ພືດຜັກພາຍໃນ ຂາຍບໍ່ອອກ ຍ້ອນການນຳເຂົ້າ ຈາກໄທຍ, ຈີນ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.01.28
ພືດຜັກພາຍໃນ ຂາຍບໍ່ອອກ ຍ້ອນການນຳເຂົ້າ ຈາກໄທຍ, ຈີນ ຕລາດແຄມທາງແຫ່ງນຶ່ງ ຢູ່ທາງພາກໃຕ້ ຂອງລາວ ທີ່ຂາຍຜົລຜລິດ ຂອງຊາວກະສິກອນ, ວັນທີ 5 ກັນຍາ 2018.
Photo: RFA

ຜົລຜລິດ ການກະເສຕລາວ ໂດຍສະເພາະ ແມ່ນພືດຜັກ ທີ່ລາວຜລິດໄດ້ ແຕ່ກັບ ຂາຍບໍ່ອອກ ຍ້ອນວ່າໄດ້ຮັບ ຜົກະທົບ ຈາກຜັກ ທີ່ນຳເຂົ້າ ຈາກໄທຍ ແລະ ຈີນ, ຊຶ່ງບັນຫານີ້ ມັນກະທົບ ຕໍ່ກັບ ຜູ້ຊື້ມາບໍຣິໂພກ ນຳອີກ ຍ້ອນອັຕຣາແລກປ່ຽນ ເພີ່ມສູງ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບທຸກທ່ານ ເຂົ້າມາສູ່ ຣາຍການ ມາຟັງນຳກັນ ເປັນຣາຍການນຶ່ງ ທີ່ເປັນກະບອກສຽງ ໃຫ້ກັບ ປະຊາຊົນ ທີ່ສາມາດ ສະທ້ອນບັນຫາ ສົ່ງຕໍ່ໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ເພື່ອໃຫ້ເຂົ້າມາ ແກ້ໄຂ. ສັປດານີ້ ຫົວຂໍ້ຣາຍການແມ່ນ ຜົຜລິດກະເສຕ ຂອງລາວ ຍັງຂາຍບໍ່ອອກ. ດຳເນີນຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ທ່ານຜູ້ຟັງ ມີຄວາມຄຶຄວາມເຫັນ ແນວໃດ ຕໍ່ກັບເຣື່ອງດັ່ງກ່າວ ສາມາຕ ອອກຄວາມເຫັນ ກັບພວກເຮົາໄດ້ ຫລື ທ່ານໃດ ມີບັນຫາໃດ ທີ່ຕ້ອງການສະແດງ ຄວາມເຫັນ ດ້ວຍຮູບແບບ ສັມພາດ ເພື່ອມາອອກຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ເຂົ້າໃນຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທສັມພາດ ມາອອກຣາຍການ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ມື້ນີ້ ປະເດັນ ຂອງພວກເຮົາ ກໍຄືຄວາມເດືອດຮ້ອນ ຂອງຊາວສວນ ທີ່ຜລິດພືດຜັກ ລ້ຽງຊີພ. ຊຶ່ງໃນອດີດຜ່ານມາ ແລະ ໃນອນາຄົດ ຊາວສວນ ທີ່ປູກພືດ-ຜັກ ລ້ຽງຊີພ ກໍຍັງໄດ້ຮັບ ຜົກະທົບ, ຜລິດມາ ຂາຍບໍ່ໄດ້. ບາງເທື່ອ ກໍລາຄາຕົກຕໍ່າ, ແຂ່ງຂັນ ກັບພືດ-ຜັກ ທີ່ນຳເຂົ້າ ຈາກໄທຍ, ຈີນ, ແລະ ວຽດນາມ ບໍ່ໄດ້ ທາງດ້ານລາຄາ.

ຫຍີ່ງໃນຍຸກທີ່ລາວກຳລັງຜະເຊີນກັບອັດຕຣາເງິນເຟີ້ທີ່ສູງເຖີງ 39.3% ຫຍີ່ງເຮັດໃຫ້ຂະບວນການຜລິດພືຶືດ-ຜັກ ຂອງຄົນລາວຖົດຖອຍຍ້ອນຕົ້ນທືນການຜລິດສູງ ພືດ-ຜັກ ກໍມີລາຄາສູງຂາຍຍາກ. ບໍ່ສາມາດສູ້ລາຄາພືດ-ຜັກນຳເຂົ້າຈາກຕ່າງປະເທດທີ່ມີລາຄາຕໍ່າກ່ວາຫລາຍ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.