ໂຄງການສ້າງ ເຂື່ອນນໍ້າພາກ
2010.06.10
ແຂວງອຸດົມໄຊ ໄດ້ຕົກລົງ ເຊັນບັນທຶກ ຄວາມເຂົ້າໃຈ MoU ກັບບໍຣິສັດ ເອກກະຊົນ ເພື່ອສຶກສາ ຄວາມເປັນໄປໄດ້ ໂຄງການພັທນາ ເຂື່ອນນ້ຳພາກ.
ທາງການເຫັນວ່າ ຫາກໂຄງການ ດັ່ງກ່າວໄດ້ຮັບ ອະນຸມັດ ແລະສ້າງສຳເຣັດ ຈະເປັນແຫລ່ງຜລິດ ກະແສໄຟຟ້າ ທີ່ສຳຄັນ ຂອງແຂວງ. ເຈົ້າໜ້າທີ່ນາງນຶ່ງ ຈາກທາງ ການແຂວງກ່າວວ່າ ໃນມື້ວັນທີ 4 ມິຖຸນາ 2010 ເຈົ້າໜ້າທີ່ຈາກ ແຂວງອຸດົມໄຊ ໄດ້ຮ່ວມກັນ ລົງນາມໃນ MoU ກັບບໍຣິສັດ ເອຣີ ສຳຣວດອອກແບບ ປຶກສາແລະ ກໍ່ສ້າງຈຳກັດ ເພື່ອໃຫ້ທາງ ບໍຣິສັດເຂົ້າ ມາສຳຮວດ ແລະສຶກສາ ຄວາມເປັນໄປໄດ້ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຕົກຢູ່ນ້ຳພາກ ເຂດເມືອງລາ. ເຈົ້າໜ້າທີ່ຜແນກ ແຜນການແລະ ການລົງທຶນ ແຂວງອຸດົມໄຊ ເວົ້າວ່າ:
"ຖ້າໄດ້ມີ ການກໍ່ສ້າງ ເຂື່ອນໄຟຟ້າ ດັ່ງກ່າວນີ້ ຖືວ່າພວກເຮົາ ຈະໄດ້ນຳໃຊ້ ເຂົ້າໃນການເປັນ ແສງສວ່າງໃຫ້ ແກ່ປະຊາຊົນ ຢູ່ໃນເຂດ ດັ່ງກ່າວ ແຕ່ນີ້ຫາປີ 2015 ໃຫ້ແຂວງ ອຸດົມໄຊ ສາມາດນຳໃຊ້ ພລັງໄຟຟ້າໄດ້ 80 ສ່ວນຮ້ອຍ ຂອງປະຊາຊົນ ໃນທົ່ວແຂວງ".
ນອກຈາກນີ້ ທາງການແຂວງ ຍັງເຫັນວ່າ ເຂື່ອນໄຟຟ້າ ນ້ຳພາກ ຈະເປັນແຫລ່ງພລັງ ໄຟຟ້າ ທີ່ສຳຄັນໃນ ການສົ່ງເສີມ ໂຄງການຂຸດຄົ້ນ ແຮ່ທາດ ໃນເຂດເມືອງລາ ຊື່ງທີ່ຜ່ານມາ ທາງແຂວງໄດ້ໃຊ້ ກະແສໄຟຈາກ ຕານ່າງໄຟຟ້າ ແຫ່ງຊາດ ຊຶ່ງຍັງບໍ່ພຽງພໍ. ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ສຳລັບບໍ່ເຫລັກ ນີ້ຖືວ່າເປັນ ໂຄງການທີ່ວ່າ ໃກ້ຈະສຳເຣັດແລ້ວ ໃນການສຳຣວດ ຖ້າວ່າໄດ້ຮັບ ອະນຸຍາດ ໃນການຂຸດຄົ້ນ ຄວາມຕ້ອງການນຳ ໃຊ້ພະລັງ ໄຟຟ້າ ຈະມີເຖິງ 15 ເມັກກະວັດ".
ເຖິງຢ່າງໃດກໍຕາມ ບໍຣິສັດ ເອກກະຊົນ ທີ່ລົງນາມໃນ MoU ບໍ່ໄດ້ເປີດເຜີຍ ລາຍລະອຽດ ວ່າເຂື່ອນນ້ຳພາກ ຈະສາມາດຜລິດ ກະແສໄຟຟ້າ ໄດ້ເທົ່າໃດ໋ ແລະຈະໃຊ້ ເວລາໃນການ ສຳຣວດດົນປານໃດ໋ ກ່ອນທີ່ຈະຂໍ ອະນຸຍາດ ໃນການກໍ່ສ້າງ.