ຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ບາງກຸ່ມ ສະແດງຄວາມບໍ່ພໍໃຈ ໂດຍຂຽນປ້າຍ ປະທ້ວງ ເພື່ອຮຽກຮ້ອງ ຂໍຄວາມເປັນທັມ ແລະ ຮ້ອງສຽງດັງ ຢືນຢັນ ບໍ່ຍອມກັບຄືນ ສປປລາວ ໃນເວລາ ທີ່ ເຮລີຄັອບເຕີ ຂອງຄະນະຝ່າຍ ຣັຖບານລາວ ກໍາລັງລົງຈອດ ທ່າມກາງ ການບັນທຶກ ເຫດການ ຂອງຜູ້ສື່ຂ່າວ.
ໃນຕອນເຊົ້າ ຂອງວັນທີ 7 ສິງຫາ, ຕົວແທນ ຊາວເຜົ່າມົ້ງ ທີ່ອ້າງວ່າ ເປັນກຸ່ມມົ້ງເຈົ້າຟ້າ ໄດ້ອອກມາຈາກທີ່ພັກ ໃນສູນມົ້ງລາວ ຫ້ວຍນໍ້າຂາວ ພ້ອມກັບຊູປ້າຍ ຄໍາຂໍຮ້ອງ ແລະ ຮ້ອງ ເປັນສຽງດັງ ເພື່ອຮຽກຮ້ອງ ຄວາມສົນໃຈ ກັບຜູ້ສື່ຂ່າວ ວ່າ ພວກຕົນ ບໍ່ຍອມກັບ ປະເທດລາວ ໂດຍເດັດຂາດ ແລະ ບໍ່ຍອມ ໃຫ້ທາງການລາວ ນໍາໂຕກັບລາວ, ພ້ອມຮ້ອງຂໍ ຄວາມເປັນທັມ ຂໍຄວາມເມດຕາ ຈາກອົງການນາໆຊາດ ແລະ ສະຫະຣັຖ ອາເມຣິກາ ໃຫ້ແກ້ໄຂ ບັນຫາ. ໃນຕອນທ້າຍ ຂອງການປະທ້ວງ, ຂະເຈົ້າ ໄດ້ຂັດຂືນ ການຈັບໂຕ ຂອງເຈົ້າໜ້າທີ່ ທະຫານໄທ ທີ່ພະຍາຍາມ ຕ້ອນກຸ່ມດັ່ງກ່າວ ກັບເຂົ້າໄປ ທີ່ພັກພາຍໃນສູນ.
ໃນຕອນບ່າຍ ຊາວເຜົ່າມົ້ງລາວ, ພະຍາຍາມ ອອກມາປະທ້ວງ ຊູປ້າຍ ຮຽກຮ້ອງຂໍຄວາມເປັນທັມ ເປັນພາສາມົ້ງ ແລະ ພາສາລາວ ໃຫ້ຜູ້ສື່ຂ່າວເຫັນ ແລະ ຂໍໃຫ້ຖ່າຍຮູບ ບັນທຶກໄວ້ ຈົນກະທັ້ງ ທາງການທະຫານໄທ ໄດ້ຂໍໃຫ້ ຂະເຈົ້າ ຍຸຕິ ການປະທ້ວງ ແລະ ແຍກຍ້າຍ ກັບທີ່ພັກ ດັ່ງສຽງຊາວເຜົ່າມົ້ງ ທີ່ບ່ອນປະທ້ວງ ໃນຕອນນຶ່ງ ວ່າ:
”ພວກເຮົາຖືກຣັຖບານລາວ ເຂັ່ນຄ້າ ຈຶ່ງໄດ້ເອົາໂຕໜີຮ້ອນ ໄປເພິ່ງເຢັນ ຂໍໃຫ້ຊາວໂລກ ໃຫ້ຄວາມເປັນທັມ ແກ່ພວກເຮົາແດ່. ພວກເຮົາ ຈະບໍ່ກັບຄືນ ປະເທດລາວ ຢ່າງເດັດຂາດ ຂໍໃຫ້ພວກທ່ານ ສົ່ງຜູ້ຕາງໜ້າ ມາເວົ້ານໍາ ຈິ່ງຈະເວົ້າ ເຂົ້າໃຈກັນ.”
ໃນວັນທີ 7 ສິງຫາ ທາງການລາວ ນໍາໂດຍ ພົນໂທ ຈັຕວາ ບົວສ້ຽງ ຈໍາປາພັນ, ປະທານ ຄະນະອານຸກັມມະການ ຮັກສາຄວາມສງົບຮຽບຮ້ອຍ ຕາມເຂດຊາຍແດນ ທົ່ວໄປ ລາວ-ໄທ ພ້ອມກັບຄະນະ ໄປຢ້ຽມຢາມ ຊາວເຜົ່າມົ້ງລາວ ທີ່ສູນຫ້ວຍນໍ້າຂາວ ເພື່ອໃຫ້ນະໂຍບາຍ ແລະ ໂອ້ລົມ ຊາວເຜົ່າມົ້ງ ປະມານ 4 ພັນຄົນ ກັບຄືນ ປະເທດ ແລະວ່າ ຫລັງຈາກ ປີ 2009 ຖ້າຫາກ ມີຊາວເຜົ່າມົ້ງ ຕົກຄ້າງ ອາດຈະຕ້ອງ ປ່ຽນມາໃຊ້ ວິທີບັງຄັບ ສົ່ງກັບ.