ເຣື້ອງທີ່ເກັບບັນທຶກໄວ້
2009-08-11
ສປປລາວ ຈະເປັນເຈົ້າພາບ ຈັດງານມະຫາກັມ ກິລາຊີເກມ ໃນທ້າຍປີນີ້. ປະເທດລາວ ຈະມີຜົນໄດ້ ແລະຜົນເສັຍແນວໃດ ຈາກການຈັດງານ ແຂ່ງຂັນກິລາດັ່ງກ່າວ. ອາວະຣີ ຈະສເນີ ຄຳອະທິບາຍ ຕອບຂໍ້ຂ້ອງໃຈນັ້ນ ໃນອັນດັບຕໍ່ໄປ.
2009-08-11
ກະຊວງກະສິກັມ ແລະປ່າໄມ້ ສປປລາວ ຍອມຮັບວ່າ ກາຣຮັບເງີນສິນບົນ ຂອງເຈົ້າໜ້າທີ່ ກ່ຽວຂ້ອງບາງແຫ່ງ ຈາກພວກຄ້າ ຂາຍສັຕປ່າ ຍັງເປັນບັນຫາ ມາຢ່າງຕໍ່ເນື່ອງ ທີ່ທາງກາຣລາວ ຄວນເອົາໃຈໃສ່ ເປັນພິເສດ ເພື່ອຈະສາມາດ ປາບປາມກາຣ ລັກລອບຄ້າສັຕປ່າ ໃຫ້ໝົດສິ້ນໄປ. ຫວາດ ສີມູນ ມີຣາຍລະອຽດ ກ່ຽວກັບເຣື່ອງນີ້ ມາສເນີ ໃນອັນດັບຕໍ່ໄປ....
2009-08-11
ທາງການ ແຂວງຄຳມ່ວນ ຕ້ອງໄດ້ກວດສອບຄືນໃໝ່ ວ່າການສັ່ນສະເທືອນ ແລະ ສຽງສະທ້ອນ ຂອງໂຮງງານຊີມັງ ມີຜົນກະທົບ ຕໍ່ປະຊາຊົນ ທີ່ຢູ່ໃກ້ຄຽງຫລືບໍ່.
2009-08-11
ອະດີດແກນນໍາ ມົ້ງລາວໃນສູນ ກັກຂັງຊົ່ວຄາວຫ້ວຍນໍ້າຂາວ ທີ່ກັບຄືນລາວ ຢືນຢັນວ່າ ກຸ່ມຊາວມົ້ງທີ່ ກັບໄປພ້ອມກັນນັ້ນ ທຸກຄົນປອດໄພ.
2009-08-11
ຕົວແທນຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ຂໍຮ້ອງໃຫ້ອົງການ ສະຫະປະຊາຊາດ ເຂົ້າມາຊ່ວຍແກ້ໄຂ ບັນຫາຂອງພວກຂະເຈົ້າ ແລະຢືນຢັນວ່າ ຈະບໍ່ກັບຄືນລາວ ໂດຍເດັດຂາດ.
2009-08-10
ທາງການແພດລາວ ສາມາດກວດຄົນຕິດເຊື້ອໂຣກ hiv ແບບໃຊ້ວິທີ Viral load ຫລືວ່ານັບຈໍານວນ ເຊື້ອໂຣກຢູ່ໃນ ເມັດເລືອດໄດ້ແລ້ວ ຊຶ່ງເມື່ອກ່ອນນັ້ນຕ້ອງ ສົ່ງໄປກວດຢູ່ຕ່າງປະເທດ ວີທີນີ້ຈະຊ່ວຍໃຫ້ ການປິ່ນປົວຜູ້ຕິດເຊື້ອ ມີປະສິດທິຜົນ ຫລາຍຂື້ນ.
2009-08-10
ເກົາຫລີເໜືອ ໄດ້ໃຫ້ສັນຍານວ່າ ຕົນຢາກປັບປຸງ ການພົວພັນກັບສະຫະຣັດ ອະເມຣິກາ
2009-08-10
ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ, ທີ່ຖືກກັກຂັງ ປະເຊີນ ກັບ ການດໍາເນີນຄະດີ ອີກຄັ້ງໃໝ່ ທີ່ບໍ່ແນ່ນອນ.
