ພຍາດວົງເລັບ-ປາກເປື່ອຍໃນສັດລ້ຽງ

ພຍາດວົງເລັບ ປາກເປື່ອຍ ໃນໝູ່ສັດລ້ຽງ ເປັນພຍາດ ຕິດຕໍ່ຂ້າມເຂດ ເກີດຂື້ນ ເປັນປະຈໍາ ຢູ່ໃນລາວ ແລະມີຜົນ ສະທ້ອນ ຕໍ່ສັງຄົມ ແລະເສຖກິດ.
ສົມເນ
2010.06.11

ຕາມລາຍ ງານການຄົ້ນຄວ້າ ຂອງ ມະຫາວິທະຍາໄລ ປະເທດ Australia ລາຍງານວ່າ ການແພ່ຣະບາດ ຂອງພຍາດ ວົງເລັບ-ປາກເປື່ອຍ ໄດ້ເກີດຂື້ນຢູ່ ທີ່ເມືອງ ແປກ ແຂວງຊຽງຂວາງ ເມື່ອເດືອນ ມົກກະຣາ ປີ 2009 ໂດຍມີສັດລ້ຽງ 111 ໂຕ ຕິດພຍາດ ດັ່ງກ່າວ. ເມື່ອເດືອນມິນາ ຕໍ່ມາ ຄນະສັຕວະແພດ ຂອງ Australia ໄດ້ສືກສາເຖີງ ສາເຫດທີ່ສັດ ເປັນໂຣກ ວົງເລັບ-ປາກເປື່ອຍ ຢູ່ໃນ 4 ໝູ່ບ້ານ. ໃນວຽກງານ ສືກສານັ້ນ ນາຍແພດໄດ້ ສັກຢາປ້ອງກັນ ເຊື້ອໂຣກ ວົງເລັບ-ປາກເປື່ອຍ ໃຫ້ສັດລ້ຽງຢູ່ໃນ 2 ໝູ່ບ້ານ ກ່ອນໂຣກຣະບາດຂື້ນ ແລະຫລັງຈາກ ໂຣກຣະບາດຂື້ນ ໂດຍສັກຢາໃຫ້ ງົວແລະຄວາຍ ທັງໝົດຢູ່ໃນ ບ້ານທີນື່ງ. ບ້ານທີ່ສອງ ສັກຢາໃຫ້ ງົວແລະຄວາຍ ພຽງແຕ່ເຄິ່ງດຽວ ຂອງຈໍານວນງົວ ແລະຄວາຍທັງໝົດ ໃນບ້ານນັ້ນ. ສ່ວນງົວແລະຄວາຍ ຢູ່ໃນອີກ 2 ໝູ່ບ້ານ ທີ່ຢູ່ໄກ້ໆນັ້ນ ບໍ່ໄດ້ສັກຢາ ໃຫ້ເລີຽ.

ຫລັງຈາກນັ້ນ ນັກຄົ້ນຄວ້າໄດ້ ລົງໄປເກັບກໍາ ຂໍ້ມູນຢູ່ໃນ 4 ໝູ່ບ້ານ ໂດຍການສໍາພາດ ພນັກງານຮັກສາ ສຸຂພາບສັດ ປະຈໍາບ້ານແລະ ໄດ້ຜົນສະລຸບວ່າ ອັດຕຣາການຕາຍ ຂອງສັດລ້ຽງຢູ່ ໃນບ້ານທີ່ສັດ ຖືກສັກຢາ ປ້ອງກັນມີແຕ່ 1% ເທົ່ານັ້ນ,ອັດຕຣາການຕາຍ ຂອງສັດລ້ຽງຢູ່ ໃນບ້ານທີ່ສັດ ຖືກສັກຢາປ້ອງກັນ
ຈໍານວນເຄິ່ງນື່ງ ມີປະມານ 8% ສ່ວນອັດຕຣາການ ຕາຍຂອງງົວແລະ ຄວາຍຢູ່ໃນອີກ 2 ບ້ານທີ່ສັດບໍ່ໄດ້ ຖືກສັກຢາປ້ອງກັນ ເລີຍນັ້ນ ມີເຖິງ 61% ແລະ 74%. ນາຍແພດຍັງ ສະຫລຸບຕື່ມວ່າ ອັດຕຣາການຕາຍ ຂອງສັດລ້ຽງມີສູງ ຢູ່ໃນໝູ່ບ້ານທີ່ ງົວ-ຄວາຍ ບໍ່ໄດ້ຣັບການ ສັກຢາປ້ອງກັນ ເຊື້ອໂຣກ ແລະທັງເປັນ ການສູນເສັຽ ທາງດ້ານເສຖກິດ ຂອງໝູ່ບ້ານນັ້ນ ຫລາຍພໍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.