາງຄວາມຄິດ ຕໍ່ການປັບປ່ຽນໂຍກຍ້າຍ ຄະນະຣັຖມົນຕຣີ ຈາກ 3 ກະຊວງ ແລະ ຫລາຍຄົນໄດ້ພຽງແຕ່ຫວັງວ່າ ຄະນະຣັຖມົນຕຣີຊຸດໃໝ່ ໂດຍສະເພາະຣັຖຕຣີ ກະຊວງການເງິນ ທີ່ເປັນລູກຊາຍ ຂອງອະດີດ ປະທານປະເທດ ຈະສາມາດປັບປຸງ ເສຖກິຈລາວໃຫ້ດີຂຶ້ນ.
2023-01-30
ການແກ້ໄຂບັນຫາ ການຄ້າ ແລະການເສບຢາເສບຕິດ ຢູ່ລາວ ປະກົດວ່າ ມິດງຽບລົງ ຫຼັງຈາກ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ລາອອກຈາກຕຳແໜ່ງ ເມື່ອທ້າຍປີກາຍນີ້ ຊຶ່ງອາດກໍ່ໃຫ້ເກີດບັນຫາຢາເສບຕິດ ກັບມາຣະບາດ ຫຼາຍຂຶ້ນກວ່າເກົ່າ ແລະສົ່ງຜົນກະທົບ ຕໍ່ສັງຄົມລາວ ໂດຍລວມ.
2023-01-30
ສະມາຄົມຈີນ ຫລວງພຣະບາງ ເປີດອາຄານຫລັງຮຽນຫຼັງໃໝ່ ຂອງໂຮງຮຽນ ມັທຍົມສຶກສາ ຕອນຕົ້ນ ຊິ່ນຮວາ ຢູ່ແຂວງຫລວງພຣະບາງ ຢ່າງເປັນທາງການ, ຂະນະທີ່ຊາວລາວ ເປັນຫ່ວງ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-01-30
ສປປ ລາວ ມີຍອດການຂາຍສິນຄ້າ ທາງອ໋ອນລາຍ໌ ປະມານ 683 ລ້ານໂດລ້າຣ໌ ສະຫະຣັຖ ຊຶ່ງຄາດຄະເນວ່າຮອດປີ 2027 ຈະເພີ່ມຂຶ້ນເຖິງ 1.5 ຕື້ໂດລາສະຫະຣັຖ ແລະ ການຊື້-ຂາຍເພີ່ມຂຶ້ນປະມານ 3.4 ລ້ານຄົນ ເຊິ່ງຣັຖບານ ຕຣຽມເກັບພາສີ-ອາກອນ ກັບທຸຣະກິຈອ໋ອນລາຍນ໌.
2023-01-30
ລາວ-ໄທຍ ປຶກສາຫາລື ເຣື່ອງຄຸນນະພາບ ການສົ່ງສິນຄ້າ ແລະ ການປ່ຽນຖ່າຍ ຂົນສົ່ງສິນຄ້າ ຜ່ານລະບົບເສັ້ນທາງຣົຖໄຟ ລາວ-ໄທຍ ເພື່ອສົ່ງເສີມການຍົກລະດັບ ການຄ້າລະຫວ່າງປະເທດ ລາວ, ໄທຍ ແລະ ຈີນ ໃຫ້ມີປະສິດທິພາບສູງຂຶ້ນ.
2023-01-30
ຫຼັງຈາກ ທ່ານ ດຣ. ສອນໄຊ ສີພັນດອນ ຂຶ້ນເປັນນາຍົກຣັຖມົນຕຣີ, ໃນນາມຫົວໜ້າຄະນະຣັຖບານ ໄດ້ມີການປັບປຸງ ຄະນະຣັຖມົນຕຣີ 3 ຕຳແໜ່ງ ໃນ 3 ກະຊວງທີ່ສຳຄັນ ແລະ ສະພາແຫ່ງຊາຕ ປະກາດຮັບຮອງ ຢ່າງເປັນທາງການ.
2023-01-29
ວຽດນາມ ເພີ່ມມາຕການ ປາບປາມ ກຸ່ມຕໍ່ສູ້ເພື່ອສິດທິ ຂັ້ນພື້ນຖານ, ກຸ່ມການເມືອງເອກຣາດ ແລະການສໍ້ຣາສບັງຫລວງລາຍໃຫຍ່ ໃນໄລຍະຫລັງໆມານີ້ ເຮັດໃຫ້ອົງການ ສະຫະປະຊາຊາຕ ດ້ານສິດທິມະນຸສ ມີຄວາມເປັນຫວ່ງ.
2023-01-29
ອະດີດເຈົ້າແຂວງ ແຂວງຊຽງຂວາງ ລະເມີດສັນຍາ ການລົງທຶນ ກິຈການສວນພູຄຳ, ຜົລຜລິດ ການກະເສຕລາວ ຂາຍບໍ່ອອກ ຍ້ອນການນຳເຂົ້າ ພືດ-ຜັກ ຈາກໄທຍ ແລະ ຈີນ, ຊາວບ້ານ ບໍ່ເຫັນພ້ອມ ການຂຸດຄົ້ນແຮ່ ຢູ່ເມືອງອະນຸວົງ.
2023-01-28
ທະຫານພະມ້າ ເຜົາບ້ານເຮືອນ ຂອງປະຊາຊົນ ຊາວພະມ້າ 13 ບ້ານ ຢູ່ ຣັຖສະກາງ ແລະ ມີປະຊາຊົນ 10,000 ຄົນ ຕ້ອງຫຼົບໜີຈາກການໂຈມຕີ ດ້ວຍປືນໃຫຍ່ຂອງທະຫານພະມ້າ ນັບຕັ້ງແຕ່ເກີດການຣັຖປະຫານ ຍຶດອຳນາດຈາກຣັຖບານ ພົນລະເຮືອນ.
2023-01-28
ການນຳເຂົ້າ ຜົລຜລິດກະເສຕ ຈາກເພື່ອນບ້ານ ເຮັດໃຫ້ ພືດ-ຜັກ ຂອງກະສິກອນລາວ ຂາຍບໍ່ອອກ, ຊຶ່ງບັນຫານີ້ ຍັງສົ່ງຜົລກະທົບ ຕໍ່ຜູ້ຊື້ ມາບໍຣິໂພກ ນຳອີກ ຍ້ອນອັຕຣາແລກປ່ຽນ ເພີ່ມສູງ.
2023-01-27
ສະມາຊິກສະພາ ປະຊາຊົນແຂວງ ສວັນນະເຂດ ຢາກໃຫ້ມີການຂຶ້ນຄ່າຈ້າງ ແຮງງານ ແກ່ກັມມະກອນ ຢູ່ໃນໂຮງຈັກ-ໂຮງງານ ພາຍໃນແຂວງສວັນນະເຂດ ເພື່ອໃຫ້ສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ ແລະຫຼຸດຜ່ອນ ການຫຼັ່ງໄຫຼ ໄປຊອກເຮັດວຽກ ຢູ່ປະເທດໄທຍ.