ການແພດລາວ ສາມາດກວດຄົນຕິດເຊື້ອໂຣກ hiv

ທາງການແພດລາວ ສາມາດກວດຄົນຕິດເຊື້ອໂຣກ hiv ແບບໃຊ້ວິທີ Viral load ຫລືວ່ານັບຈໍານວນ ເຊື້ອໂຣກຢູ່ໃນ ເມັດເລືອດໄດ້ແລ້ວ ຊຶ່ງເມື່ອກ່ອນນັ້ນຕ້ອງ ສົ່ງໄປກວດຢູ່ຕ່າງປະເທດ ວີທີນີ້ຈະຊ່ວຍໃຫ້ ການປິ່ນປົວຜູ້ຕິດເຊື້ອ ມີປະສິດທິຜົນ ຫລາຍຂື້ນ.
ສົມເນ
2009.08.10

ໃນຂນະນີ້ມີ ຜູ້ຕິດເຊືອໂຣກ HIV ຢູ່ໃນລາວເຖິງ 3,000ກວ່າຄົນ. ເຈົ້າໜ້າທີ່ປະຈໍາ ສູນຕ້ານໂຣກເອສ ແລະພຍາດຕິດຕໍ່ ທາງເພດສໍາພັນທີ່ ນະຄອນຫລວງ ວຽງຈັນ ໄດ້ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"Viral load ນັ້ນກວດນັບຈໍາວນເຊື້ອ ຫາກໍສີ່ເລີ້ມໃຊ້ ໃນປີນີ້ ເຮົາຈະຮູ້ໄດ້ວ່າໃນ ເລືອດຂອງຜູ້ຕິດເຊື້ອ ມີຈໍານວນເຊື້ອ ຫລາຍຫລືນ້ອຍ ກໍຣະນີປິ່ນປົວ ໄປແລ້ວ ຢາກຮູ້ວ່າ ເຊື້ອດື້ຢາ ຫລືບໍ່ດື້ຢາ ຕ້ອງກວດຫາຈໍານວນເຊື້ອ Viral load ນີ້ຖືວ່າຂັ້ນຣຸນແຮງ."

ນາຍແພດລາວວ່າ ການກວດ ເຊື້ອຈຸລະໂຣກຫລື viral load ນີ້ ຜູ້ປ່ວຍສາມາດ ໄປກວດໄດ້ຢູ່ທີ່ ໂຮງພຍາບານ ນະຄອນຫລວງວຽງຈັນ ເທົ່ານັ້ນ. ສ່ວນການກວດຫາ ເຊື້ອໂຣກໃນຣະດັບ ເບື້ອງຕົ້ນນັ້ນ ຈະມີວິທີ່ Rapid test ແລະ elisa test ອັນນີ້ສາມາດ ກວດໄດ້ຢູ່ຕາມ ໂຮງໝໍທົ່ວໄປ ໃນປະເທດ.

ທ່ານວ່າສໍາລັບປີນີ້ ມີຈໍານວນຜູ້ຕິດ ເຊືອໂຣກ hiv ເພີ້ມອີກ200ກ່ວາຄົນ ຈາກປີຜ່ານມາ. 60%ຂອງຜູ້ຕິດເຊື້ອໂຣກ ນັ້ນແມ່ນເນື່ອງມາຈາກ ການມີເພດສໍາພັນ ທີ່ຂາດວີທີ ປ້ອງກັນເຊື້ອໂຣກ:

"ເພີ້ມຂື້ນປີທີ່ແລ້ວນີ້ 2882ຄົນດຽວນີ້ 3,025ຄົນດຽວນີ້ ໄປທຸກແຂວງແລ້ວ ໃນທົ່ວປະເທດ ແຕ່ວ່າຫລາຍສຸດ ແມ່ນຢູ່ນະຄອນຫລວງ ວຽງຈັນກັບສວັນນະເຂດ ແຂວງລຽບຊາຍແດນ ລະຫ່ວາງໄທ-ລາວ ທີ່ຫລາຍຕອນນີ້."

ເຖິງຢ່າງໃດກໍດີ ທ່ານວ່າ ຍັງມີຜູ້ປ່ວຍ ຈໍານວນຫລາຍ ທີ່ບໍ່ທັນໄດ້ ເຂົ້າຮັບການປິ່ນປົວ ຍ້ອນບໍ່ມີຄວາມຮູ້ ຄວາມເຂົ້າໃຈ ເຣື້ອງນີ້ທາງສູນ ກໍພຍາຍາມ ໂຄສະນາ ໃຫ້ປະຊາຊົນ ແລະຜູ້ຕິດເຊື້ອໂຣກ HIV ຮູ້ຈັກວິທີ ປະຕິບັດຕົນ ໃຫ້ຖືກຕ້ອງເພື່ອ ຫລີກລຽງບໍ່ໃຫ້ ຕິດເຊືອໂຣກນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.