ທ່ານ ເຄນທອງ ນວນທະສິງ, ໂຄສົກ ກະຊວງການຕ່າງປະເທດລາວ ສະແດງຄວາມເຫັນ ກ່ຽວກັບ ຕົວແທນ ຊາວເຜົ່າມົ້ງລາວ ທີ່ເຂົ້າຮ່ວມປະຊຸມ ກັບທາງການລາວ, ໄທ ແລະ ສະຫະຣັຖ ເມື່ອວັນທີ 7 ຜ່ານມາ ວ່າ ກຸ່ມຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ຢາກໄປຢູ່ປະເທດ ທີ 3, ໂດຍພຍາຍາມ ຫາທາງ ໃຫ້ຍາດພີ່ນ້ອງ ໃນຕ່າງປະເທດ ເຂົ້າຊ່ອຍເຫລືອ ທຸກວິທີທາງ ເພື່ອໃຫ້ສໍາເຣັດ:
"ເຂົາຄິດແນວໃດ ເຂົາກໍວ່າແນວນັ້ນ, ຊາວເຜົ່າມົ້ງ ຈໍານວນນຶ່ງ ມັນຕ້ອງສ້າງເຂື່ອນໄຂ ທຸກສິ່ງທຸກຢ່າງ ເພື່ອເຮັດແນວໃດ ບີບບັງຄັບ ໃຫ້ພີ່ນ້ອງ ຢູ່ອາເມຣິກາພຸ້ນ ຊອກເງື່ອນໄຂ ຢູ່ພຸ້ນ ເພື່ອໃຫ້ມາເປັນຜູ້ຮັບປະກັນ ເອົາຂະເຈົ້າ ໄປ."
ທາງການລາວ ເດີນທາງໄປຢ້ຽມຢາມ ແລະ ສເນີ ແຜນການ ຮັບເອົາຊາວເຜົ່າມົ້ງລາວ ທີ່ສູນຫ້ວຍນໍ້າຂາວ ເມື່ອວັນທີ 7 ສິງຫາ ຜ່ານມາ, ຊຶ່ງທ່ານ ເຄນທອງ ນວນທະສິງ, ນຶ່ງ ໃນຈໍານວນ ເຈົ້າໜ້າທີ່ ເຂົ້າຮ່ວມການປະຊຸມ ດັ່ງກ່າວ ໄດ້ໃຫ້ຂໍ້ມູນ ທີ່ໜ້າສົນໃຈວ່າ ຊາວເຜົ່າມົ້ງລາວ ຈໍານວນນຶ່ງ ທີ່ບໍ່ຕ້ອງການ ກັບຄືນ ສປປລາວ ນັ້ນ, ເປັນກຸ່ມ ທີ່ຕ້ອງການ ຢາກຈະໄປປະເທດ ທີ3, ໂດຍສະເພາະ ສະຫະຣັຖ ອາເມຣິກາ ເພາະວ່າ ມີຍາດພີ່ນ້ອງ ຕັ້ງຖິ່ນຖານ ຢູ່ທີ່ນັ້ນ.
ພວກຂະເຈົ້າ ພຍາຍາມ ຕິດຕໍ່ ຂໍຄວາມຊ່ອຍເຫລືອ ພີ່ນ້ອງ ໃຫ້ຫາທາງ ນໍາພວກຕົນ ທີ່ຍັງຕົກຄ້າງ ໄປປະເທດທີ3 ໃຫ້ສໍາເຣັດ ໂດຍການສ້າງເງື່ອນໄຂ ຕ່າງໆ ໃຫ້ເກີດຂຶ້ນ. ແລະ ວ່າ ບັນຫາ ຫລື ຂໍ້ມູນ ທີ່ຊາວເຜົ່າມົ້ງລາວ ຍົກຂຶ້ນມາອ້າງ, ໂດຍສະເພາະ, ເຣື້ອງທາງການລາວ ໂຈມຕີ ທໍາຮ້າຍ ແລະ ມີການຕໍ່ສູ້ກັນ ຢູ່ໃນປ່ານັ້ນ ບໍ່ເປັນຄວາມຈິງ.
