ດໍາເນີນ ຄະດີດ ອັອງ ຊານ ຊູ ຈິ

ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ, ທີ່ຖືກກັກຂັງ ປະເຊີນ ກັບ ການດໍາເນີນຄະດີ ອີກຄັ້ງໃໝ່ ທີ່ບໍ່ແນ່ນອນ.
ຈະເຣີນສຸກ
2009.08.10
F-Burma ຊາວອົພຍົບພະມ້າທີ່ບັງກລາເທດຍົກປ້າຍຮຽກຮ້ອງຢູ່ຕໍ່ໜ້າ ສານສູງສຸດ(Bangladesh High Court in Dhaka) ໃນວັນທີ່7ສິງຫາ2009ວັນຄົບຮອບ21ປີຂອງການປະທ້ວງ ເພື່ອປະຊາທິປະຕັຍໃນພະມ້າຊື່ງເຮັດໃຫ້ມີປະຊາຊົນນັກສຶກສາ ແລະຄູບາອາຈານໄດ້ເສັຽຊີວິດໄປຢ່າງນ້ອຍ3000ຄົນຍ້ອນການ ປາບປາມຂອງຣັຖບານ.
Photo: AFP

ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ຝ່າຍຄ້ານ ເພື່ອປະຊາທິປະໄຕ ປະເຊີນ ກັບການດໍາເນີນຄະດີ ທີ່ບໍ່ມີຄວາມແນ່ນອນ ໃນອາທິດນີ້ ທ່າມກາງ ການປະນາມ ການດໍາເນີນຄະດີ ຂອງນາໆຊາດ, ພ້ອມກັບ ການດໍາເນີນ ຄະດີ ຊາວອະເມຣິກັນ ທີ່ບໍ່ສະບາຍ ຖືກເລື່ອນການຕັດສິນ ອອກໄປອີກ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ເອັຟ ພີ ໃນມື້ວັນທີ 9 ນີ້.

ສານ ດໍາເນີນຄະດີ ຈະກໍານົດ ການດໍາເນີນຄະດີ ຍານາງ ອັອງ ຊານ ຊູ ຈິ ແລະ ຊາວອາເມຣິກັນ ຄື ທ່ານ ຈອນ ເຢັດທໍ, ໃນເວລາ ທີ່ມີການພົບພໍ້ກັນ ໃນມື້ວັນອັງຄານ ໂດຍຄາດວ່າ ຈະເປັນການດໍາເນີນ ຄະດີ ຄັ້ງສຸດທ້າຍ ພາຍຫລັງ ທີ່ໄດ້ດໍາເນີນຄະດີມາ ເກືອບເຖິງ 3 ເດືອນ.

ແຕ່ວ່າ ບັນດາ ນັກການທູດ ແລະ ເຈົ້າໜ້າທີ່ ເວົ້າວ່າ ອາດຈະມີ ການເລື່ອນອອກໄປອີກ ເພາະວ່າ ທ່ານ ເຢັດທໍ, ຜູ້ທີ່ ກໍ່ໃຫ້ເກີດ ຄະດີ ໂດຍການລອຍນໍ້າ ຜ່ານທະເລສາບ ເຂົ້າໄປ ຍັງທີ່ພັກ ຂອງຍານາງ ອັອງ ຊານ ຊູ ຈິ ນັ້ນ, ຍັງຖືກປິ່ນປົວ ຢູ່ໃນໂຮງພະຍາບານ ຢູ່.

ນາຍແພດ ທີ່ໂຮງພະຍາບານ ກ່າວຕໍ່ຜູ້ສື່ຂ່າວ ເອ ແອັຟ ພີ ໃນວັນອາທິດ ນີ້ວ່າ ທ່ານ ເຢັດທໍ ມີອາການ ດີຂຶ້ນ, ແຕ່ວ່າ ບໍ່ສາມາດ ໃຫ້ຣາຍລະອຽດໄດ້ ວ່າ ທ່ານຈະກັບຄືນໄປ ຄຸກ ໄດ້ເມື່ອໃດ.

ເຈົ້າໜ້າທີ່ ຣັຖບານ ທະຫານພະມ້າ ເມື່ອວັນເສົາ ຜ່ານມາວ່າ ສຸຂພາບ ຂອງທ່ານ ເຢັດທໍ ມີອາການດີຂຶ້ນ ໜ້ອຍນຶ່ງ ແລະ ວ່າ ທ່ານ ເຣີ່ມກິນອາຫານ ຫລາຍຂຶ້ນ ພາຍຫລັງ ທີ່ອົດອາຫານ ມາເປັນເວລາ ຫລາຍສັປດາ, ແຕ່ ເວົ້າວ່າ ການດໍາເນີນຄະດີ ອາດຖືກເລື່ອນອອກໄປອີກ ຢ່າງໜ້ອຍ 1 ສັປດາ.

ການດໍາເນີນ ຄະດີດັ່ງກ່າວ ເຮັດໃຫ້ ຣັຖບານ ທະຫານພະມ້າ ເຈັບຫົວນໍາ, ຊຶ່ງເຮັດໃຫ້ ນາໆຊາດ ເພີ້ມທະວີ ການກົດດັນ ພະມ້າຫລາຍ ຂຶ້ນ ເພື່ອໃຫ້ປ່ອຍ ຍານາງ ອັອງ ຊານ ຊູ ຈິ ໃຫ້ເປັນອິສຣະ ແລະ ນັກວິຈານ ເວົ້າວ່າ ເປັນການຕັດສິນໃຈ ຂອງຣັຖບານ ທະຫານພະມ້າ ເພື່ອກີດກັ້ນ ຍານາງ ອອກຈາກ ການເລືອກຕັ້ງ ໃນປີ 2010.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.