ລາວ-ອະເມຣິກັນ ຂໍອຸທອນໂທດ
2010.06.11
ເມື່ອປີ 2005 ນາຍຫວັງ ຄຳມະນີວົງ ອາຍຸ 63 ຄົນລາວ ທີ່ເມືອງ Rochester ຣັຖນິວຢອກ ໃຊ້ໂທຣະສັບ ມືຖືລັກຖ່າຍຮູບ ເອົາເດັກນ້ອຍຍິງ ປະເປືອຍ ອາຍຸ 6 ປີ ແລະຖືກຕ້ອງຄະດີ ທຳອານາຈານ ລາມົກຕໍ່ເດັກນ້ອຍ ຊຶ່ງເປັນຄະດີ ທີ່ຮ້າຍແຮງຢູ່ ສະຫະຣັຖ.
ສອງປີຕໍ່ມາ ຄົນລາວຜູ້ນີ້ ຍອມຮັບຜິດຕໍ່ສານ ເພາະຄິດວ່າຕົນ ຈະໄດ້ຮັບໂທດ ຈຳຄຸກພຽງແຕ່ ສອງສາມເດືອນ ເທົ່ານັ້ນ ແຕ່ຖືກຕັດສິນ ຈຳຄຸກເຖິງ 10 ປີ. ໃນປີ 2007 ນາຍຫວັງ ຄຳມະນີວົງ ຂໍຖອນການ ຍອມຜິດ ໂດຍໃຫ້ເຫດຜົນວ່າ ເຂົາຍອມຜິດໄປ ໂດຍທີ່ບໍ່ເຂົ້າໃຈ ຢ່າງຄັກແນ່ ເປັນຕົ້ນບໍ່ເຂົ້າໃຈ ພາສາອັງກິດ ບໍ່ເຂົ້າໃຈ ນາຍພາສາ ບໍ່ເຂົ້າໃຈກົດໝາຍ ແລະ ກໍບໍ່ເຂົ້າໃຈ ສິດທິຂອງຕົນ ອີກຢ່າງນຶ່ງ ໃນເວລານັ້ນ ເຂົາກໍໄດ້ຮັບ ຄຳແນະນຳຈາກ ທະນາຍຄວາມ ຢ່າງຜິດພາດ.
ແຕ່ສານ ຣັຖນິວຢອກ ບໍ່ຍອມເລີກຖອນ ການຍອມຜິດຂອງ ນາຍຫວັງດັ່ງກ່າວ ແລະຢ້ຳວ່າ ການດຳເນີນຄະດີ ນີ້ຖືກຕ້ອງຕາມ ກົດໝາຍທຸກຢ່າງແລ້ວ. ຫລັງຈາກນັ້ນ ນາຍຫວັງ ຄຳມະນີວົງ ຈຶ່ງຍື່ນຄຳອຸທອນ ຂື້ນໄປເຖິງສານ ສູງສຸດຂອງ ສະຫະຣັຖ ໂດຍໃຫ້ເຫດຜົນ ດຽວກັນ ຄືບໍ່ເຂົ້າໃຈ ແລະເມື່ອ ວັນພຣະຫັດ ວັນທີ່ 10 ມິຖຸນານີ້ ສານສູງສຸດ ມີກຳນົດ ຈະຕັດສິນວ່າ ຈະຮັບພິຈາຣະນາ ຄຳອຸທອນ ຂອງນາຍຫວັງນັ້ນ ຫລືບໍ່? ຖ້າສານຮັບ ພິຈາຣະນາ ສານສູງສຸດ ອາດຈະນຳຄະດີ ນີ້ຂື້ນມາອີກ ພາຍໃນ ຫລາຍເດືອນຂ້າງໜ້າ.
ທ່ານ David Morabito ທະນາຍຄວາມຄົນ ປັດຈຸບັນ ຂອງນາຍຫວັງ ຄຳມະນີວົງ ກ່າວວ່າ ລູກຄ້າຂອງເຂົາ ຍອມຜິດຍ້ອນ ບໍ່ເຂົ້າໃຈ. ອິງຕາມ ຣັຖທັມມະນູນ ຂອງ ສະຫະຣັຖ ຜູ້ຕ້ອງຫາຕ້ອງ ມີສິດເຂົ້າໃຈ ຢາງແຈ່ງແຈ້ມ ກ່ອນຈະຕັດສິນ ໃຈຍອມຜິດ. ທ່ານ Morabito ກ່າວອີກວ່າ ການອຸທອນ ຕໍ່ສານສູງສຸດ ເທື່ອນີ້ ຈະເປັນບົດຮຽນ ໃຫ້ແກ່ທຸກຄົນ ທີ່ບໍ່ເຂົ້າໃຈ ພາສາ ແລະຣະບົບການ ດຳເນີນຄະດີ ຢູ່ສະຫະຣັຖ.