ສ່ວນ ການຖແລງຂ່າວ ຈາກພົນໂທ ບົວສ້ຽງ ຈໍາປາພັນ, ປະທານ ຄນະອານຸກັມມະການ ຮັກສາຄວາມສງົບຮຽບຮ້ອຍ ຕາມເຂດຊາຍແດນ ທົ່ວໄປ ລາວ-ໄທ ກ່າວຢືນຢັນ ຢ່າງໜັກແໜ້ນ ວ່າ ຊາວເຜົ່າມົ້ງລາວ ທີ່ຍັງຢູ່ສູນຫ້ວຍນໍ້າຂາວ ປະມານ 4 ພັນຄົນ, ໃນຂນະນີ້ ຈະຕ້ອງກັບຄືນລາວ ໃຫ້ໝົດ ໃນປີ 2009 ແລະ ໃຜ ບໍ່ກັບ ຈະຕ້ອງຖືກບັງຄັບກັບຄືນ ໃຫ້ໝົດ. ແລະ ວ່າ ຕົວແທນ ສະຫະຣັຖ ໄດ້ກ່າວ ຢືນຢັນ ກັບທາງການລາວ ໃນເວລາທີ່ ໄປພົບກັບ ທ່ານ ບົວສ້ຽງ ຈໍາປາພັນ ເມື່ອທ້າຍເດືອນ ກໍຣະກະດາ ຜ່ານມາ ທີ່ນະຄອນຫລວງວຽງຈັນ ວ່າ ບໍ່ມີນະໂຍບາຍ ຮັບຊາວເຜົ່າມົ້ງລາວ ກຸ່ມໃຫຍ່ ໄປຕັ້ງຖິ່ນຖານ ໃນສະຫະຣັຖ ອາເມຣິກາ ອີກດ້ວຍ.
ເຖິງຢ່າງໃດ ກໍຕາມ, ທ່ານ ຊາມູ ວິດເທິນ, ຮອງຜູ້ຊ່ອຍ ຣັຖມົນຕຣີ ສະຫະຣັຖ ຄົນສໍາຄັນ, ຮັບຜິດຊອບ ເຣື້ອງພົລເມືອງ ຜູ້ອົພຍົບ ແລະ ການເຄື່ອນຍ້າຍ ຖິ່ນຖານ ກ່າວວ່າ ຈຸດສຳຄັນ ໃນການຢ້ຽມຢາມ ລາວ ແລະ ໄທ ຂອງທ່ານ ແມ່ນກ່ຽວກັບ ສຖານະ ຂອງຊາວເຜົ່າມົ້ງ ບາງກຸ່ມ ທີ່ເດີນທາງເຂົ້າໄປ ປະເທດໄທ ໃນລະຍະຫລາຍປີ ຜ່ານມານັ້ນ, ຍັງຖືກກັກຂັງ ທີ່ສູນຊົ່ວຄາວ ທີ່ແຂວງເພັສບູນ ແລະ ອີກ 158 ຄົນ, ໃນນັ້ນ ຮ່ວມທັງເດັກນ້ອຍ 90 ຄົນ ທີ່ຍັງຖືກກັກຂັງ ເປັນລະຍະຍາວ ທີ່ສູນກວດຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ. ໃນການພົບປະກັບ ຫົວຫນ້າ ຝ່າຍທະຫານ ແລະ ພົລເຮືອນ ລາວ-ໄທ, ທ່ານ Witten ໄດ້ເນັ້ນ ເຖີງຄວາມສົນໃຈ ຂອງສະຫະຣັຖ ແລະ ປະຊາຄົມສາກົນ ໃນການຫາຊ່ອງທາງ ຢ່າງມີມະນຸສທັມ ເພື່ອແກ່ໄຂ ສຖານະ ຂອງຊາວມົ້ງ 2 ກຸ່ມດັ່ງກ່າວ ທີ່ຍືດເຍື້ອ ມາເປັນເວລາ ດົນນານ.