ເຣື້ອງທີ່ເກັບບັນທຶກໄວ້
2023-12-04
ອີງຕາມຂໍ້ມູນ ຈາກສູນຕ້ານເອດສ໌ ຫຼື ພຕພ ຂອງປະເທດລາວ ພົບວ່າ ປີ 2023 ຕັ້ງແຕ່ເດືອນມົກກະຣາ ຫາ ເດືອນຕຸລາ ມີຜູ້ຕິດເຊື້ອ HIV ຫຼື ເອດສ໌ ໃນປະເທດລາວ ຣາຍໃໝ່ 1,757 ຄົນ ສ່ວນໃຫຍ່ເປັນກຸ່ມວັຍໜຸ່ມ ມີທັງເພດຍິງ ແລະເພດຊາຍ ແລະປັດຈຸບັນ ກຸ່ມທີ່ຍັງສ່ຽງທີ່ສຸດ ກໍຍັງເປັນຊາຍຮັກຊາຍ.
2023-12-04
ຄົບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ, ແຕ່ຊາວລາວ ຈຳນວນນຶ່ງ ເຫັນວ່າ ຜົລປໂຍດທີ່ໄດ້ ແລະ ການສົ່ງອອກສິນຄ້າລາວ ຍັງບໍ່ຫຼາຍເທົ່າທີ່ຄວນ.
2023-12-04
ເຈົ້າໜ້າທີ່ຕໍາຣວດລາວ ສົມທົບກັບເຈົ້າໜ້າທີ່ຕໍາຣວດຈີນ ໄດ້ເຂົ້າຈັບ ກຸ່ມສໍ້ໂກງຊັບທາງອ໋ອນລາຍນ໌ ຊາວຈີນ ຈໍານວນ 462 ຄົນ ຢູ່ໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແລະ ທາງເຈົ້າໜ້າທີ່ລາວ ໄດ້ສົ່ງມອບຜູ້ຖືກກ່າວຫາຊາວຈີນ ຈໍານວນດັ່ງກ່າວ ໃຫ້ແກ່ເຈົ້າໜ້າທີ່ຕໍາຣວດຈີນ ຜ່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ.
2023-12-03
ທະຫານພະມ້າ ໄດ້ເສັຽຖານທີ່ໝັ້ນໃຫ້ກຸ່ມກອງກໍາລັງ ຝ່າຍຕໍ່ຕ້ານ ຢູ່ຣັຖສານ ແລະ ຣັຖສິນ, ກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ສາມາດຍຶດໄດ້ສອງເຂດ ເມືອງ ຢູ່ເຂດຣັຖສິນ ພາກຕາເວັນຕົກຂອງພະມ້າ.
2023-12-01
ການລ້ວງກະເປົ໋າ, ລັກຊັບ ໃນງານບຸນທາດຫລວງວຽງຈັນ ຍັງມີຢູ່ທຸກປີ. ປີນີ້ມີ 19 ເຣື່ອງ, ເສັຍຫາຍຫລາຍສິບລ້ານກີບ ຄືຫລາຍກວ່າປີກາຍ ທີ່ມີການແຫກກະເປົ໋າ 3 ຄັ້ງ, ເສັຍຫາຍພຽງ 4 ລ້ານປາຍກີບ.
2023-12-01
ລະບຽບກົດໝາຍ ຫຼື ນິຕິກັມ ກ່ຽວກັບປ່າໄມ້ ບໍ່ສາມາດປົກປ້ອງປ່າໄມ້ ໄດ້ ຍ້ອນວ່າ ລະບຽບກົດໝາຍ ຖືກໃຊ້ເປັນຊ່ອງວ່າງ ເພື່ອອໍານວຍຄວາມສະດວກ ໃນການເຂົ້າໄປຕັດໄມ້.
2023-12-01
ຕໍາຣວດເມືອງປາກຊັນ ແຂວງບໍຣິຄໍາໄຊ ສຶກສາອົບຮົມ ແລະເຮັດບົດບັນທຶກ ກັບເຈົ້າຂ້ອງຮ້ານກິນດື່ມ 15 ຮ້ານ ແລະແມ່ຍິງທີ່ໃຫ້ບໍຣິການທາງເພດ 32 ຄົນ ທີ່ຫວັງມີຊີວິດການເປັນຢູ່ດີ.
