ງານແລກປ່ຽນ ວັທນະທັມ ແຫ່ງສາຍນ້ຳ ລະຫວ່າງ ສະຫະຣັຖ-ໄທຍ

ໄຊຍາ
2023.01.31
ງານແລກປ່ຽນ ວັທນະທັມ ແຫ່ງສາຍນ້ຳ ລະຫວ່າງ ສະຫະຣັຖ-ໄທຍ ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ຮ່ວມກັບປະຊາຊົນ ທີ່ອາສັຍຢູ່ຊຸມຊົນເມືອງຊຽງຂອງ ແຂວງຊຽງຮາຍ ຈັດການແລກປ່ຽນ ວັທນະທັມ ແຫ່ງສາຍນ້ຳ “A Tale of Two Rivers” ຫຼື ເຣື່ອງເລົ່າສອງສາຍນ້ຳ ໂດຍຮ່ວມກັບ ສິລປິນຊາວສະຫະຣັຖ ແລະ ຊາວໄທຍ.
ຮູບພາບໂດຍ: ທະນັນໄຊ ແກ້ວໂສວັທນະ

ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ຮ່ວມກັບປະຊາຊົນ ທີ່ອາສັຍຢູ່ຊຸມຊົນເມືອງຊຽງຂອງ ແຂວງຊຽງຮາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີກຳນົດຈັດເທສການ ແລກປ່ຽນວັທນະທັມແຫ່ງສາຍນໍ້າ ພາຍໃຕ້ຫົວຂໍ້ “A Tale of Two Rivers” ຫຼື “ເຣື່ອງເລົ່າສອງສາຍນໍ້າ” ໃນມື້ວັນທີ 3-4 ກຸມພາ 2023 ທີ່ກຳລັງຈະຮອດນີ້ ໂດຍມີເປົ້າໝາຽເພື່ອບອກເລົ່າ ຕຳນານຂອງສາຍນໍ້າ ແລະວັທນະທັມຈາກຄົນຣຸ້ນນຶ່ງ ສູ່ຄົນອີກຣຸ່ນນຶ່ງ ຜ່ານການເຊື່ອມໂຍງ ລະຫວ່າງຈິດວິນຍານ ແຫ່ງແມ່ນໍ້າຂອງ ແລະແມ່ນໍ້າມິສຊິສຊິບປີ້.

ໂຕແທນພາກປະຊາສັງຄົມ ໃນປະເທດໄທຍ ຈຳນວນຫລາຍ ຈະເຂົ້າຮ່ວມເປັນສ່ວນນຶ່ງ ຂອງກິຈກັມດັ່ງກ່າວນີ້ ເພື່ອສ້າງຄວາມເຂົ້າໃຈ ອັນດີໃນການອະນຸຮັກ ລະບົບນິເວດໃນແມ່ນໍ້າຂອງ ແລະ ແມ່ນໍ້າມິສຊິສຊິບປີ້ ທີ່ມີລັກສະນະຮ່ວມສໄມກັນ. ດັ່ງທ່ານ ເວລາ ອະມະຕະທັມມະຊາຕ ຜູ້ອຳນວຍການ ໂຄງການແລກປ່ຽນວັທນະທັມ ແຫ່ງສາຍນໍ້າ ແລະປະທານມູນລະນິທິປະຢູນ ເພື່ອສິລປະ (Prayoon for Art Foundation) ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 30 ມົກກະຣາ 2023 ນີ້ວ່າ:

