ແກ້ງຄອລເຊັນເຕີ້ ຊາວຈີນ 462 ຄົນ ຖືກຈັບຢູ່ ສາມຫຼ່ຽມຄຳ

ສຸພັດຕາ
2023.12.04
ແກ້ງຄອລເຊັນເຕີ້ ຊາວຈີນ 462 ຄົນ ຖືກຈັບຢູ່ ສາມຫຼ່ຽມຄຳ ເຈົ້າໜ້າທີ່ ຈັບກຸ່ມສໍ້ໂກງຊັບ ທາງອ໋ອນລາຍນ໌ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຳນວນ 462 ຄົນ. ວັນທີ 28 ພຶສຈິກາ 2023.
ຮູບພາບ ຈາກເພຈ ປກສ

ເມື່ອວັນທີ 28 ພຶສຈິກາ 2023 ເຈົ້າໜ້າທີ່ຕໍາຣວດລາວ ສົມທົບກັບ ເຈົ້າໜ້າທີ່ຕໍາຣວດຈີນ ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ເຂົ້າຈັບ ກຸ່ມສໍ້ໂກງຊັບ ທາງອ໋ອນລາຍນ໌ ຫຼື ແກ້ງຄອລເຊັນເຕີ້ຊາວຈີນ ຈໍານວນ 462 ຄົນ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະຫຼັງຈາກນັ້ນ ໃນວັນທີ 29 ພຶສຈິກາ ທີ່ຜ່ານມາ ທາງເຈົ້າໜ້າທີ່ລາວ ກໍໄດ້ສົ່ງມອບໂຕ ຜູ້ຖືກກ່າວຫາຊາວຈີນຈໍານວນດັ່ງກ່າວ ໃຫ້ແກ່ເຈົ້າໜ້າທີ່ຕໍາຣວດຈີນ ຜ່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອນໍາໂຕພວກກ່ຽວໄປດໍາເນີນຄະດີ ຢູ່ປະເທດຈີນ, ອີງຕາມການຣາຍງານ ຂອງຂ່າວຄວາມສງົບ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ປກສ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ຜູ້ໃດໄດ້ ເນື່ອງຈາກຢູ່ໃນໄລຍະມື້ພັກຊົດເຊີຍ ວັນຊາຕ ທີ 2 ທັນວາ.

ໃນຂະນະທີ່ ຊາວລາວທີ່ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກຍິນດີ ທີ່ເຈົ້າໜ້າທີ່ລາວ ແລະຈີນ ໄດ້ຮ່ວມກັນກວາດລ້າງກຸ່ມດັ່ງກ່າວ ໃຫ້ອອກຈາກປະເທດລາວ ແລະເຊື່ອວ່າ ການກວາດລ້າງຄັ້ງໃຫຍ່ໃນເທື່ອນີ້ ກໍເຮັດໃຫ້ແກ້ງຄອລເຊັນເຕີ້ ຊາວຈີນ ຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເຫຼືອໜ້ອຍລົງເລື້ອຍໆ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ຍຸເອເຊັຽເສຣີ ໃນວັນທີ 4 ທັນວາ ນີ້ວ່າ:

ຖ້າດໍາເນີນການໃນລາວ ໜ້າຈະດໍາເນີນການໝົດແລ້ວ ຢູ່ພາຍໃນປະເທດລາວ ຖ້າຢູ່ປະເທດອື່ນ ພວກເຮົາກະບໍ່ຮູ້ຄືກັນ ໜ້າຈະປະມານນັ້ນ ແຕ່ວ່າຂໍ້ມູນເບື້ອງຕົ້ນ ພວກເຮົາກໍບໍ່ຮູ້.”

