ເກົາຫລີເໜືອ ມີທ່າທີ ຈະຜູກໄມຕຣີ ກັບສະຫະຣັດ
2009.08.10
ທ່ານ Jim Jones ທີ່ປຶກສາດ້ານຄວາມ ໝັ້ນຄົງແຫ່ງຊາດ ສະຫະຣັຖອະເມຣິກາ ກ່າວຕໍ່ຣາຍການ ໂທຣະທັດ Fox News Sunday ກ່ຽວກັບການ ເດີນທາງໄປ ເກົາຫລີເໜືອ ເມື່ອອາທິດທີ່ແລ້ວ ຂອງອະດີດ ປະທານາທິບໍດີ ສະຫະຣັຖ Bill Clinton ວ່າເກົາຫລີເໜືອ ໄດ້ສະແດງອອກ ເຖິງຄວາມປະສົງ ຢາກມີການພົວພັນ ແບບໃໝ່ໃຫ້ດີຂຶ້ນກັບ ສະຫະຣັຖ.
ທ່ານ Clinton ໄດ້ພົບປະກັບ ຜູ້ນໍາເກົາຫລີເໜືອ Kim Jong-Il ທີ່ກຸງພຽງຢາງ ໃນຣະຫວ່າງຢູ່ຢ້ຽມຢາມ ເພື່ອໃຫ້ມີການປ່ອຍ ນັກຂ່າວອະເມຣິກັນ 2ຄົນທີ່ຖືກກັກຂັງ ຢູ່ເກົາຫລີເໜືອນັ້ນ. ທ່ານ Bill Clinton ເປັນເຈົ້າໜ້າທີ່ ອະເມຣິກັນ ຂັ້ນສູງສຸດທີ່ ພົບກັບທ່ານ Kim ໃນຮອບເກືອບ 1ທົດສວັດຜ່ານມາ ແລະຕໍ່ຣາຍການ Meet the Press ຂອງໂທຣະທັດ NBC ໃນເວລາຕໍ່ມາທ່ານ Jones ກໍວ່າ Clinton ໄດ້ກ່າວໂດຍເນັ້ນວ່າ ເກົາຫລີເໜືອ ຕ້ອງປະລະຄວາມ ໄຝ່ຝັນສ້າງອາວຸດ ນິວເຄລັຽຂອງ ຕົນແລະກັບຄືນ ສູ່ການເຈຣະຈາ 6ຝ່າຍເພື່ອເຮັດໃຫ້ ແຫລມເກົາຫລີ ປອດນິວເຄັລຽ.
ຣັຖບານ ປະທານາທິບໍດີ ໂອບາມາ ພຍາຍາມທີ່ຈະໃຫ້ ເກົາຫລີເໜືອກັບສູ່ ການເຈຣະຈາ6ຝ່າຍ ຂນະດຽວກັນ ກໍປະສົງໃຫ້ມີ ການບັງຄັບໃຊ້ ມະຕິທີ່ອອກໂດຍ ສະຫະ ປະຊາຊາດ ເພື່ອຮັບປະກັນ ບໍ່ໃຫ້ອາວຸດ ທີ່ມີສມັຕພາບ ທໍາຣາຍສູງ ຂອງເກົາຫລີເໜືອ ແຜ່ຂຍາຍໄດ້.
ເກົາຫລີເໜືອ ໄດ້ທົດລອງນິວເຄັລຽ ເມື່ອເດືອນ5ແລະ ນັບຕັ້ງແຕ່ໄດ້ ຍີງຂີປະນາວຸດ ຫລາຍລູກ ເກົາຫລີເໜືອ ກໍຢືນຢັນທີ່ຈະ ເຈຣະຈາຣະຫວ່າງ 2ຝ່າຍໂດຍກົງກັບ ສະຫະຣັຖ.
ຣັຖບານສະຫະຣັຖ ອະທິບາຍວ່າ ການຢ້ຽມຢາມຂອງ ທ່ານ Clinton ເປັນພາຣະກິດ ສ່ວນຕົວ.