2009-08-10
ອົງການກວດກາແຫ່ງຊາດ ສປປລາວ ເປີດເຜີຍວຽກງານ ການກວດກາ ໃນຣະຍະນື່ງທີ່ຜ່ານມາ ພົບການຮົ່ວໃຫລ ໃນຫລາຍໂຄງການ ຂອງຣັຖ ໃນຈຳນວນ127 ເປົ້າຫມາຍ.
2009-08-10
ສປປລາວເຊື່ອວ່າ ກຸ່ມຊາວເຜົ່າມົ້ງລາວ ສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ ພຍາຍາມສ້າງເງື່ອນໄຂ ໃຫ້ຍາຕພີ່ນ້ອງຂອງຕົນ ໃນປະເທດທີ3 ຊ່ວຍເຫລືອ.
2009-08-10
ໃນວັນທີ 15ຫາ17 ກໍຣະກະດາ ທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໄດ້ມິການປະຊຸມ ກ່ຽວກັບການທ່ອງທ່ຽວ ແບບອານຸຣັກ ຂອງໂລກຊື່ງ ສປປລາວ ໄດ້ເປັນເຈົ້າພາບ ຈັດຂື້ນເປັນເທື່ອທຳອິດ ແລະມີຜູ້ຕ່າງໜ້າ ຈາກ20ກ່ວາປະເທດ ໄດ້ເຂົ້າຮ່ວມ. ການທ່ອງທ່ຽວແບບ ອານຸຣັກແມ່ນຫຍັງ? ແລະການປະຊຸມດັ່ງກ່າວ ຈະມີຜົນສະທ້ອນ ແນວໃດແດ່ຕໍ່ກິຈການໆ ທ່ອງທ່ຽວຢູ່ລາວ. ຂໍເຊີນທ່ານຮັບຟັງ ບົດວິເຄາະປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ພົງສວັນ
2009-08-08
ຕົວແທນຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ຈໍານວນນຶ່ງຢືນຢັນ ບໍ່ຍອມກັບ ສປປລາວ ແລະຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ເຂົ້າແກ້ໄຂບັນຫາ.
2009-08-08
ຄນະຜູ້ແທນ ສ.ປ.ປ.ລາວ ນຳໂດຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ປະທານຄນະ ອະນຸກັມມະການ ຮ່ວມມືຮັກສາຄວາມ ສງົບຮຽບຮ້ອຍ ຕາມແນວຊາຍແດນທົ່ວໄປ ລາວ-ໄທ ໄປຢ້ຽມຢາມຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທ ເພື່ອຊັກຊວນ ຊາວມົ້ງລາວຈຳນວນ ທີ່ຍັງເຫລືອປະມານ 4,000 ຄົນ ກັບຄືນລາວ ໃຫ້ໝົດພາຍໃນປີ 2009 ຕາມຂໍ້ຕົກລົງ ລາວ-ໄທ.
2009-08-08
ການສັມພາດ ນາງສາວ ເອມີ ຈັນທະພາວົງ, ກ່ອນໜ້າ ການເຂົ້າປະກວດ ນາງສາວ ເອເຊັຍ-ອາເມຣິກັນ ປີ 2009, ໃນຄໍ່າຄືນ ວັນເສົາ ທີ 8 ເດືອນສິງຫາ ນີ້, ທີ່ ນະຄອນ ແຊນ ຟແຣນສິສໂກ.
2009-08-06
ເກົາຫລີເໜືອ ໃຫ້ອະພັຍໂທດ ຜູ້ສື່ຂ່າວ ອະເມຣິກັນສອງຄົນ ທີ່ຖືກຕັດສີນ ລົງໂທດຈຳຄຸກສັປທຸກ 12ປີ ຫວ່າງເດືອນມີຖຸນາ ຜ່ານມາ ໃນຂໍ້ຫາວ່າເຂົ້າ ເມືອງຜິດກົດໝາຍ ແລະກະທຳການ ເປັນປໍຣະປັກ ຕໍ່ເກົາຫລີເໜືອ... ໂພໄຊສວັດ ລາຍງານ