ຕະລິ່ງເຈື່ອນຕາມຝັ່ງຂອງ ເຂດນະຄອນຫຼວງວຽງຈັນ

ຊາວນະຄອນ ຫລວງວຽງຈັນ ເປັນຫ່ວງນໍາ ເຣື້ອງຕລິ່ງເຈື່ອນ ຕາມແຄມຂອງ ແລະເຫັນວ່າ ຈະຮ້າຍແຮງ ຂຶ້ນໄປເລື້ອຍໆ ຖ້າບໍ່ແກ້ໄຂ ໂດຍຮີບດ່ວນ.
ມະນີຈັນ
2010.06.11

ໃນລະຍະນີ້ ດິນຊາຍບໍຣິເວນ ແຄມຂອງເຂດ ພາກອິສານຂອງໄທ ເພີ່ມຂຶ້ນຫລາຍ ອາຈເຮັດໃຫ້ ກະແສນໍ້າປ່ຽນແລວ ແລະ ສົ່ງຜົລກະທົບ ຕໍ່ການກັດເຊາະ ບໍຣິເວນ ແຄມຝັ່ງ ແມ່ນໍ້າຂອງ ເຂດນະຄອນຫລວງ ວຽງຈັນ. -ຕາມຄໍາເວົ້າຂອງ ຊາວນະຄອນຫລວງ ວຽງຈັນ ທ່ານນຶ່ງ:

"ຕົວຢ່າງ ຄືເຮົາເຫັນ ຄືຝັ່ງໄທ ຫາດຊາຍທີ່ ມັນດິນເຂົາເຈົ້າ ຫລາຍຂຶ້ນມາ ຢູ່ດິນເຮົາແລ້ວ ນໍ້າຝັ່ງໄທ ຖັ່ງເຂົ້າມາແລ້ວ ດິນບ້ານເຮືອນ ປະຊາຊົນ ບ່ອນທໍາມາຫາກິນ ປະຊາຊົນຂາດ ຖືວ່າເຮົາເສັຽ ດິນແດນເຮົາໄປ ບັກຫລາຍໆ ເຮົາເຫັນໃນຈຸດນີ້ ແລ້ວເຮົາກໍເປັນ ໜ້າວິຕົກ".

ສະພາບດັ່ງກ່າວ  ທ່ານວ່າ ເຮັດໃຫ້ເກີດການ ສູນເສັຽດິນແດນ ທັງໃນຝັ່ງລາວ ແລະຝັ່ງໄທ ຫລາຍປີມາແລ້ວ ຊຶ່ງທາງຝັ່ງໄທ ກໍໄດ້ຈັດສັນ ງົບປະມານ ເພື່ອແກ້ໄຂ ບັນຫາ ດ້ວຍການສ້າງເຂື່ອນ ກັນຕະລິ່ງພັງ ໃນຫລາຍຈຸດ ເຮັດໃຫ້ຊາວລາວ ທີ່ອາສັຍຢູ່ແຄມ ຝັ່ງແມ່ນໍ້າຂອງ ກັງວົນວ່າ ຫາກຝັ່ງລາວ ບໍ່ມີການ ແກ້ໄຂບັນຫາ ຜົລກະທົບ ໃນບໍຣິເວນ ແຄມຝັ່ງຂອງ ໃນລາວຍິ່ງ ຈະຮ້າຍແຮງຂຶ້ນ.

ຕາມຂໍ້ມູນສໍາຣວດ ຂອງຄນະກັມມາທິການ ແມ່ນໍ້າຂອງ: ສາເຫດທີ່ເຮັດ ໃຫ້ຕະລິ່ງເຈື່ອນ ກໍຍ້ອນແມ່ນໍ້າຂອງ ຕອນລ່າງມີລັກສນະ ຄົດລ້ຽວເຮັດໃຫ້ ເກີດການເພພັງລົງ ແລະມີ ດອນເລັກດອນນ້ອຍ ເກີດຂຶ້ນ. ຣະດັບນໍ້າ ໃນແມ່ນໍ້າຂອງ ກໍມີການ ປ່ຽນແປງຫລາຍ ໂດຍສະເພາະ ໃນຊ່ວງ ໜ້າຝົນແລະໜ້າແລ້ງ. ເວລາເກີດນໍ້າຖ້ວມ ຈາກແມ່ນໍ້າຂອງ ແລະລໍານໍ້າສາຂາ ກໍຍິ່ງເຮັດໃຫ້ ຕະລິ່ງເພພັງງ່າຍ.

ປັຈຈຸບັນ ແຄມຝັ່ງ ແມ່ນໍ້າຂອງ ທີ່ນະຄອນຫລວງ ວຽງຈັນ ມີການສ້າງເຂື່ອນ ເພື່ອກັນຕະລິ່ງເຈື່ອນ ເຊັ່ນກັນ ເປັນຕົ້ນ ທີ່ບໍຣິເວນ ຫ້ວຍເດື່ອ ບ້ານຫາດດອກແກ້ວ ບ້ານຫ້ອມໃຕ້ ບໍຣິເວນຈາກ ແຍກຫລັກສາມ ເຖິງເກົ້າລ້ຽວ ໂດຍມີການ ສນັບສນູນ ດ້ານງົບປະມານ ຈາກປະເທດ ເກົາຫລີໃຕ້  ຊຶ່ງຣັຖບານລາວ ມີແຜນການທີ່ຈະ ໃຫ້ສໍາເຣັດ ທັນການ ສເລີມສລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໃນປີນີ້  ຊຶ່ງຈະເປັນການ ແກ້ໄຂບັນຫາ ດັ່ງກ່າວ ຢ່າງຮີບດ່ວນ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.