ທະຫານ ຄົນສຸດທ້າຍ ບົນເສັ້ນທາງ ມໍຣະນະ ເລຂ 7 (6)
ຈຳປາທອງ
2022.12.10
2022.12.10

ວິຣະບູນ ໂສກັນທອງ
ທ່ານ ວິຣະບູນ ໂສກັນທອງ, ອະດີດນັກບິນ ເຕ້ 28 ຂອງກອງທັບ ແຫ່ງພຣະຣາຊອານາຈັກລາວ, ຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ແລະ ໄດ້ລັກໂຕນໜີ 2 ຄັ້ງ ຈຶ່ງຫວິດ ມາຢູ່ ສະຫະຣັຖ ອາເມຣິກາ ເມື່ອປີ 1983. ຄາດວ່າ ປື້ມທີ່ໃຫ້ຊື່ວ່າ ”ທະຫານ ຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7” ຊຶ່ງທ່ານກໍາລັງຂຽນ ແລະ ອາຈສໍາເຣັດ ໃນອີກ 5-6 ເດືອນນີ້. ຈໍາປາທອງ ມີບົດສັມພາດມາ ສເນີທ່ານ ພາກທີ 6 ໃນຣາຍການ “ຊີວິຕຊາວລາວ ໃນຕ່າງແດນ” ປະຈໍາສັປດານີ້ ເຊີນຮັບຟັງໄດ້.