ສ່ວນຊາວລາວ ອີກທ່ານນຶ່ງ ເຫັນວ່າ ເຖິງແມ່ນວ່າ ການກວາດລ້າງໃນເທື່ອນີ້ ຈະເຮັດໃຫ້ແກ້ງຄອລເຊັນເຕີ້ຊາວຈີນ ເຫຼືອໜ້ອຍລົງກໍຕາມ ແຕ່ກໍເຊື່ອວ່າ ພວກກຸ່ມດັ່ງກ່າວ ອາຈພາກັນຍ້າຍໄປຢູ່ເຂດອື່ນໆ ທີ່ຢູ່ໃກ້ກັບເຂດສາມຫຼ່ຽມຄໍາ ໂດຍສະເພາະ ຢູ່ເຂດປະເທດພະມ້າ ເຊິ່ງຄັນບໍ່ມີການກວາດລ້າງ ກຸ່ມທີ່ຍັງເຫຼືອຢ່າງຈິງຈັງ ກໍອາຈເຮັດໃຫ້ຍ້າຍກັບມາຢູ່ລາວອີກເທື່ອນຶ່ງໃນອະນາຄົດ, ດັ່ງທ່ານກ່າວວ່າ:

ກວາດລ້າງ ຂ້ອນຂ້າງຫຼາຍຫັ້ນນ່າ ແຕ່ຖາມວ່າ ໃຫ້ໝົດບໍ່ ຍາກລະໃຊ້ເວລາອີກ ຂ້ອນຂ້າງຫຼາຍ ຄັນໝົດຈາກສາມຫຼ່ຽມທອງຄໍາ ຂ້ອຍຄິດວ່າ ມັນຈະຕ້ອງມີເກີດຂຶ້ນກະຄື ຢູ່ລະຫວ່າງຊາຍແດນສາມຫຼ່ຽມທອງຄໍາ ກະຄື ພວກທ່າຂີ້ເຫຼັກ ມັນຍ້າຍຈາກຖານລາວໄປ ມັນອາຈເກີດຢູ່ທາງພຸ້ນ ຢູ່ຄືເກົ່າ.”

ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍສເນີໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງ ເລັ່ງຕິດຕາມປາບປາມ ກຸ່ມດັ່ງກ່າວໃຫ້ໝົດໄປ ເພາະເຊື່ອວ່າ ຍັງເຫຼືອຢູ່ອີກຈໍານວນນຶ່ງ ທີ່ຍັງບໍ່ຖືກຈັບໄດ້ ເຊິ່ງທ່ານກໍເຊື່ອວ່າ ຄັນມີການຕິດຕາມກວດກາ ແລະກວາດລ້າງຢ່າງຈິງຈັງ ກໍບໍ່ເປັນວຽກທີ່ໜັກໜາເກີນໄປ ສໍາລັບເຈົ້າໜ້າທີ່ລາວ, ດັ່ງທ່ານກ່າວວ່າ:

ຖ້າອົງກອນເຫຼົ່ານີ້ ຕ້ອງການທີ່ຈະປາບປາມ ໃຫ້ມັນໝົດໄປແທ້ໆ ເຮົາຄວນຈະເນັ້ນໜັກ ແລ້ວກະໃສ່ໃຈ່ ຄວນຈະປະສານງານ ທຸກພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນພາກສ່ວນປ້ອງກັນຊາຕ ປ້ອງກັນຄວາມສງົບ ພາຍໃນປະເທດ ພາຍນອກປະເທດ ແຕ່ວ່າສ່ວນຫຼາຍແລ້ວ ເນັ້ນໜັກແມ່ນ ຈະໜັກຢູ່ສາມຫຼ່ຽມທອງຄໍາ ເຊິ່ງເປັນເຂດ ເສຖກິຈ.”

