ເຣື້ອງທີ່ເກັບບັນທຶກໄວ້
2010-06-14
ໃນໂອກາດ ການຢ້ຽມຢາມ ລາວ ຢ່າງເປັນທາງການ ຂອງນາຍົກ ຣັຖມົນຕຣີ ມາເລເຊັຍ ແລະ ເພື່ອເປັນການ ວິຈັຍ ກ່ຽວກັບ ປະເທດເພື່ອນບ້ານ ຫລືປະເທດ ສະມາຊິກ ຂອງກຸ່ມອາຊຽນ ຕໍ່ໄປ ພົງສວັນ ໄດ້ຮິບໂຮມ ຂໍ້ມູນ ກ່ຽວກັບການ ຈັດຕັ້ງທາງ ເສຖກິດ ການເມືອງ ຂອງມາເລເຊັຍ ຊຶ່ງ ວຽງໄຊ ຈະນໍາມາ ສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-14
ໄທຽວ່າຈະ ສນັບສນູນ ແລະເພີ່ມຂຍາຍ ຄວາມຮ່ວມມື ກັບທາງກາຣ ສປປລາວ ຕລອດໄປ.
2010-06-14
ໃນລະຍະ ສິບກວ່າປີ ຜ່ານມາ ແຂວງສວັນນະເຂດ ເກັບກູ້ຣະເບີດ ທີ່ຕົກຄ້າງ ຈາກປາງສົງຄາມ ໄດ້ພຽງ ສິບເປີເຊັນ.
2010-06-14
ສັດລ້ຽງຂອງ ປະຊາຊົນ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໄດ້ລົ້ມຕາຍ ຈໍານວນຫຼວງຫຼາຍ ໃນລະຍະ ນື່ງເດືອນກວ່າ ຜ່ານມາ ຊຶ່ງຍັງບໍ່ຮູ້ ສາເຫດທີ່ ແນ່ນອນເທື່ອ.
2010-06-14
ທາງກາຣ ສປປລາວ ຖແລງວ່າ ກາຣທີ່ບໍ່ສາມາດ ແກ້ໄຂບັນຫາ ດ້ານບໍຣິຫາຣ ງານຂອງ ພາຄຣັຖ ເປັນກາຣສ້າງ ຄວາມເສັຽຫາຍ ໃນກາຣພັທນາ ປະເທສຊາຕ.
2010-06-11
ການສຶກສາ ແມ່ນວຽກງານ ໃຈກາງ ຂອງການພັທນາ ຊັພຍາກອນມະນຸດ ຊຶ່ງຕ້ອງເພີ່ມ ການລົງທຶນ ປະຕິບັດ ຍຸທສາດ ການສຶກສາໃຫ້ ປະກົດເປັນຈິງ ໂດຍສຸມໃສ່ ການຍົກ ຄຸນນະພາບ ຂອງການສຶກສາ ທຸກຂັ້ນຕາມ ທິດທັນສະໄໝ ເປັນກ້າວໆ ດັ່ງທີ່ທາງ ການລາວ ໂຄສະນານັ້ນ ໄດ້ຮັບການ ປະຕິບັດ ໃນພາກຕົວຈິງ ຄືແນວໃດ.
