ອົງການກວດກາແຫ່ງຊາດ ສປປລາວ ເປີດເຜີຍ ວຽກງານ

ອົງການກວດກາແຫ່ງຊາດ ສປປລາວ ເປີດເຜີຍວຽກງານ ການກວດກາ ໃນຣະຍະນື່ງທີ່ຜ່ານມາ ພົບການຮົ່ວໃຫລ ໃນຫລາຍໂຄງການ ຂອງຣັຖ ໃນຈຳນວນ127 ເປົ້າຫມາຍ.
ສິດນີ
2009.08.10

ເພື່ອປະຕິບັດ ຕາມມະຕິຂອງ ຮັຖບານ ໃນແຜນການຕ້ານ ການສໍ້ຣາສບັງຫລວງ ໃນລາວ ອົງການກວດສອບ ແຫ່ງຊາດລາວ ໄດ້ລາຍງານຜົລ ຂອງການສືບ ສວນ ໃນຫລາຍກໍຣະນີ ການສໍ້ຣາສໃນລະຍະ ນື່ງປີທີ່ຜ່ານມາ ໃນນັ້ນອົງການ ດັ່ງກ່າວໄດ້ສືບສວນ ໃນຈຳນວນ127ເປົ້າຫມາຍ ການສໍ້ຣາສບັງຫລວງ ໃນທົ່ວ ປະເທດ ທີ່ເຮັດໃຫ້ຣັຖບານ ເສັຽຫາຍເຖີງ 70ຕື້ກີບແລະ 2.6ລ້ານໂດລາ ສະຫະຣັຖ ແຕ່ຫ້ອງການດັ່ງກ່າວ ສາມາດເກັບກູ້ຄືນໄດ້ ປະມານ2.5ຕື້ກີບແລະ 125,500ໂດລາ.

ຈາກການສືບສວນພົບວ່າ ການສໍ້ຣາສບັງຫລວງ ໃນລາວໄດ້ມີຂື້ນ ໃນຫລາຍຂັ້ນຕອນ ແລະຫລາຍຣະດັບ ຂອງເຈົ້າຫນ້າທີ່ຣັຖ ສ່ວນໃຫຍ່ມັກເກີດ ຂື້ນກັບເຈົ້າຫນ້າ ທີ່ຜູ້ຮັບຜີດຊອບ ໃນການໃຫ້ ສັມປະທານ ໂຄງການຕ່າງໆ ບາງໂຄງການໃນລາວ ຮ່ວມດ້ວຍ ເຈົ້າຫນ້າທີ່ ພາສີອາກອນ ໄຟຟ້າ ນ້ຳປະປາ ແລະ ກຸ່ມທີ່ສວຍໃຊ້ ອຳນາດເກີນຂອບເຂດ ໃນການຍັກຍອກ ສໍ້ໂກງຣັຖບານ.

ນອກຈາກນັ້ນອົງການ ດັ່ງກ່າວຍັງໄດ້ແກ້ໃຂ ຄຳຮ້ອງທຸກຂອງຣັຖກອນ ແລະພົລເຮືອນໃນຈຳນວນ ນື່ງພັນສະບັບ ທຽບໃສ່ປີທີ່ຜ່ານມາ ເພີ້ມຂື້ນ42ສ່ວນຮ້ອຍ ອົງການໄດ້ແກ້ໃຂ ໄປແລ້ວປະມານ 417ສະບັບ ສ່ວນເຫລືອກວ່າ 500ກໍຣະນີ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ພິຈາຣະນາແກ້ໃຂ. ຄຳຮ້ອງທຸກສ່ວນໃຫຍ່ ກໍ່ແມ່ນ ກ່ຽວກັບການຂັດແຍ່ງ ໃນການຈັດສັນທີ່ດີນ ແລະການໃຫ້ຄ່າຊົດເຊີຍ ປະເພດຕ່າງໆ.

ເຈົ້າຫນ້າທີ່ລາວ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນື່ງເວົ້າວ່າ ອົງການຣັຖບານ ໃນລະຍະທີ່ຜ່ານມາ ບໍ່ສາມາດບັງຄັບ ໃຊ້ກົດຫມາຍຕ້ານການ ສໍ້ຣາສບັງຫລວງ ໄດ້ບໍມີການຈັບກຸມ ແລະລົງໂທດຜູ້ ທີ່ກະທຳຜິດ ໂດຍສເພາະກຸ່ມທີ່ມີ ເສັ້ນສາຍ ແລະມີອຳນາດທາງດ້ານ ການເມືອງໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.