ເຣື້ອງທີ່ເກັບບັນທຶກໄວ້
2022-12-10
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2022-12-09
ສະມາຊິກສະພາ ແຫ່ງຊາຕ ໄດ້ສເນີໃຫ້ພິຈາຣະນາ ແກ້ໄຂໃນການນຳເຂົ້າ ສິນຄ້າບາງປະເພດ ຍ້ອນວ່າສິນຄ້າທີ່ຜລິດ ຢູ່ພາຍໃນປະເທດເອງ ບໍ່ສາມາດຂາຍ ໃນລາຄາແຂ່ງຂັນໄດ້ ຂະນະທີ່ປະຊາຊົນ ເຫັນວ່າ ຜູ້ຜລິດສິນຄ້າລາວ ຕ້ອງປັບປຸງຄຸນນະພາບ ພ້ອມພາກຣັຖ ຕ້ອງສົ່ງເສີມການຕລາດໃຫ້.
2022-12-09
ຊາວຄຣິສຕຽນລາວ ເປັນຫ່ວງ ຄວາມປອດພັຍ ໃນການເຄື່ອນໄຫວ ທາງດ້ານສາສນາ ໃນ ສປປ ລາວ ເນື່ອງຈາກ ການສືບສວນ-ສອບສວນ ຄະດີຄາຕກັມ ອາຈານສີ ແສງມະນີ ຄຣູສອນສາສ ຄຣິສຕຽນ ບໍ່ມີຄວາມຄືບໜ້າ ແລະເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ຣາຍລະອຽດ ການຕິດຕາມຫາ ຄາຕກອນມາລົງໂທດ.
2022-12-09
ການສໍ້ຣາສບັງຫລວງ ຍັງຣະບາດຫລາຍ ຢູ່ສປປ ລາວ ຊຶ່ງປີ 2021 ທີ່ຜ່ານມາ ສປປ ລາວ ຖືກຈັດ ໃຫ້ຢູ່ໃນອັນດັບທີ 128 ໃນ 180 ປະເທດໃນໂລກ ທີ່ມີການສໍ້ຣາສບັງຫລວງ ຫລາຍຢູ່ ເບິ່ງຄືວ່າ ຣັຖບານ ຈະມີການປາບປາມ ການສໍ້ຣາສບັງຫຼວງ ແຕ່ຄວາມເປັນຈິງ ຍັງຂາດຄວາມຈິງໃຈ ແລະຂາດການປະຕິບັດ ຕາມກົດໝາຍ.
2022-12-08
ຣັຖບານ ພະຍາຍາມ ກະຕຸ້ນດ້ານເສຖກິຈ ໃຫ້ເຕີບໂຕ ໄດ້ປະມານ 4% ໃນປີນີ້, ແຕ່ ປະຊາຊົນເຫັນວ່າ ໂຕເລກ ການເຕີບ ຍັງບໍ່ສາມາດ ຊ່ວຍແກ້ໄຂບັນຫາ ປາກທ້ອງ ປະຊາຊົນໄດ້, ຊຶ່ງຍິ່ງພັຍເງິນເຟີ້ ບໍ່ໄດ້ຮັບການແກ້ໄຂ ກໍຍິ່ງເພີ່ມບັນຫາ ຄ່າຄອງຊີພ ທີ່ກະທົບໂດຍຕຣົງ ຕໍ່ປະຊາຊົນ.
2022-12-08
ປະຊາຊົນ ຮຽກຮ້ອງໃຫ້ທາງການ ທີ່ກ່ຽວຂ້ອງ ກໍາຈັດຂີ້ເຫຍື້ອ ຢູ່ຕາມເສັ້ນທາງ ຕັດໃໝ່ ໜອງບົວທອງເໜືອ ຫາ ດົງນາໂຊກໃຕ້ ແລະ ໜອງບຶກໃຕ້, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຍ້ອນເປິະເປື້ອນ ແລະມີກິ່ນເໝັນ.
2022-12-08
ສະມາຊິກ ສະພາແຫ່ງຊາຕ ສເນີໃຫ້ຣັຖບານ ຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ຕື່ມ ຍ້ອນຄ່າຄອງຊີພສູງຂຶ້ນ, ເງິນເດືອນບໍ່ກຸ້ມກິນ, ຊີວິຕການເປັນຢູ່ ຫຍຸ້ງຍາກ ໃນຂະນະທີ່ ເສຖກິຈ, ພັຍເງິນເຟີ້ໃນລາວ ຍັງບໍ່ມີທ່າທີວ່າ ຈະດີຂຶ້ນ.
2022-12-08
ໃນວັນທີ 7 ທັນວາ ທີ່ຜ່ານມານີ້ ທາງການແຂວງອັດຕະປີ ໄດ້ຈັດພິທີ ມອບ-ຮັບເຮືອນຢູ່ຖາວອນ ໃຫ້ແກ່ຊາວບ້ານ ຢູ່ເມືອງສນາມໄຊ ທີ່ເປັນຜູ້ປະສັບພັຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຄົບທັງໝົດ 700 ຫຼັງ ແລ້ວ.
2022-12-08
ຊາວລາວ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນໃນແມ່ນໍ້າຂອງ ຢາກໃຫ້ທາງການລາວ ເປີດເວທີ ຮັບຟັງຄວາມຄິດ ຄວາມເຫັນ ເພື່ອໃຫ້ໄດ້ສະທ້ອນບັນຫາ, ຂໍ້ກັງວົນ ແລະຂໍ້ສເນີຕ່າງໆ ກ່ຽວກັບຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ເຂື່ອນໄຟຟ້າ ຄືກັບປະເທດໄທຍ, ວຽດນາມ ແລະກັມພູຊາ.
2022-12-07
ສະມາຊິກ ສະພາແຫ່ງຊາຕລາວ ຫລາຍທ່ານ ຮຽກຮ້ອງ ໃຫ້ຣັຖບານ ປະຕິບັດແຜນພັທນາ ເສຖກິຈ-ສັງຄົມ ຢ່າງມີປະສິດທິຜົລ ຍ້ອນວ່າຍັງມີຫລາຍບັນຫາ ຫຍຸ້ງຍາກ ທີ່ຈະຕ້ອງໄດ້ຮັບການ ແກ້ໄຂ ທັງງົບປະມານແຫ່ງຣັຖ ຮົ່ວໄຫລ, ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສາທາຣະນະ ເພີ່ມຂຶ້ນ.
2022-12-07
ແຂວງຫຼວງພຣະບາງ ຍັງມີການລັກປູກຝິ່ນ ໃນເຂດຫ່າງໄກ ຊຶ່ງຍາກຕໍ່ການເຂົ້າເຖິງ ຂອງເຈົ້າໜ້າທີ່ ແລະການປູກຝິ່ນ ມັກມີ 2 ແບບ ເຊັ່ນ ປູກເພື່ອເປັນສິນຄ້າ ຂາຍຕາມການສັ່ງຊື້ ຂອງນາຍທຶນ ແລະ ປູກເພື່ອເກັບໄວ້ ເປັນຢາ ຕາມຄວາມເຂົ້າໃຈ ຂອງຊາວບ້ານ.
2022-12-07
ລາວມີຜູ້ຕິດເຊື້ອ ເອັຈໄອວີ (HIV) ສະສົມ 17,730 ຄົນ ໃນນັ້ນເປັນຜູ້ຊາຍ 66% ແລະມີຜູ້ເປັນເອດສ໌ ສະສົມ 6,357 ຄົນ ຊຶ່ງແຂວງທີ່ມີຜູ້ຕິດເຊື້ອ HIV ຫລາຍທີ່ສຸດ ແມ່ນນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ສວັນນະເຂດ ແລະແຂວງຈໍາປາສັກ.
2022-12-07
ລາວເປີດຂະບວນຣົຖໄຟ ສົ່ງໝາກກ້ວຍ ຈາກລາວໄປຈີນ ຖ້ຽວປະຖົມມະຣຶກ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ຂະນະດຽວກັນ ສິນຄ້າບາງຢ່າງ ແລະຜູ້ປະກອບການບາງຄົນ ບໍ່ສາມາດສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນໄດ້, ຍ້ອນລາຄາແພງ, ການຂົນສົ່ງ ໄປຫາສະຖານີຣົຖໄຟ ຍັງມີຄວາມຫຍຸ້ງຍາກ.
2022-12-06
ການຟື້ນຟູຊີວິຕ ການເປັນຢູ່ ຂອງຜູ້ປະສົບໄພ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງມີີຄວາມຍຸ້ງຍາກ ຫຼາຍຢ່າງ ເປັນຕົ້ນບັນຫາ ຄ່າຊົດເຊີຍ ຣາຍການທີ່ຫົກ, ການຈັດສັນທີ່ດິນ ແລະການກໍ່ສ້າງເຮືອນຖາວອນ.
2022-12-06
ຣັຖບານອິນເດັຽ ຊ່ວຍເຫລືອ ຣັຖບານລາວ ສ້າງອາຄານໂຮງໝໍນ້ອຍ ໃຫ້ຊົນເຜົ່າເບຣົາ ຢູ່ແຂວງ ອັຕຕະປື ເຊິ່ງຖືເປັນການຊ່ວຍເຫລືອ ສ້າງໂຮງໝໍ ຄັ້ງທໍາອິດໃນ ສປປ ລາວ ຂອງຣັຖບານອິນເດັຽ.