ອະດີດແກນນໍາ ມົ້ງລາວ ຢືນຢັນວ່າ ກັບລາວ ປອດໄພ

ອະດີດແກນນໍາ ມົ້ງລາວໃນສູນ ກັກຂັງຊົ່ວຄາວຫ້ວຍນໍ້າຂາວ ທີ່ກັບຄືນລາວ ຢືນຢັນວ່າ ກຸ່ມຊາວມົ້ງທີ່ ກັບໄປພ້ອມກັນນັ້ນ ທຸກຄົນປອດໄພ.

ບ້ານຫ້ວຍນ້ຳຂາວສູນກັກຂັງຊົ່ວຄາວຂອງມົ້ງລາວ ທະຫານໄທກຳລັງຢູ່ໃນທ່າຕຽມຮັກສາຄວາມສງົບ ການໃນວັນທີ່ເຈົ້າໜ້າລາວຂັ້ນສູງໄປຢ້ຽມຢາມສູນ. (ຮູປຖ່າຍວັນທີ7ສິງຫາ2009)
ບ້ານຫ້ວຍນ້ຳຂາວສູນກັກຂັງຊົ່ວຄາວຂອງມົ້ງລາວ ທະຫານໄທກຳລັງຢູ່ໃນທ່າຕຽມຮັກສາຄວາມສງົບ ການໃນວັນທີ່ເຈົ້າໜ້າລາວຂັ້ນສູງໄປຢ້ຽມຢາມສູນ. (ຮູປຖ່າຍວັນທີ7ສິງຫາ2009) (Photo: RFA)

0:00 / 0:00

ທ້າວຈົ່ງຕູ້ ແຊ້ຫວ່າງ ເດີນທາງໄປຍັງສູນ ກັກຂັງຊົ່ວຄາວ ທີ່ບ້ານຫ້ວຍນໍ້າຂາວ ຂອງໄທ ພ້ອມຄນະຜູ້ແທນ ທາງການລາວ ເມື່ອວັນທີ7 ສິງຫາ ເພື່ອໄປໂອ້ລົມກັບ ຊາວມົ້ງລາວ ຫລາຍກວ່າ4ພັນຄົນ ທີ່ຍັງເຫລືອຢູ່ທີ່ນັ້ນ ໃຫ້ກັບຄືນລາວ ພ້ອມທັງຢືນຢັນວ່າ ຕົນແລະ ກຸ່ມຊາວມົ້ງລາວ ທີ່ກັບຄືນພ້ອມກັນນັ້ນ ທັງໝົດຍັງປອດໄພດີ.

ຕາມຂ່າວລືທີ່ ປາກົດອອກກ່ອນນັ້ນ ທ້າວຈົ່ງຕູ້ ແຊ້ຫວ່າງ ເສັຽຊີວິດໄປແລ້ວ ຫລັງຈາກກັບຄືນລາວ ພາຍໃຕ້ຂໍ້ຕົກລົງ ສົ່ງມົ້ງລາວທີ່ ລັກລອບເຂົ້າເມືອງໄທ ຂອງຄນະອະນຸ ກັມມະການຮັກສາ ຄວາມສງົບຮຽບຮ້ອຍ ຕາມແນວຊາຍແດນ ທົ່ວໄປລາວ-ໄທ ຊຶ່ງທາງການໄທ ສົ່ງກັບ ພ້ອມຊາວມົ້ງລາວ ຄົນອຶ່ນໆ ເມື່ອທ້າຍປີ 2008. ດັ່ງນັ້ນທາງການລາວ ຈຶ່ງເຊີນຕົວທ້າວ ຈົ່ງຕູ້ ແຊ້ຫວ່າງ ກັບໄປທີ່ສູນ ຫ້ວຍນໍ້າຂາວ ເພື່ອຢືນຢັນວ່າ ລາວປອດໄພດີ. ທ້າວ ຈົ່ງຕູ້ ເວົ້າວ່າ:

"ກໍບໍ່ເປັນຫຍັງ ເພາະວ່າທາງການລາວ ຮຽກຮ້ອງໃຫ້ ຜົມກັບມາ ອອກໜ້າອອກຕາ ໃຫ້ປະຊາຊົນ ຫ້ວຍນໍ້າຂາວ ໃຫ້ເຫັນໜ້າ ເຂົາຫາສຽງວ່າ ຜົມຕາຍແລ້ວ ຜົມກໍມາ ທີ່ວ່າຜົມ ມາອະທິບາຍ ຕອນຢູ່ທີ່ນີ້ ໃຜໆກໍກົວວ່າໄປ ລາວແລ້ວຈະຕາຍ ແຕ່ໄປ ຕົວຈິງເຂົາມີ ນະໂຍບາຍສູງ ເຂົາບໍ່ຂ້າໃຜຜູ້ໃດ."

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທະຫານໄທໄດ້ ພຍາຍາມສອບຖາມ ທ້າວ ຈົ່ງຕູ້ ຢູ່ນອກທີ່ປະຊຸມ ວ່າເມື່ອທາງການໄທ ສົ່ງມອບຊາວມົ້ງລາວ ໃຫ້ທາງການລາວ ແລ້ວ ທຸກຄົນ ປອດໄພດີຫລືບໍ່ ທ້າວຈົ່ງຕູ້ ຕອບວ່າບໍ່ຊາບວ່າ ຄົນອື່ນເປັນແນວໃດ ແຕ່ສະເພາະຕົນເອງ ເມື່ອກັບເຖິງລາວ ທາງການລາວກໍນໍາ ຕົວໄປອາໃສ ຢູ່ບ່ອນພັກ ຊົ່ວຄາວ ປະມານນຶ່ງເດືອນ ແລະໄດ້ຮັບການ ອົບຮົມແນວຄິດ ກ່ອນທີ່ຈະກັບໄປ ຢູ່ບ້ານເດີມຂອງ ຕົນເອງ.

ເຈົ້າໜ້າທີ່ທະຫານໄທ ຖາມອີກວ່າ ມີເຫດການທໍາຮ້າຍ ເປັນອັນຕຣາຍ ແກ່ຊາວມົ້ງລາວ ແທ້ຫລືບໍ່. ທ້າວ ຈົ່ງຕູ້ ຕອບແຕ່ພຽງວ່າ ບໍ່ຊາບເລື່ອງຂອງ ຄົນອຶ່ນ ຊາບແຕ່ ສະເພາະເລື່ອງ ຂອງຕົນເອງເທົ່ານັ້ນ.

ທ້າວ ຈົ່ງຕູ້ ແຊ້ຫ່ວາງ ກັບຄືນລາວເມື່ອເດືອນ ພຶສຈິກາ ປີ2008 ໃນຊຸດສົ່ງກັບ 103ຄົນ ພ້ອມແກນນໍາ ຊາວມົ້ງລາວ8ຄົນ. ປັດຈຸບັນ ຈົ່ງຕູ້ ອາໃສຢູ່ກັບ ຍາດພີ່ນ້ອງ ຄອບຄົວເດີມຂອງ ຕົນເອງທີ່ບ້ານເດີມ ໃນເຂດເມືອງວັງວຽງ ແຂວງວຽງຈັນ ແລະວ່າຂ່າວລື ທີ່ອອກມາວ່າ ຖືກທາງການລາວ ຂ້າຕາຍ ກໍບໍ່ເປັນຄວາມຈີງ. ຕົນຍັງມີ ຊີວິດຢູ່.