ທາງການສະຫະຣັຖ ຈະຢ້ຽມຊາວມົ້ງ ທີ່ຖືກສົ່ງກັບ

ເຈົ້າໜ້າທີ່ ຣະດັບສູງ ກະຊວງກາຣ ຕ່າງປະເທສ ສະຫະຣັຖ ດ້ານຜູ້ອົພຍົບ ແລະຜູ້ລີ້ພັຍ ຈະໄປຢ້ຽມຢາມ ຊາວມົ້ງ ທີ່ຖືກສົ່ງ ກັບຈາກ ປະເທສໄທ.

ຊາວມົ້ງລາວ ມາທ້ອນໂຮມກັນ ຕ້ອນຮັບຜູ້ຕາງໜ້າ ຊາວຕ່າງປະເທດ ທີ່ໄປຢ້ຽມຢາມ ພວກເຂົາເຈົ້າ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ໃນວັນທີ 29 ມິນາ 2010
ຊາວມົ້ງລາວ ມາທ້ອນໂຮມກັນ ຕ້ອນຮັບຜູ້ຕາງໜ້າ ຊາວຕ່າງປະເທດ ທີ່ໄປຢ້ຽມຢາມ ພວກເຂົາເຈົ້າ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ໃນວັນທີ 29 ມິນາ 2010 (RFA)

0:00 / 0:00

ທ່ານ Eric P. Schwartz ຜູ້ຊ່ວຍຣັຖມົນຕຣີ ຕ່າງປະເທສ ດ້ານຜູ້ອົພຍົບ ແລະຜູ້ລີ້ພັຍ ຂອງສະຫະຣັຖ ຈະໄປຢ້ຽມຢາມ ສປປລາວ ໃນມື້ວັນທີ່ 13-16 ມີຖຸນາ 2010 ນີ້ ເພື່ອພົບປະຫາຣື ກັບທາງກາຣ ກ່ຽວຂ້ອງຂອງ ສປປລາວ ໂດຽສະເພາະກ່ຽວກັບ ສະພາບ ຄວາມເປັນຢູ່ ຂອງຊາວມົ້ງ ທີ່ທາງກາຣໄທຽ ໄດ້ສົ່ງກັບຄືນ ໃຫ້ຣັຖບາລລາວ ໃນທ້າຍປີ 2009 ທີ່ຜ່ານມາ ພ້ອມຍັງຈະມີ ກາຣພິຈາຣະນາ ກາຣໄປຕັ້ງ ຖິ່ນຖານໃໝ່ ໃນປະເທສທີ່ 3 ແລະໂຄງກາຣ ຊ່ວຍເຫລືອດ້ານ ສິທທິມະນຸສຍະຊົນ ແກ່ຊາວມົ້ງ ດັ່ງກ່າວນັ້ນນຳດ້ວຍ:

ທ່ານວ່າ: “ກ່ອນຖືກສົ່ງກັບ ຄືນປະເທສລາວ ໃນປີຜ່ານມາ ຊາວມົ້ງສ່ວນໜຶ່ງ ກໍຄວນທີ່ຈະໄດ້ຮັບ ຖານະບຸຄຄົລ ທີ່ໜ້າເປັນຫ່ວງ ທີ່ຄວນຈະໄດ້ ຮັບກາຣຊ່ວຍເຫລືອ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ 3 ຊຶ່ງກໍບໍ່ມີ ບັນຫາໃດໆ ທີ່ຈະຕົກລົງ ກັບຣັຖບາລຂອງ ປະເທສ ທີ່ຈະຮັບເອົາ ເຂົາເຈົ້າໄປ ອາສັຍຢູ່ນັ້ນ”.

ທ່ານ Schwartz ໄດ້ກ່າວເພີ່ມວ່າ ໃນຣະຍະ 4 ມື້ ທີ່ທ່ານ ຢ້ຽມຢາມລາວ ໃນຄາວນີ້ ທ່ານກໍຈະມີ ໂອກາສໄດ້ ພົບພໍ້ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ຫລາຍໆທ່ານ ຊຶ່ງກໍອາຈ ມີກາຣພິຈາຣະນາ ດ້ານຄວາມຊ່ວຍເຫລືອ ເພື່ອມະນຸສທັມ ນຳດ້ວຍ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:

ທ່ານວ່າ “ຖ້າທາງອົງກາຣ ຈັດຕັ້ງ ທາງດ້ານມະນຸສທັມ ຂອງສາກົລ ຫາກສາມາດ ເຂົ້າໄປພົວພັນ ແລະ ໃຫ້ການຊ່ວຍເຫລືອ ຕ່າງໆແກ່ຊາວມົ້ງ ດັ່ງກ່າວກໍຍິ່ງ ຈະເປັນ ກາຣດີ ແລະເປັນຜົລປໂຍດ ແກ່ທຸກພາຄສ່ວນ ຊຶ່ງທ່ານ ກໍມີຄວາມຕັ້ງໃຈ ທີ່ຈະນຳເອົາເຣື່ອງນີ້ ເຂົ້າພິຈາຣະນາ ກັບທາງເຈົ້າໜ້າທີ່ ລາວເຊ່ັນກັນ”.

ເຖິງຢ່າງໃດກໍຕາມ ຊາວມົ້ງທີ່ພົບວ່າ ບັນດາປະເທສຕ່າງໆ ທີ່ອາຈຮັບເອົາ ໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ 3 ນັ້ນ ມີທັງໝົດ 158 ຄົນ ທີ່ຖືກສົ່ງຈາກ ສູນກັກຂັງ ຢູ່ດ່ານກວດ ຄົນເຂົ້າເມືອງ ທີ່ໜອງຄາຍ ແລະອາຈມີຈຳນວນ ອື່ນໆຕື່ມອີກ ທີ່ທາງ UNHCR ຮັບຮອງວ່າມີ ສະຖານະພາບ ເປັນຄົນລີ້ພັຍ ໃນເມື່ອກ່ອນແລ້ວນັ້ນ.