0:00 / 0:00
ຕິດຕາມມາດ້ວຍ ການສັມພາດຍານາງຈັນຖນອມອຸ່ນແກ້ວ, ປະທານສະມາຄົມລາວເສຣີ ໃນນະຄອນຊັນຟແຣນສິສໂກ ເຊັ່ນດຽວກັນ, ຊຶ່ງເປັນຜູ້ອຸປຖັມນາງສາວ ແອມີ ໃນການເຂົ້າປະກວດຄັ້ງນີ້. ການສົ່ງເສີມ ຫລື ອຸປຖັມ ນາງສາວລາວ ເຂົ້າປະກວດ ນາງສາວ ເອເຊັຍ-ອາເມຣິກັນ ຂອງສະມາຄົມ ລາວເສຣີນີ້ ຖືວ່າ ເປັນຄັ້ງທໍາອິດ, ຊຶ່ງຍານາງ ຈັນຖນອມ ບອກວ່າ ຈະສນັບສນູນ ນາງສາວລາວ ໃນທຸກໆປີ.