ທາງການລາວ ສເນີອະພັຍໂທດ ໃຫ້ຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ

ຄນະຜູ້ແທນ ສ.ປ.ປ.ລາວ ນຳໂດຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ປະທານຄນະ ອະນຸກັມມະການ ຮ່ວມມືຮັກສາຄວາມ ສງົບຮຽບຮ້ອຍ ຕາມແນວຊາຍແດນທົ່ວໄປ ລາວ-ໄທ ໄປຢ້ຽມຢາມຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທ ເພື່ອຊັກຊວນ ຊາວມົ້ງລາວຈຳນວນ ທີ່ຍັງເຫລືອປະມານ 4,000 ຄົນ ກັບຄືນລາວ ໃຫ້ໝົດພາຍໃນປີ 2009 ຕາມຂໍ້ຕົກລົງ ລາວ-ໄທ.

ຊາວມົ້ງລາວທີ່ສູນກັກຂັງ ຊົ່ວຄາວບ້ານຫ້ວຍນ້ຳຂາວ
ຊາວມົ້ງລາວທີ່ສູນກັກຂັງ ຊົ່ວຄາວບ້ານຫ້ວຍນ້ຳຂາວ (Photo: RFA)

0:00 / 0:00

ໃນທີ່ປະຊຸມວັນທີ7 ສິງຫາ 2009 ຣະຫວ່າງທະຫານໄທ ນຳໂດຍພົນໂທ ນິພັດ ທອງເລັກ ປະທານຄນະອະນຸ ກັມມະການຝ່າຍໄທ ແລະຄນະທະຫານຝ່າຍລາວ ນຳໂດຍ ພົນຈັດຕະວາ ບົວສ້ຽງ ປະທານຄນະອະນຸ ກັມມະການຝ່າຍລາວ ໂດຍມີຜູ້ແທນ ສຖານທູດສະຫະຣັດ ອະເມຣິກາ ປະຈຳບາງກອກ ແລະຜູ້ຕາງໜ້າກະຊວງ ການຕ່າງປະເທດໄທ ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງອື່ນໆ ແລະຜູ້ແທນຊາວມົ້ງລາວ ທີ່ບ້ານຫ້ວຽນ້ຳຂາວ ເຂົ້າຮ່ວມນຳ.

ໃນກອງປະຊຸມຄັ້ງນີ້ ທາງການລາວຢືນຢັນ ຮັບຊາວມົ້ງລາວທັງໝົດ ກັບຄືນປະເທດ ພ້ອມທັງວ່າຈະໃຫ້ ອະພັຍໂທດແກ່ ຊາວມົ້ງລາວ ທີ່ກະທຳຄວາມຜິດ ແລະມີຄະດີຕັ້ງແຕ່ ໂຕນໜີຈາກລາວ. ແຕ່ເມື່ອກັບຄືນລາວແລ້ວ ຕ້ອງຕັ້ງຕົ້ນເປັນຄົນດີ ພາຍໄຕ້ກົດໝາຍ ແລະການປົກຄອງ ປັດຈຸບັນຂອງລາວ. ພ້ອມກັນນັ້ນ ຍັງສເນີໃຫ້ຊາວມົ້ງລາວ ໄຊ້ໄຟຟ້າ ໂດຍບໍ່ເສັຍຄ່າ1ປີ ໃຫ້ເລືອກກັບໄປຢູ່ ບ້ານເດີມຫລືຢູ່ ບ້ານຜາຫລັກ ແຂວງວຽງຈັນ ຫລືປະສົງຢາກ ໄປຢູ່ແຂວງໃດ ກໍເລືອກເອົາໄດ້ຕາມໃຈ. ແລະຍັງວ່າຈະສົ່ງເສີມ ການສຶກສາແກ່ເດັກນ້ອຍ ເຍົາວະຊົນມົ້ງລາວ ນຳອີກ.

ສຳລັບຂໍ້ສເນີອື່ນໆ ກໍເປັນໄປຕາມ ນະໂຍບາຍເກົ່າ ພາຍໄຕ້ຂໍ້ຕົກລົງ ລາວ-ໄທ. ທ່ານ ບົວສ້ຽງ ກ່າວໃນຕອນນຶ່ງວ່າ:

"ນະໂຍບາຍລວມ ອັນທີນຶ່ງແມ່ນ ຣັຖບານລາວນີ້ ອະພັຍໂທດແກ່ທຸກຄົນ ທີ່ກັບຄືນປະເທດ ເຖິງແມ່ນຜ່ານມາ ມີບາງຄົນມີ ຄະດິອາຍາ ຄະດີແພ່ງອື່ນໆ ແຕ່ວ່າກັບຄືນເມືອແລ້ວ ຣັຖບານລາວຈະບໍ່ເອົາ ໂທດເລື່ອງຄະດີນັ້ນ."

ໃນການມາໄທເທື່ອນີ້ ທາງການລາວໄດ້ພາ ຜູ້ແທນຊາວມົ້ງລາວ 3ຄົນມາພ້ອມ ເພື່ອຢືນຢັນກັບມົ້ງລາວ ໃນສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວວ່າ ຕົນກັບໄປທຳມາຫາກິນ ແລະຍັງມີຊີວິດຢູ່ ບໍ່ໄດ້ເສັຍຊີວິດ ຕາມຂ່າວຊ່າລື ແລະທາງການລາວ ຂໍໃຫ້ຜູ້ແທນ ຊາວມົ້ງລາວ 3ຄົນນັ້ນເວົ້າ ກັບມົ້ງລາວໃຫ້ກັບຄືນ ປະເທດ. ຫລັງຈາກກອງປະຊຸມ ແລ້ວປາກົດວ່າມີ ຜູ້ຊາຍມົ້ງລາວ ຄົນນຶ່ງສະໝັກໃຈ ຂໍກັບຄືນລາວ ໄປພ້ອມກັບຄນະ ຜູ້ແທນທາງການນັ້ນ.