0:00 / 0:00
ທ່ານ Hue ໄດ້ພົບພໍ້ກັບ ປະທານອົງການ ກວດກາບັນຊີ ແຫ່ງຣັຖ ສປປລາວ ທ່ານ ບົວສີ ລໍວັນໄຊ ໃນມື້ວັນທີ 8 ມິຖຸນາ 2010 ໂດຍທັງສອງຝ່າຍໄດ້ ທົບທວນ ການຮ່ວມມືທີ່ ຜ່ານມາ.
ອົງການກວດກາ ບັນຊີແຫ່ງຣັຖ ສປປລາວ ເຫັນວ່າມີຄວາມ ຕ້ອງການທີ່ຈະ ໃຫ້ມີການ ຕົກລົງສັນຍາ ລະຫວ່າງຣັຖບານ ຂອງທັງສອງ ປະເທດ ທາງດ້ານເສຖກິດ ສິລປະວັທນະທັມ ວິທຍາສາດ ແລະເທັກໂນໂລຢີ ໃນການຮ່ວມມື ປີ 2011 ນີ້.
ພ້ອມດຽວກັນນີ້ ທັງສອງຝ່າຍຍັງ ໄດ້ປຶກສາຫາລືກັນ ເພື່ອສືບ ຕໍ່ການແລກປ່ຽນ ເຈົ້າໜ້າທີ່ຂັ້ນສູງ ໃນການເຈຣະຈາ ແລະ ຝ່າຍວຽດນາມ ຈະສົ່ງຜູ້ຊ່ຽວຊານ ມາຊ່ວຍ ຝຶກສອນ ພນັກງານພາກຣັຖ ລາວທາງດ້ານ ອົງການກວດກາ ບັນຊີ.
ນອກຈາກນີ້ທັງ ສອງຝ່າຍຍັງໄດ້ ວາງແຜນການ ທີ່ຈະຮ່ວມກັນ ກວດກາບັນຊີ ເພື່ອຊ່ວຍອົງການ ກວດກາບັນຊີ ແຫ່ງຣັຖ ສປປລາວ ໄດ້ສົ່ງເສີມເພີ້ມ ປະສິດທິພາບ ແລະສ້າງ ນະໂຍບາຍ ຂອງຕົນເອງ ໃຫ້ໄດ້ພາຍ ໃນປີ 2020.