ທ່ານກ່າວວ່າ ຄືແມ່ນໍ້າທັງສອງສາຍ ເປັນແມ່ນໍ້າທີ່ມັນເຊື່ອມຕໍ່ ບໍ່ແມ່ນແຕ່ພື້ນທີ່ພາຍປະເທດ ແຕ່ມັນຍັງເຊື່ອມຕໍ່ຫລາຍ ໆ ປະເທດໃນພາກພື້ນເປັນຕົ້ນແມ່ຂອງກໍໄຫລມາແຕ່ຢຸນນານເນາະອອກໄປມະຫາສະມຸດ. ໃນສ່ວນຂອງ ມິສຊິສຊິບປີ້ ກໍໄຫລມາຕັ້ງການາດາຜ່ານປະເທດ ອາເມຣິກາທັງປະເທດ ອອກໄປຮອດທາງດ້ານໃຕ້ແມັກຊິໂກ້. ມັນບໍ່ແມ່ນເປັນແຕ່ພຽງແມ່ນໍ້າ ແຕ່ເປັນການໄຫລຜ່ານ ຂອງວັທນະທັມ ເທັກໂນໂລຍີ ອົງຄວາມຮູ້ ວິຖີຊີວິດຕ່າງໆນຳດ້ວຍ ແຕ່ວ່າເມື່ອເວລາຜ່ານໄປ ສິ່ງທີ່ມັນເຄີຍລໍ້າລວຍ ໃນພື້ນທີ່ແມ່ນໍ້າທັງສອງສາຍ ມັນກໍຖືກທ້າທາຍ ດ້ວຍຄວາມປ່ຽນໄປ.

ທີ່ຜ່ານມາຊາວບ້ານ ທີ່ອາສັຍຢູ່ບໍຣິເວນແມ່ນໍ້າຂອງ, ນັກທ່ອງທ່ຽວຊາວໄທຍ ແລະ ຕ່າງປະເທດທີ່ເດີນທາງ ມາເມືອງຊຽງຂອງ ແຂວງຊຽງຮາຍ ຈຳນວນຫລາຍຕ່າງກໍຮັບຮູ້ ກ່ຽວກັບບັນຫາດ້ານສິ່ງແວດລ້ອມໃນແມ່ນໍ້າຂອງ. ການຖິ້ມຂີ້ເຫຍື້ອ ສະຊາຍລົງແມ່ນໍ້າຂອງ ຍັງເປັນບັນຫາໃຫຍ່ ທີ່ເກີດຂຶ້ນຈາກການທ່ອງທ່ຽວ.

ດັ່ງຍານາງ ພີມພິຣາ ພົງສຸວັນ ປະທານກຸ່ມ ຮັກຈຽງຮາຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຍານາງກ່າວວ່າ ຂີ້ເຫຍື້ອມັນບໍ່ໄດ້ມາຈາກພວກພີ່ນ້ອງຊຽງຂອງ ແນວດຽວແຕ່ມັນມາຈາກກິຈກັມ ວັທນະທັມ ຫລື ວ່າການໃຊ້ຊີວິດແນວໃໝ່ ຂອງປະເທດເພື່ອນບ້ານ ນຳດ້ວຍ ເພາະວ່າ ແມ່ນໍ້າຂອງ ມັນໃຊ້ຮ່ວມກັນ ອຸດສາຫະກັມ ໃນພື້ນທີ່ ບັນເທີງ ເກີດຂຶ້ນຫລາຍ ກໍຫລັງໂຄວິດ-19 ນີ້ແຫລະ. ແທ້ໆ ແລ້ວມັນກໍເປັນມາດົນແລ້ວ ແຕ່ວ່າຫລັງໂຄວິດ-19 ນີ້ມັນຟື້ນເຣື່ອງ ຂອງການທ່ອງທ່ຽວ.

ໃນໄລຍະເວລາຫລາຍປີ ທີ່ຜ່ານມາການຂຍາຍໂຕ ຂອງເຂດເມືອງ ແລະ ການຫາຢູ່ຫາກິນຂອງຊາວບ້ານຕາມແຄມແມ່ນໍ້າຂອງ ລວມເຖິງໂຄງການກໍ່ສ້າງ ເຂື່ອນໃນປະເທດຈີນ ເຮັດໃຫ້ລະບົບນິເວດ ແລະ ຄວາມຫລາກຫລາຍທາງຊີວະນາໆພັນ ຂອງແມ່ນໍ້າຂອງປ່ຽນແປງໄປ ຊຶ່ງມີຜົນກະທົບ ໂດຍກົງຕໍ່ວິຖີຊີວິດແລະຄວາມເປັນຢູ່ ແລະຄວາມໝັ້ນຄົງ ທາງອາຫານຂອງປະຊາຊົນ ໃນພື້ນທີ່.

