ການສຶກສາແມ່ນ ການພັທນາ ຊັພຍາກອນມະນຸດ
2010.06.11
ພາລະກິດການ ສຶກສາ ເປັນວຽກງານ ຈຸດສຸມໃຈກາງ ຂອງການພັທນາ ຊັພຍາກອນ ມະນຸດ ຊຶ່ງຣັດຈະຕ້ອງ ເພີ່ມການລົງທຶນ ພ້ອມທັງມີ ນະໂຍບາຍ ແລະປຸກລະດົມ ໃຫ້ສັງຄົມ ປະກອບສ່ວນເຂົ້າ ໃນການພັທນາ ການສຶກສາ ໃຫ້ມີຄຸນນະພາບ ແລະມາຕຖານ ສູງຂຶ້ນທັງສາຍ ສາມັນສຶກສາ ອາຊີວະສຶກສາ ແລະ ມະຫາວິທະຍາໄລ ໃນຣະບົບ ນອກຣະບົບ ແລະພາກ ເອກກະຊົນ ເພື່ອປະຕິບັດ ແຜນການສຶກສາ ເພື່ອທຸກຄົນ ຕາມເປົ້າໝາຍ ທີ່ໄດ້ກຳນົດ ໄວ້ຢູ່ໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຄືຄັ້ງຫລ່າສຸດ ຂອງພັກ ປະຊາຊົນ ປະຕິວັດລາວ.
ທາງການລາວ ກໍຍອມຮັບວ່າ ໃນພາກຕົວຈິງ ການພັທນາ ຊັພຍາກອນ ມະນຸດ ຢູ່ ສປປລາວ ຍັງບໍ່ທັນໄປ ຕາມທິດຈຸດສຸມ ຂອງການສ້າງໂຄງ ປະກອບເສຖກິດ ແລະ ຄວາມຕ້ອງການ ຕົວຈິງຂອງການ ພັທນາເສຖກິດ ແລະສັງຄົມ ການຂຍາຍໂອກາດ ໃຫ້ປະຊາຊົນ ໄດ້ຮັບການສຶກສາ ທີ່ມີຄຸນນະພາບ ເທົ່າທຽມກັນ ຣະຫວ່າງບໍຣິເວນ ຕ່າງໆ ຍັງເຮັດບໍ່ທັນໄດ້ ຫລາຍເທົ່າທີ່ຄວນ ການຕອບສນອງ ດ້ານຂ່າວສານ ສາຣະຄວາມຮູ້ ແລະຄວາມບັນເທີງ ອັນສົດໃສ ເພື່ອຊ່ວຍສ້າງຄຸນຄ່າ ທາງຈິດໃຈ ໃຫ້ຄົນໃນສັງຄົມ ຍັງບໍ່ທັນເລິກເຊິ່ງ ແລະ ບໍ່ທັນທົ່ວເຖິງ.
ເວົ້າສະເພາະ ຂົງເຂດການສຶກສາ ກໍຮັບວ່າບາງ ຕົວເລກຊີ້ບອກວ່າ ຂໍ້ຄົງຄ້າງເປັນຕົ້ນ ຍັງແມ່ນອັດຕຣາ ການຄ້າງຫ້ອງ ແລະການປະລະ ການຮຽນຂອງ ນັກຮຽນ ສາມັນ ຍັງມີສູງ ຄຸນນະພາບ ຂອງການສຶກສາ ຖ້າທຽບໃສ່ມາຕຖານ ຍັງຫ່າງໄກຫລາຍ ມີນັກຮຽນຈຳນວນ ໜ້ອຍທີ່ສາມາດ ຮຽນເກັ່ງແລະໄດ້ ມາຕຖານ ທີ່ສາມາດ ຮຽນຕໍ່ຊັ້ນສູງ ໄດ້ດີຫລືເສງ ໄປຮຽນຕໍ່ຕ່າງ ປະເທດໄດ້ ອັດຕຣາການ ຮູ້ໜັງສືຂອງ ປະຊາຊົນ ເພີ່ມຂຶ້ນຊັກຊ້າ ແລະຣະດັບ ກໍບໍ່ທັນສູງ ຄວາມສາມາດ ກໍ່ສ້າງແຮງງານ ທີ່ມີສີມືຍັງ ຈຳກັດ ຈຶ່ງບໍ່ສນອງໄດ້ ຕາມຄວາມຕ້ອງການ ຂອງຕລາດແຮງງານ ທັງຢູ່ພາຍໃນ ແລະຕ່າງປະເທດ ເຖິງແມ່ນ ທາງການລາວ ໄດ້ປະກາດວ່າ ແຜນງານ ການພັທນາການ ສຶກສາຂັ້ນຕ່າງໆ ໃນຊຸມປີຜ່ານມາ ມີບາດກ້າວຂຍາຍຕົວ ທັງດ້ານປະຣິມານ ແລະຄຸນນະພາບ ເຊັ່ນ: ໃນປີ 2005 ອັດຕຣານັກຮຽນ ຂັ້ນປະຖົມ ເພີ່ມຂຶ້ນຈາກປີ 2001 5.2%, ຂັ້ນມັທຍົມ ຕອນຕົ້ນເພີ່ມຂຶ້ນ 8.2%, ຂັ້ນມັທຍົມ ຕອນປາຍ 11.8%. ແຕ່ທັງໝົດນັ້ນ ກໍຍັງປະຕິບັດ ບໍ່ໄດ້ຕາມ ແຜນການ ທີ່ວາງ ຄາດໝາຍເອົາໄວ້ ແລະ ໃນຂນະດຽວກັນ ອັດຕຣາການ ບໍ່ຮູ້ໜັງສື ຂອງຜູ້ໃຫຍ່ ກໍຍັງມີຫລາຍ. ຕົວຢ່າງຢູ່ແຂວງ ຫົວພັນ ກໍມີລາຍງານວ່າ ອັດຕຣາການເຂົ້າ ໂຮງຮຽນ ຂອງນັກຮຽນ ຢູ່ພາຍໃນແຂວງ ໃນປີ 2010 ນີ້ ຫລຸດລົງ …
ບາງບ່ອນນັກຮຽນ ມັນບໍ່ເຂົ້າຮຽນ ມັນຢູ່ເຂດຫ່າງໄກ ແຕ່ທັມມະດາ ມັນຕ້ອງຂຶ້ນ ຕາມປົກກະຕິ ຕາມເກນ ຫັ້ນນະ ແຕ່ມັນມີ ສະພາບຫຍຸ້ງຍາກ ພາຍໃນບ້ານໃນເຮືອນ ເຂົາບໍຫັ້ນນະ ຈຳນວນນຶ່ງມັນ ບໍ່ເຂົ້າຮຽນ ອັດຕຣາ ມັນຫລຸດລົງ.
ຕາມຂ່າວໃນ ວັນທີ 5 ຕຸລາ 2009 ໂຄງການພັທນາ ຂອງ ສະຫະປະຊາຊາດ ຣະບຸວ່າ ດັຊນີການ ພັທນາມະນຸດ HDI ສຳລັບປີ 2008 ສປປລາວ ເປັນປະເທດນຶ່ງ ທີ່ມີການພັທນາ ມະນຸດຕ່ຳ ຄືຢູ່ໃນອັນດັບ ທີ 133 ໃນຈຳນວນ 182 ປະເທດໃນໂລກ. ດັຊນີທີ່ວ່ານີ້ ເປັນການວັດແທກ ຄວາມສາມາດ ຂອງແຕ່ ລະປະເທດ ທີ່ໃຫ້ໂອກາດ ພົລເມືອງຂອງຕົນ ປັບປຸງຊີວິດ ການເປັນຢູ່ ໃນການມີລາຍໄດ້ ໄດ້ຮັບການສຶກສາ ແລະ ປິ່ນປົວສຸຂພາບ.
ເມື່ອເບິ່ງດັຊນີ ຂອງລາວນີ້ແລ້ວ ກໍໝາຍຄວາມວ່າ ທາງການລາວ ມີຄວາມຈຳເປັນ ທີ່ຈະຕ້ອງໄດ້ ເພີ່ມການລັງທຶນ ເຂົ້າໃນການ ປະຕິຮູບ ການສຶກສາ ໂດຍສຸມໃສ່ ປັບປຸງ ແລະຂຍາຍພື້ນຖານ ວັດຖຸ-ເທັກນິກ ສັບຊ້ອນຣະບົບ ໂຮງຮຽນ ປັບປຸງເນື້ອໃນ ຫລັກສູດບຳລຸງ ຍົກຣະດັບຄຣູ ອາຈານ ແລະ ເພີ້ມທະວີ ວຽກງານຄຸ້ມຄອງ ກວດກາການສຶກສາ ເປັນຕົ້ນເອົາໃຈໃສ່ ການສຶກສາ ໃນເຂດຊົນນະບົດ ສົ່ງເສີມການສຶກສາ ແມ່ຍິງ ແລະ ຜູ້ດ້ອຍໂອກາດ.
ທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ໄດ້ກ່າວຢູ່ໃນ ກອງປະຊຸມສະພາ ທີ່ຜ່ານມາວ່າ ຄຸນນະພາບຂອງ ການສຶກສາຢູ່ ສປປລາວ ຍັງເປັນບັນຫາ ທີ່ເຄັ່ງຮ້ອນ ໃນປັດຈຸບັນນີ້ ອັນຕົ້ນຕໍ ກໍແມ່ນຍ້ອນ ນຶ່ງ: ຄຣູບໍ່ພຽງພໍ ຄຣູບໍ່ໄດ້ມາຕຖານ ຕົວຢ່າງສົກປີ 2008-2009 ຄວາມຕ້ອງການ ຄຣູແມ່ນ 6 ພັນກວ່າຄົນ ແຕ່ຕອບສນອງໄດ້ ພຽງແຕ່ 3 ພັນ 5 ຮ້ອຍຄົນເທົ່ານັ້ນ. ຈຳນວນນີ້ ທົດແທນຄຣູທີ່ ອອກຈາກຖັນແຖວ ກໍຍັງບໍ່ພໍ ແລະໃນສົກປີ 2009-2010 ນີ້ ຕ້ອງການຄຣູ 9 ພັນກວ່າຄົນ.
ເພື່ອບັນລຸໄດ້ ຈຸດໝາຍໃນການ ປະຕິບັດແຜນ ຍຸທສາດ ການປະຕິຮູບ ການສຶກສາຂອງລາວ ແຕ່ປີ 2006 ຫາປີ 2015 ທ່ານ ໄຊສົມພອນ ໄດ້ຮຽກຮ້ອງໃຫ້ ມີການເພີ່ມ ງົບປະມານໃສ່ ການສຶກສາ ເອົາໃຈໃສ່ຄຣູ ໃນສົກຮຽນປີ 2009-2010 ໃຫ້ຫລາຍຂຶ້ນ ກວ່າເກົ່າ…
ສືບຕໍ່ແກ້ໄຂ ງົບປະມານ ໃນສົກປີ 2009-2010 ຕ້ອງພຍາຍາມ ໃຫ້ໄດ້ 15.5% ຂຶ້ນໄປ. ໃນນັ້ນ ຈະໄດ້ນຳໄປ ແກ້ໄຂວຽກງານ ບໍຣິຫານໂຮງຮຽນ ລົງທຶນຊື້ອຸປກອນ ການຮຽນການສອນ ປຸກສ້າງໂຮງຮຽນ ບ່ອນທີ່ຈຳເປັນ ເປັນຕົ້ນເຂດ ຫ່າງໄກສອກຫລີກ ແລະປະຕິບັດ ນະໂຍບາຍ ຕໍ່ຄຣູໃຫ້ ເໝາະສົມກວ່າເກົ່າ.
ແລະກະຊວງ ສຶກສາທິການ ຂອງລາວກໍວ່າ ຍັງຂາດແຄນ ຄຣູສອນຢ່າງ ຫລວງຫລາຍ ໂດຍສະເພາະ ຢູ່ຕາມເຂດ ຊົນນະບົດ ຈົນວ່າມີການ ຣະດົມ ອາສາສມັກ ໄປອົບຮົມເປັນ ຄຣູສອນ ເຊັ່ນ ແຂວງຈຳປາສັກ ໂດຍການສົ່ງເສີມ ດ້ານງົບປະມານ ໃຫ້ທີ່ຢູ່ອາໃສ ແລະ ອາຫານການກິນ ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແຂວງທ່ານນຶ່ງ ໄດ້ເວົ້າເມື່ອຕົ້ນເດືອນ ພຶສພາ 2010 ວ່າ…
ຜແນກສຶກສາທິການ ແຂວງເຮົານີ້ ໄດ້ມີການ ປຸກຣະດົມເອົາ ຄຣູອາສາສມັກ ຈຳນວນນຶ່ງ ໄປສອນຊ່ວຍໃນ ແຕ່ລະແຫ່ງທີ່ ຂາດຄຣູ ແລະໄດ້ຣະດົມ ໃຫ້ຊຸມຊົນ ມີນະໂຍບາຍຕໍ່ ອາສາສມັກ ດ້ວຍການສນອງ ເຂົ້າກິນ ນະໂຍບາຍ ງົບປະມານ. ນອກຈາກຂາດເຂີນ ຄຣູສອນແລ້ວບໍ່ແລ້ວ ໂຮງຮຽນຫລາຍໆ ແຫ່ງໃນທົ່ວ ປະເທດ ກໍຍັງບໍ່ໄດ້ ຮັບການປັບປຸງ ປະປ່ອຍໄປ ຕາມມີຕາມເກີດ ແລະຍັງບໍ່ມີ ພຽງພໍຕື່ມອີກ ຈົນວ່າຕ່າງ ປະເທດເຫັນໃຈ ຊ່ວຍສ້າງໂຮງຮຽນ ໃຫ້ໃນບາງເຂດ.