2023-12-01
ຣັຖບານ ໃຫ້ອະໄພຍະໂທດ ແລະ ປ່ອຍນັກໂທດ ຈໍານວນ 1,824 ຄົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຫຼື ວັນຊາຕທີ 02 ທັນວາ ຄົບຮອບ 48 ປີ ເຊິ່ງໃນນີ້ ກໍຄືທຸກໆປີ ທີ່ບໍ່ມີນັກໂທດການເມືອງ ລວມຢູ່ນຳ ແລະ ນັກໂທດທີ່ຖືກປ່ອຍໃນຄັ້ງນີ້ ເປັນນັກໂທດຄະດີອາຊຍາກັມ.
2023-11-30
ຄົບຮອບ 2 ປີ ພາຍຫຼັງທີ່ເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ກໍມີທັງສິ່ງທີ່ກ້າວໜ້າຫຼາຍຢ່າງ ແບບຄ່ອຍເປັນຄ່ອຍໄປ ຄຽງຄູ່ກັບສິ່ງທ້າທາຍ ຫຼາຍປະການ ແລະ ບາງບັນຫາ ທີ່ຍັງຄ້າງຄາ.
2023-11-30
ຊາວກະສິກອນ ໃນແຂວງຊຽງຂວາງ ພົບບັນຫາພືດຜັກ ລົ້ນຕລາດ ຈຶ່ງຢາກໃຫ້ມີບ່ອນກະຈາຍສິນຄ້າ ໄປຕ່າງແຂວງສາເຫດນຶ່ງ ຍ້ອນວ່າສ່ວນຫຼາຍຊາວບ້ານ ປູກພືດຜັກ ຕາມຣະດູການ ໄວ້ກິນ ແລະໄວ້ຂາຍກັນເອງ, ຫຼາຍຄົນຈຶ່ງຢາກໃຫ້ ທາງການຊ່ອຍເຫຼືອຫາຕລາດ ແລະຊ່ອຍກະຈາຍສິນຄ້າ ໃຫ້ຫຼາຍຂຶ້ນ.
2023-11-30
ບໍຣິສັດ ຊີໂນ ອາກຣີ-ໂປຕາສຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຫລື ໂປຕາສ ຢູ່ແຂວງຄໍາມ່ວນ ໄດ້ຮັບຣາງວັນລະດັບອາຊ້ຽນ 2 ຣາງວັນ ໃນກອງປະຊຸມ ສຸດຍອດຄັ້ງທີ 9 ຂອງຣັຖມົນຕຣີ ບໍ່ແຮ່ອາຊ້ຽນ ແຕ່ບໍຣິສັດນັ້ນ ບໍ່ໄດ້ສ້າງຜົນປໂຍດ ໃຫ້ແກ່ຊາວບ້ານ ໃນທ້ອງຖິ່ນນັ້ນ ເທົ່າທີ່ຄວນ.
2023-11-30
ຄະນະກັມມະການ ຄຸ້ມຄອງ ອິນເຕີເນັດ ແຫ່ງຊາຕ ຈະເລັ່ງຕ້ານແລະສະກັດກັ້ນ ບັນຫາອາຊຍາກັມທາງໄຊເບີ້ ຫຼື Cybercrime ທີ່ຖືກເຜີຍແຜ່ ຜ່ານລະບົບໂທຣະຄົມມະນາຄົມ ແລະອິນເຕີເນັດ ເພື່ອປ້ອງກັນການນຳໃຊ້ ສື່ສັງຄົມອ໋ອນລາຍນ໌ ແລະການນຳໃຊ້ ອິນເຕີເນັດໃນລາວ ໄປໃນທາງທີ່ບໍ່ດີ.
2023-11-30
ປັດຈຸບັນ ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ຍັງທຸກຍາກຢູ່ ເຖິງແມ່ນ ເຈົ້າຄອງນະຄອນຫຼວງວຽງຈັນ ປະກາດວ່າ 481 ບ້ານ ເປັນບ້ານທີ່ພົ້ນທຸກແລ້ວ ເຊິ່ງອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ ລະບຸວ່າ ມີຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ປະຊາຊົນຍັງທຸກຍາກຢູ່.
2023-11-29
ລາວຍັງບໍ່ສາມາດລ້ຽງງົວ ສົ່ງຂາຍໃຫ້ຈີນ ໄດ້ຕາມໂຄຕ້າ ທີ່ຈີນຕ້ອງການ 5 ແສນໂຕ ຍ້ອນງົວ ບໍ່ໄດ້ມາຕຖານ ຕາມເງື່ອນໄຂ ທີ່ຈີນກໍານົດ, ຂະນະທີ່ຍັງຈຳເປັນຕ້ອງນໍາແນວພັນງົວ ເຂົ້າມາຕື່ມອີກ 40,000 ປາຍໂຕ ຈິ່ງອາດສາມາດ ສນອງຄວາມຕ້ອງການໄດ້.