ຣັຖບານມີແຜນ ເກັບພາສີ-ອາກອນ ທຸຣະກິຈອ໋ອນລາຍ໌
2023.01.30
ອີງຕາມການຣາຍງານຂອງ ທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີ ກະຊວງອຸດສາຫະ
ກັມ ແລະການຄ້າ ໄດ້ເຄີຍຊີ້ແຈງຕໍ່ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 28 ທັນວາ 2022 ທີ່ຜ່ານມາ ປະເທດລາວມີຍອດການຂາຍສິນຄ້າ ທາງອ໋ອນລາຍ໌ ປະມານ 683 ລ້ານໂດລ້າຣ໌ ສະຫະຣັຖ ຊຶ່ງຄາດຄະເນວ່າຮອດປີ 2027 ຈະເພີ່ມຂຶ້ນເຖິງ 1.5 ຕື້ໂດລ້າຣ໌ ສະຫະຣັຖ ແລະ ການຊື້-ຂາຍເພີ່ມຂຶ້ນປະມານ 3.4 ລ້ານຄົນ.
ໄລຍະຜ່ານມາ ຣັຖບານລາວ ຍັງບໍ່ທັນມີການເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈອ໋ອນລາຍ໌ເທື່ອ ຍ້ອນວ່າຣັຖບານມີຂໍ້ຈຳກັດຫລາຍຢ່າງ ເຊັ່ນດ້ານງົບປະມານ, ດ້ານບຸກຄະລາກອນ ບໍ່ພຽງພໍຕໍ່ການປະຕິບັດ ວຽກງານດັ່ງກ່າວ ແຕ່ໃນຕໍ່ໜ້າຣັຖບານລາວ ຈະມີການປັບປຸງຄືນໃໝ່ ເພື່ອຕຣຽມຈະເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈອ໋ອນລາຍ໌.
ດັ່ງທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີ ກຊວງອຸດສາຫະກັມ ແລະການຄ້າ ກ່າວໃນວັນທີ 08 ທັນວາ 2022 ໃນຕອນນຶ່ງວ່າ:
“ການຄຸ້ມຄອງ ການເກັບຣາຍຮັບ ແລະການປົກປ້ອງ ຜູ້ໃຊ້ບໍຣິການ ແລະ ຜູ້ຊົມໃຊ້ໃນການບໍຣິການ ຊື້-ຂາຍ ການຄ້າທາງອີເລັກໂທຣນິກ ແລະ ພ້ອມກັນນັ້ນຄວາມສາມາດ ຂອງກົງຈັກ ແລະ ພະນັກງານ ແລະການຄຸ້ມຄອງ ໃນວຽກງານດັ່ງກ່າວນີ້ ກາຍັງມີຈຳກັດງົບປະມານ ເພື່ອລົງທືນໃຫ້ແກ່ວຽກງານ ດັ່ງກ່າວກໍຍັງມີຂໍ້ຈຳກັດ ຫລາຍແກ້ໄຂຂໍ້ຂັດແຍ່ງຕ່າງໆ ກໍມີຫລາຍກໍຂ້ອນຂ້າງ ທີ່ພວກເຮົາຈະຕ້ອງແກ້ໄຂຊຶ່ງຂ້າພະເຈົ້າ ຈະບໍ່ຂໍລົງເລິກ.”
ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນຣັຖບານ ມີແຜນຈະເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈອ໋ອນລາຍ໌ ລວມເຖີງມີແຜນຈະປົກປ້ອງ ຜູ້ຊື້ແລະຜູ້ຂາຍນຳດ້ວຍ ແລະຈະໃຫ້ຜູ້ທີ່ຈະປະກອບ ທຸຣະກິຈຄ້າ ຂາຍທາງອ໋ອນລາຍນ໌ ຕ້ອງແຈ້ງຂໍ້ມູນກ່ອນການ ດຳເນີນທຸຣະກິຈ ແລະຍັງມີແຜນຕິດຕາມ ຄວາມເຄື່ອນໄຫວ ຂອງຜູ້ຄ້າຂາຍອ໋ອນລາຍ໌ ນຳດ້ວຍ.
ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າເຣື່ອງການເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈ ອ໋ອນລາຍ໌ນີ້ ປັດຈຸບັນຣັຖບານ ກຳລັງສຶກສາຂໍ້ມູນ ກັນຢູ່ ແລະ ມີແຜນຈະປະຕິບັດໂຕຈິງ.
“ເວົ້າເຣື່ອງການຄ້າທຸຣະກິຈ ການຄ້າອ໋ອນລາຍ໌ ເພິ່ນກຳລັງສຶກສາເບິ່ງແຫລະ ເບິ່ງວ່າເຮົາຈະເຮັດແບບໃດໄດ້ ມັນຢູ່ໃນໄລຍະທີ່ເພິ່ນຄົ້ນຄ້ວາເນາະ ເປັນແຜນຂອງເພິ່ນທີ່ຈະເຮັດຣາຍລະອຽດ ການຈັດຕັ້ງປະຕິບັດຈະເຮັດແນວໃດຫັ້ນນ່າ ຈະໄປເກັບແບບໃດ ເສັຽແບບໃດຫັ້ນນ່າ ຍັງບໍ່ທັນໄດ້ຮັບຊາບເທື່ອ.”
ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ອີກທ່ານນຶ່ງທີ່ຂໍສງວນຊື່ ແລະ ສຽງ ກ່າວວ່າ ທາງຣັຖບານເພິ່ນກໍມີແຜນແລ້ວ ສ່ວນແຜນທີ່ວ່າ ຈະເກັບຈັກເປີເຊັນ ຂອງລາຍຮັບນັ້ນ ກໍຍັງບໍ່ທັນໄດ້ຮູ້ຣາຍລະອຽດ ຊຶ່ງຕາມແຜນຂອງຣັຖບານ ໃນເບື້ອງຕົ້ນ ຕ້ອງຈັດຕັ້ງບຸກຄະລາກອນ ທີ່ກ່ຽວຂ້ອງ ເພື່ອໃຫ້ຮັບຜິດຊອບ ໃນແຕ່ລະວຽກງານ ທີ່ກ່ຽວຂ້ອງຈະໄດ້ກວດກາ ຕິດຕາມງ່າຍຂຶ້ນ ຈາກນັ້ນກໍຈະກວດກາ ວ່າມີບັນດາຫົວໜ່ວຽທຸຣະກິຈອ໋ອນລາຍ໌ ຫລາຍເທົ່າໃດ ແລະຈະຮຽກມາຊີ້ແຈງ ຫລື ໜັງສືແຈ້ງເຕືອນ ກ່ຽວກັບການເກັບພາສີ-ອາກອນ ໃນການຄ້າຂາຍອ໋ອນລາຍ໌.
ກ່ຽວກັບເຣື່ອງນີ້ ແມ່ຄ້າອ໋ອນລາຍ໌ ນາງນຶ່ງໄດ້ກ່າວວ່າ ບໍ່ຄວນເກັບພາສີອາກອນ ກັບແມ່ຄ້າ ອ໋ອນລາຍ໌ ທີຂາຍເຄື່ອງໄດ້ບໍ່ເຖິງໂຕເລຂ ທີ່ທາງຣັຖບານກຳນົດ ເພາະການຄ້າຂາຍທຸຣະກິຈອ໋ອນລາຍ໌ ບໍ່ແມ່ນທຸກຄົນຈະມີລາຍຮັບ ໄດ້ດີຄືກັນ ບາງຄົນຂາຍເພື່ອເປັນອາຊີພເສີມ ຂາຍບໍ່ໄດ້ຫລາຍ ຊຶ່ງຂາຍເພື່ອໃຫ້ມີເງິນໃຊ້ຈ່າຍ ພຽງພໍຕໍ່ເດືອນ ຈາກວຽກປະຈຳ.
ຊຶ່ງຕາມຄວາມເປັນຈິງ ຄວນໄປເກັບພາສີ-ອາກອນ ກັບບັນດາແມ່ຄ້າອ໋ອນລາຍ໌ ຣາຍໃຫຍ່ ທີ່ມີລູກຄ້າຕິດຕາມເພຈອ໋ອນລາຍ໌ ຫລາຍສິບພັນຄົນ ຊຶ່ງບັນດາແມ່ຄ້າລາຍໃຫຍ່ ຈະມີລູກຄ້າ ຊື້ເຄື່ອງຫລາຍລາຍຮັບ ຈະເຂົ້າພວກເຂົາເຈົ້າຫລາຍ.