2010-06-11
ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ເປັນຫ່ວງນໍາ ຫລາຍແຜນການ ພັທນາຂອງ ຣັຖບານລາວ ທີ່ຈະຍົກ ຣະດັບ ການເຕີບໂຕ ທາງດ້ານ ເສຖກິດໃຫ້ໄດ້ ປີລະຢ່າງນ້ອຍ 8% ໃນຣະຍະ 5 ປີຂ້າງຫນ້າ ໂດຍອາສັຍ ໂຄງການໃຫຍ່ໆ ທີ່ທໍາລາຍ ສິ່ງແວດລ້ອມ ແລະບໍ່ສ້າງ ວຽກເຮັດງານທໍາ ແບບຢືນຢົງ ໃຫ້ແກ່ ປະຊາຊົນ ເຊັ່ນການ ສ້າງເຂື່ອນໄຟຟ້າ ການຂຸດຄົ້ນ ແຮ່ທາດ ແລະການປູກຕົ້ນໄມ້ ເສຖກິດ ເປັນຕົ້ນ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-11
ຄນະເຈົ້າໜ້າທີ່ ກວດກາບັນຊີ ແຫ່ງຣັຖ ຈາກປະເທດ ວຽດນາມ ນໍາພາໂດຍ ຫົວໜ້າຝ່າຍ ກວດກາ ບັນຊີ ແຫ່ງຣັຖ ທ່ານ Vuong Dinh Hue ໄດ້ມາຢ້ຽມຢາມ ສປປລາວ 6 ມື້ ຊຶ່ງເລີ້ມແຕ່ ມື້ວັນທີ 8 ມິຖຸນາ 2010 ເປັນຕົ້ນໄປ ເພື່ອສົ່ງເສີມ ຄວາມສັມພັນ ກັບອົງການ ກວດກາບັນຊີ ແຫ່ງຣັຖ ສປປລາວ.
2010-06-11
ພຍາດວົງເລັບ ປາກເປື່ອຍ ໃນໝູ່ສັດລ້ຽງ ເປັນພຍາດ ຕິດຕໍ່ຂ້າມເຂດ ເກີດຂື້ນ ເປັນປະຈໍາ ຢູ່ໃນລາວ ແລະມີຜົນ ສະທ້ອນ ຕໍ່ສັງຄົມ ແລະເສຖກິດ.
2010-06-11
ຄົນລາວ-ອະເມຣິກັນ ຂໍອຸທອນໂທດ ຕໍ່ສານ ສູງສຸດຂອງ ສະຫະຣັຖ ເພາະເຂົາຍອມຜິດ ໃນຄະດີ ລັກຖ່າຍຮູບ ເດັກນ້ອຍ ປະເປືອຍ ແລະ ຖືກຕັດສິນ ຈໍາຄຸກ ເປັນເວລາ 10 ປີ.
2010-06-11
ຜູ້ນໍາ ສປປລາວ ແລະ ສປຈີນ ຕ່າງກໍຢືນຢັນ ເສີມສ້າງສາຍ ກາຣພົວພັນ ຣະຫວ່າງ ສອງປະເທສ ແລະ ພັກຄອມມີວນິສ ຂອງສອງຝ່າຍ ໃຫ້ແໜ້ນແຟ້ນ ກວ່າເກົ່າ.
2010-06-11
ຊາວນະຄອນ ຫລວງວຽງຈັນ ເປັນຫ່ວງນໍາ ເຣື້ອງຕລິ່ງເຈື່ອນ ຕາມແຄມຂອງ ແລະເຫັນວ່າ ຈະຮ້າຍແຮງ ຂຶ້ນໄປເລື້ອຍໆ ຖ້າບໍ່ແກ້ໄຂ ໂດຍຮີບດ່ວນ.
2010-06-11
ເຈົ້າໜ້າທີ່ ຣະດັບສູງ ກະຊວງກາຣ ຕ່າງປະເທສ ສະຫະຣັຖ ດ້ານຜູ້ອົພຍົບ ແລະຜູ້ລີ້ພັຍ ຈະໄປຢ້ຽມຢາມ ຊາວມົ້ງ ທີ່ຖືກສົ່ງ ກັບຈາກ ປະເທສໄທ.
2010-06-10
ແຂວງອຸດົມໄຊ ເຊັນບັນທຶກ ຄວາມເຂົ້າໃຈ ກັບບໍຣິສັດ ລົງທຶນ ເອກກະຊົນ ເພື່ອສຶກສາ ໂຄງການສ້າງ ເຂື່ອນນໍ້າພາກ.
2010-06-10
ນັກລົງທຶນ ຕ່າງຊາດ ໃນໂຄງການ ເສຖກິດ ພິເສດ ສວັນ-ເຊໂນ ຈະໃຊ້ ແຮງງານລາວ ໃນການຜລິດ.