ຂ.ອຸດົມໄຊ ເກັບຣາຍຮັບ ພາດ ເປົ້າໝາຍ
2018.04.12
ການເກັບພາສີ ນໍາເຂົ້າແລະສົ່ງອອກສິນຄ້າ ໄປຕ່າງປະເທດ ຢູ່ແຂວງອຸດົມໄຊ ໃນໄລຍະ 3 ເດືອນທຳອິດ ຂອງປີ 2018 ບໍ່ບັນລຸຕາມ ເປົ້າໝາຍເກັບໄດ້ພຽງ 3,5 ຕື້ກີບຫຼຸດແຜນທີ່ຕັ້ງໄວ້ 4,8 ຕື້ກີບ ສາເຫດມາຈາກຫົນທາງເປ່ເພ ການກໍ່ສ້າງສ້ອມແປງທາງ ອີກທັງຣາຍຮັບ ຈາກການສົ່ງອອກອແຮ່ທາດຕ່າງໆ ກໍ່ຫລຸດລົງ. ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ອາກອນ ແຂວງອຸດົມໄຊຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 11 ເມສາ ນີ້ວ່າ:
"ຫົນທາງເປ່ເພແລ້ວຂະເຈົ້າຢຸດເຮັດທຸຣະກິດ ຫລືວ່າສະລໍທຸຣະກິດນີ້ສາເຫດເລີຍ ຣັດເອງກໍອອກກົດໝາຍ ກັບທາງບໍຣິສັດຫຼາຍໆ ມັນມີ ຫລາຍສ່ວນປະກອບການ ເປັນພວກແຮ່ ພວກຫຍັງນີນະ ເພາະວ່າຣັຖບານມີກົດລະບຽບ ອອກມາໃໝ່ຊີ້ນະ ສະນັ້ນ ຜູ້ປະກອບການກໍ ອາດຈະບໍ່ໄດ້ດີປານໃດ ການເກັບພາສີ ໄດ້ພາສີມັນກໍ່ເຮັດໃຫ້ໜ້ອຍລົງ."
ທ່ານວ່າ ການເກັບພາສີເຂົ້າງົບປະມານ ແຫ່ງຣັຖຂອງປີ 2018 ຈາກການນຳເຂົ້າແລະສົ່ງອອກສິນຄ້າ ປະເພດຕ່າງໆ ຢູ່ແຂວງອຸດົມໄຊນັ້ນ ທາງແຂວງຕັ້ງເປົ້າໄວ້ 14.6 ຕື້ກີບ ໃນຈຳນວນນີ້ແບ່ງການເກັບອອກເປັນ 4 ໄລຍະແຕ່ໄລຍະທຳອິດ ທີ່ທາງແຂວງ ບໍ່ສາມາດເກັບພາສີ ໃຫ້ບັນລຸຕາມເປົ້າໝາຍ ໄດ້ນັ້ນຍ້ອນບັນຫາ ຫົນທາງເປ່ເພ.
ໃນຕົ້ນປີ 2018 ກໍ່ມີການສ້ອມແປງທາງຢູ່ດ່ານພາສີທ້ອງຖິ່ນ ພູຫລັກຄຳຫລາຍຈຸດ ອີກທັງຍັງມີເທສການ ປີໃໝ່ຈີນ ຊຶ່ງຈັດຂື້ນ ໃນເດືອນ 2 ເຮັດໃຫ້ນັກທຸຣະກິດ ກັບຄືນບ້ານໄປຮ່ວມງານ ຈຶ່ງເຮັດໃຫ້ການນຳເຂົ້າ ແລະສົ່ງອອກສິນຄ້າ ໄປຕ່າງປະເທດຫຼຸດລົງ.
"ພາສີອາກອນຈະຫລຸດລົງໂດຍສະເພາະ ໂດຍສະເພາະແມ່ນຝ່າຍອັນແຮ່ຄຳນີ້ນະ ເປັນພວກແຮ່ເປັນພວກຫຍັງນີ້ນະ ເພາະວ່າ ຣັຖບານ ມີກົດລະບຽບພາສີອາກອນ ມັນຂຶ້ນກັບທຸຣະກິດ ຂຶ້ນກັບນະໂຍບາຍ ຂອງຣັຖບານ."
ໃນປີ 2017 ທີ່ຜ່ານມາແຂວງອຸດົມໄຊ ສາມາດເກັບພາສີ ນຳເຂົ້າແລະສົ່ງອອກສິນຄ້າ ໄດ້ 17,5 ຕື້ກີບ ໂດຍຕັ້ງເປົ້າໝາຍໄວ້ພຽງ 11 ຕືຶ້ກີບ ແລະສາເຫດທີ່ເກັບໄດ້ລື່ນເປົ້າໝາຍ ກໍ່ຍ້ອນວ່າ ມີການແກ້ໄຂບັນຫາ ຍານພາຫະນະ ບໍ່ຖືກຕ້ອງຂອງ ຄນະສະເພາະກິດ, ມີການ ນຳເຂົ້າສິນຄ້າ ຜ່ານແດນເພີ່ມຂຶ້ນ, ການສົ່ງອອກແຮ່ທາດເຫລັກ ຂອງບໍຣິສັດເຊິງຊ່າງ ຂອງຈີນ.