ດັ່ງຍານາງ ມາລີວັນ ອິນຕະຍົດ ຕາງໜ້າເຄືອຂ່າຍ ໂຮງຮຽນນໍ້າຂອງ ມະຫາວິທຍາໄລ ແມ່ຟ້າຫລວງ ທັງເປັນຜູ້ຮ່ວມກໍ່ຕັ້ງ ພາບເກົ່າເລົ່າເຣື່ອງ ຊຽງຂອງ ກ່າວວ່າ:

ເຂື່ອນໃນແມ່ນໍ້າຂອງທີ່ຢູ່ໃນຈີນ 11 ເຂື່ອນມັນກໍມີຜົນຕໍ່ເຣື່ອງຣະດູການ ການຫາຢູ່ຫາກິນ ການລ່ອງເຮືອວິຖີຊີວິດ ຂອງເຮົາ. ແລ້ວກໍການວາງໄຂ່ຂອງປາ ແລ້ວກໍລະດູການມັນກໍປ່ຽນແປງ ໄຄແມ່ນໍ້າຂອງທີ່ເຄີຍເຮັດກັນເປັນຣະດູການ ບາງທີກໍແຫ້ງດຽວກໍຂຶ້ນ ດຽວກໍລົງເສັຽຫາຍໝົດ. ຄົນເຄີຍໄດ້ລາຍໄດ້ ວັນລະ 500 ບາທ, ວັນລະ 1,000 ບາທ ປີນຶ່ງ ຣະດູການເກັບໄຄນີ້ ກໍກາຍເປັນວ່າ ໄດ້ໜ້ອຍລົງ ປາຈຳນວນໜ້ອຍລົງ. ຄວາມໝັ້ນຄົງທາງອາຫານ ຂອງເຮົາກໍບໍ່ດີ.

ການລະບາຍນໍ້າ ຈາກເຂື່ອນແມ່ນໍ້າຂອງ ໃນປະເທດຈີນນອກຈາກ ຈະເຮັດໃຫ້ຜູ້ຄົນໃນພື້ນທີ່ ໄດ້ຮັບຜົນກະທົບແລ້ວ ສິ່ງທີ່ມີຊີວິດອື່ນໆ ບໍ່ວ່າຈະເປັນປາ ແລະ ນົກຍັງບໍ່ສາມາດ ຂຍາຍພັນຕາມຣະດູການໄດ້ແບບປົກກະຕິ.

ດັ່ງຊາວບ້ານ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ທີ່ສົນໃຈເດີນທາງ ເຂົ້າໄປຮ່ວມກິຈກັມ ແລກປ່ຽນວັທນະທັມ ລະຫວ່າງແມ່ນໍ້າຂອງ ແລະນໍ້າມິສຊິສຊິບປີ້ ທ່ານນຶ່ງກ່າວວ່າ:

ທ່ານກ່າວວ່າ ກາ ປ່ອຍຢູ່ມາມັນເຮັດໃຫ້ນໍ້າ ບໍ່ເປັນໄປຕາມຣະດູການ ບໍ່ແມ່ນແຕ່ມະນຸສຢ່າງດຽວ ແຕ່ພວກສັດນໍ້າຕ່າງໆ ລວມເຖິງນົກທີ່ຢູ່ເທິງ ເປັນນົກກຸ່ມທີ່ວາງໄຂ່ ວາງຫຍັງ ໄດ້ກໍບໍ່ສາມາດທີ່ຈະວາງໄດ້. ປາທີ່ເຄີຍ ແຕ່ລອຍນໍ້າໃນຊ່ວງທີ່ນໍ້າຫລາກນີ້ ກໍບໍ່ມີຮ່ອງນໍ້າໄຫລຜ່ານໄດ້. ໄຄບ້ານເຮົານີ້ກໍເຮັດໃຫ້ ໄດ້ຮັບຜົນກະທົບຄືກັນ ຄືເມື່ອທຸກຢ່າງບໍ່ໄດ້ຄວບຄຸມ ໂດຍຣະດູການທັມມະຊາຕຕ່າງໆ ມັນກໍຜິດພ້ຽນໝົດຢູ່ແລ້ວ.