ທາງດ້ານນັກວິຊາການໄທຍ ທ່ານນຶ່ງ ທີ່ຕິດຕາມ ແລະສຶກສາກ່ຽວກັບເຂດເສຖກິຈພິເສດສາມຫຼ່ຽມຄໍາ ມາຢ່າງດົນນານ ກໍເຫັນວ່າ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ກໍມີການຂຍາຍໂຕດ້ານເສຖກິຈຂຶ້ນເລື້ອຍໆ ເຊິ່ງທ່ານຄິດວ່າ ບໍ່ແມ່ນໄດ້ເມັດເງິນມາຈາກ ແຕ່ການທ່ອງທ່ຽວ ຫຼືການພນັນເທົ່ານັ້ນ ແຕ່ສົງສັຍວ່າ ອາຈມີທຸຣະກິຈຟອກເງິນ ເຂົ້າມາກ່ຽວຂ້ອງນໍາດ້ວຍ, ດັ່ງທ່ານ ດຣ. ຍສ ສັນຕະສົມບັດ ອາຈານຄະນະ ສັງຄົມສາດ ມະຫາວິທຍາລັຍຊຽງໃໝ່ ປະເທດໄທຍ ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຂ້າພະເຈົ້າ ໄປມາຫຼ້າສຸດ ເມື່ອ 2 ເດືອນທີ່ຜ່ານມາ ກໍເຫັນວ່າ ພາຍໃນເຂດດັ່ງກ່າວ ມີການເປີດແບບໃຫຍ່ໂຕມະໂຫລານ ເຊິ່ງຄິດວ່າ ອາຈເຕີບໂຕ ຈາກທຸຣະກິຈຢ່າງອື່ນ ທີ່ນອກເໜືອຈາກການທ່່ອງທ່ຽວ ແລະບໍ່ແມ່ນພຽງແຕ່ການພນັນ ມັນອາຈມີປະເດັນ ເຣື່ອງທຸຣະກິຈຟອກເງິນເຂົ້າມາກ່ຽວຂ້ອງນໍາດ້ວຍ ແຕ່ເຮົາບໍ່ມີຫຼັກຖານ ເປັນພຽງຂໍ້ສົງສັຍຊື່ໆ.”

ກ່ອນໜ້ານີ້ ເມື່ອວັນທີ 11 ກັນຍາ 2023 ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບຂອງລາວ ຫາກໍໄດ້ຈັດພິທີສົ່ງໂຕຜູ້ຕ້ອງຫາຊາວຈີນ ຈໍານວນ 164 ຄົນ ທີ່ຮ່ວມກັນເປັນແກ້ງສໍ້ໂກງຊັບອ໋ອນລາຍນ໌ ຫຼື ແກ້ງຄອລເຊັນເຕີ້ ມອບໃຫ້ເຈົ້າໜ໊າທີ່ຕໍາຣວດຈີນ ຢູ່ສນາມບິນສາກົລວັດຕັຍ ເພື່ອໃຫ້ຕໍາຣວດຈີນ ຮັບໂຕນໍາໄປດໍາເນີນຄະດີ ຢູ່ປະເທດຈີນ ພາຍຫຼັງທີ່ ເຈົ້າໜ້າທີ່ຕໍາຣວດລາວ ສາມາດຈັບແກ້ງດັ່ງກ່າວໄດ້ ຕາມການຂໍຄວາມຮ່ວມມື ຈາກເຈົ້າໜ້າທີ່ຕໍາຣວດຈີນ ໂດຍຖືກຈັບໄດ້ໃນຫຼາຍແຂວງ ຂອງລາວ ປະກອບດ້ວຍ ຖືກຈັບຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 46 ຄົນ, ຖືກຈັບຢູ່ນະຄອນຫຼວງວຽງຈັນ 77 ຄົນ, ຖືກຈັບຢູ່ແຂວງວຽງຈັນ 22 ຄົນ ແລະຖືກຈັບ ຢູ່ແຂວງສວັນນະເຂດ 19 ຄົນ.

ແລະກ່ອນໜ້ານັ້ນ ເມື່ອປະມານຕົ້ນເດືອນກັນຍາ ປີນີ້ ເຈົ້າໜ້າທີ່ຕໍາຣວດຂອງປະເທດພະມ້າ ຫາກໍສົ່ງຜູ້ໂຕຜູ້ຖືກກ່າວຫາຊາວຈີນ ທີ່ເຄື່ອນໄຫວເປັນແກ້ງຄອລເຊັນເຕີ້ ຢູ່ປະເທດພະມ້າ ຈໍານວນ 1,207 ຄົນ ມອບໃຫ້ແກ່ເຈົ້າໜ້າທີ່ຕໍາຣວດ ແຂວງຢູນນານ ຂອງຈີນ ເພື່ອນໍາໂຕ ຜູ້ຖືກກ່າວຫາຈໍານວນດັ່ງກ່າວ ໄປດໍາເນີນຄະດີຢູ່ປະເທດຈີນ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.