ດັ່ງຍານາງກ່າວວ່າ:
“ທຸກຄົນຂາຍກໍບໍ່ແມ່ນທຸກຄົນ ຄົນຈະໄດ້ນຳອ໋ອນລາຍ໌ໝົດຫັ້ນນ່າ ບາງຄົນກໍຂາຍບໍ່ໄດ້ໄດ້ມື້ລະ 2-3 ອໍເດີ້ນຶ່ງ ຖ້າເປັນພວກແມ່ຄ້າອ໋ອນລາຍ໌ ທີ່ເປັນແມ່ຄ້າດັງໆ ທີ່ເປັນເພຈໃຫຍ່ໆ ກໍຈະມີຄົນມາຊື້ ປະມານ ພັນສອງ ສາມພັນ ອໍເດີ້ເປັນຕາເກັບນຳ ເຂົາເຂົາມີລາຍໄດ້ຫລາຍ.”
ສ່ວນພໍ່ຄ້າອ໋ອນລາຍ໌ ທ່ານນຶ່ງກໍກ່າວວ່າ ຖ້າຫາກພາກຣັຖ ຈະເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈອ໋ອນລາຍ໌ ກໍເກັບໄດ້ ແຕ່ບໍ່ຄວນເກັບເທົ່າກັນໝົດ ເພາະບາງຄົນກໍມີລາຍຮັບເຂົ້າໜ້ອຍ ຊຶ່ງຣັຖບານເກັບຕາມຄວາມເປັນຈິງ ໂດຍອີງຈາກລາຍຮັບ ທີ່ຂາຍໄດ້ບໍ່ເກີນ 3-5%.
ດັ່ງທ່ານກ່າວວ່າ:
“ຖ້າເກັບກໍຕ້ອງອີງຕາມລາຍໄດ້ ແບບຄືຕ່າງປະເທດເຂົາເຮັດຫັ້ນນ່າ ບໍ່ແມ່ນຈະເກັບສໍ່າກັນໝົດຫັ້ນນ່າ ເກັບຕາມອີງຕາມລາຍໄດ້ ທີ່ເຂົາໄດ້ປະມານ 3-4% ເປັນເຈົ້າຂອງແບຣນ ຂນາດນ້ອຍຫັ້ນນ່າ ລາຍໄດ້ເຂົາເຈົ້າ ຈະບໍ່ຫລາຍກ່ວາພວກແບຣນຂນາດໃຫຍ່.”
ຣັຖບານລາວ ມີແຜນຈະເກັບພາສີ-ອາກອນ ຜູ້ເຮັດທຸຣະກິຈອ໋ອນລາຍ໌ ໃນຕໍ່ໜ້າແນ່ນອນ ແຕ່ຍັງບໍ່ຮູ້ວ່າຈະເຣີ່ມປະຕິບັດປີໃດ ຊຶ່ງໃນປີ 2023 ນີ້ຣັຖບານຈະມີການປັບປຸງ ແກ້ໄຂໃໝ່ ຊຶ່ງຍັງຢູ່ລະຫວ່າງຄົ້ນຄ້ວາ ສຶກສາຂໍ້ມູນຢ່າງລະອຽດຢູ່ວ່າ ຈະແກ້ໄຂປັບປຸງແນວໃດ ຊຶຶ່ງໃນນັ້ນຈະມີການຄຸ້ມຄອງ ຜູ້ເຮັດທຸຣະກິຈອ໋ອນລາຍ໌ ແລະຜູ້ຊື້ເຄື່ອງອ໋ອນລາຍ໌ ນຳດ້ວຍ. ສ່ວນການເກັບພາສີ-ອາກອນ ຜູ້ທີ່ເຮັດທຸຣະກິຈອ໋ອນລາຍ໌ນັ້ນ ຈະມີຂັ້ນຕອນເກັບແນວໃດ ຣາຍລະອຽດດັ່ງກ່າວ ຕ້ອງລໍຖ້າຣັຖບານແຈ້ງການຕື່ມອີກ.