ກ່ອນໜ້ານີ້ ຍານາງ ພົລຕຣີ ໄດອານ່າ ເອັມຮອລແລນດ໌ ຜູ້ບັນຊາການທະຫານ ໜ່ວຍວິສາວະກັມ ການທະຫານ ຂອງກອງທັບບົກ ສະຫະຣັຖອາເມຣິກາ ໜ່ວຍເຂດຮ່ອມພູ ມິສຊິສຊິບປີ້ ແລະ ປະທານຄະນະກັມທິການ ແມ່ນໍ້າມິສຊິສຊິບປີ້ ປະເທດສະຫະຣັຖ ພ້ອມດ້ວຍຄະນະໄດ້ເດີນທາງ ໄປຢ້ຽມຢາມປະເທດລຸ່ມແມ່ນໍ້າຂອງ ຄື ລາວ ແລະ ກັມພູຊາ ລະຫວ່າງວັນທີ 10-16 ກໍຣະກະດາ 2022 ທີ່ຜ່ານມາ ເພື່ອເສີມສ້າງການຮ່ວມມື ໃນການພັທນາ ແລະ ການຈັດການຊັພຍາກອນນໍ້າ, ຍົກລະດັບການບໍຣິຫານການຈັດການນໍ້າ ຂ້າມຊາຍແດນ ແລະ ຢຸດຄວາມສ່ຽງ ຈາກພັຍພິບັດ.

ນອກຈາກນີ້ໃນວັນທີ 13 ກໍຣະກະດາ 2022 ຍານາງ ພົລຕຣີ ໄດອານ່າ ຍັງໄດ້ເຂົ້າຢ້ຽມຢາມ ແລະ ພົບຍາ ນາງ ບຸນຄຳ ວໍລະຈິດ ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາຕ ແລະ ສິງແວດລ້ອມ ທັງເປັນປະທານ ຄະນະກັມມະການແມ່ນໍ້າຂອງ ແຫ່ງຊາຕລາວ, ສະມາຊິກສະພາມົນຕຣີ ຄະນະກັມມາທິການແມ່ນໍ້າຂອງສາກົນ ເພື່ອສົນທະນາແລກປ່ຽນປະ ສົບການ ແລະ ຖອດຖອນບົດຮຽນ ລະຫວ່າງຄະນະກັມມາທິການ ແມ່ນໍ້າຂອງແຫ່ງຊາຕລາວ ແລະ ຄະນະກັມມາການແມ່ນໍ້າມິສຊິສຊິບປີ້ ໂດຍສະເພາະບົດຮຽນໃນການຄຸ້ມຄອງ ແລະ ພັທນາອ່າງແມ່ນໍ້າຂອງ ຊຶ່ງເຫັນໄດ້ຈາກການຢ້ຽມຢາມເຂື່ອນໄຟຟ້າ ໄຊຍະບູຣີ ແລະ ການປຶກສາຫາລື ກ່ຽວກັບສີ່ງທ້າທາຍຕໍ່ການປ່ຽນແປງ ສະພາບດິນຟ້າອາກາດ, ການຄຸ້ມຄອງສິ່ງແວດລ້ອມ ການຮັບມືກັບພັຍນໍ້າຖ້ວມ, ພັຍແຫ້ງແລ້ງ ແລະ ວຽກງານອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.