ສຳລັບຢູ່ແຂວງ ຫົວພັນ ມີຂ່າວກ່ຽວກັບ ບັນຫາດັ່ງກ່າວ ເມື່ອວັນທີ 5 ພຶສພາ 2010 ໂດຍເຈົ້າໜ້າທີ່ ຜແນກສຶກສາແຂວງ ທ່ານນຶ່ງ ແຈ້ງໃຫ້ຮູ້ວ່າ…
ກໍຍັງບໍ່ທັນ ມີໂຮງຮຽນພຽງພໍ ເປັນໂຮງຮຽນ ມຸງຫຍ້າ ມຸງຫຍັງໄປຊັ້ນນະ ຈຳນວນຄຣູນີ້ ກໍຍັງຍັງສ່ວນ ນຶ່ງບໍ່ທັນພໍຕາມແຜນ ຂອງຣັຖບານ ປີນີ້ ເພີ່ນກໍຕ້ອງ ໄດ້ເບິ່ງ ບັນດາ ເມືອງທີ່ທຸກຍາກ ເຮົາຈະຕ້ອງໄດ້ ໄປສູ້ຊົນເບິ່ງ ເກັບກຳຂໍ້ມູນ ໄດ້ປຸກສ້າງ ໂຮງຮຽນ ໃຫ້ເຂົາເຈົ້າ ສົ່ງໃຫ້ເຂົາເຈົ້າ ໄປສອນ.
ເມື່ອວັນທີ 1 ມິຖຸນາ 2010 ນີ້ ກໍມີຂ່າວວ່າ ນາງ Linden Perry ອາຈານສອນ ທີ່ວິທະຍາໄລ Bishop Tyrrell Anglican ຂອງ ອອສເຕຣເລັຽ ໄດ້ເຄື່ອນໃຫວເພື່ອ
ຂຍາຍການສຶກສາ ສຳລັບນັກຮຽນ ຢູ່ປະເທດລາວ ໄດ້ຊ່ວຍສ້າງ ໂຮງຮຽນນ້ອຍ ຫລັງນຶ່ງ ພ້ອມທັງຊ່ວຍ ອຸປກອນ ການຮຽນການສອນ ໃຫ້ຢູ່ບ້ານດອນຄຳ ແຂວງ ສາຣະວັນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບ ໂຄງການຮ່ວມມື ລາວ-ເຢັຍຣະມັນ ກໍໄດ້ເວົ້າ ໃນທ້າຍປີ 2009 ວ່າ ທາງໂຄງການ ໄດ້ສ້າງໂຮງຮຽນ ອາຊີວະສຶກສາ ໃຫ້ 3 ແຂວງພາກເໜືອ ຄື: ແຂວງຊຽງຂວາງ ອູດົມໄຊ ແລະ ຜົ້ງສາລີ ເພື່ອສົ່ງເສີມໃຫ້ ນັກຮຽນ ມີວິຊາສະເພາະ ໄດ້ມາຕຖານ ຊຶ່ງປັຈຸບັນນີ້ ສປປລາວ ຍັງຂາດແຮງງານ ທີ່ມີສີມື ຊຶ່ງຈະສາມາດ ແຂ່ງຂັນກັບແຮງງານ ຂອງປະເທດ ເພື່ອນບ້ານໄດ້.
ເບິ່ງລວມແລ້ວ ການສຶກສາ ໃນລາວປັດຈຸບັນ ຍັງມີສິ່ງທ້າທາຍ ຫລາຍຢ່າງ ຮວມທັງດ້ານ ຄຸນນະພາບ ຍ້ອນຂາດແຄນຄຣູ ແລະຄວາມທຸກຍາກ ຂອງປະຊາຊົນ ຊຶ່ງປະກອບ ອາຊີບກະສິກັມ ເປັນສ່ວນໃຫຍ່ ດັ່ງທີ່ໄດ້ລະບຸໄວ້ ຢູ່ໃນລາຍງານ ດ້ານການສຶກສາ ຂອງທະນາຄານໂລກ ສະບັບທີ 14 ປະຈຳເດືອນ ມົກກະຣາ-ກຸມພາ ທີ່ຫາກໍຜ່ານ ມານີ້.
ທ່ານ ລີຕູ໊ ບົວປາວ ຮອງຣັຖມົນຕຣີ ກະຊວງສຶກສາທິການ ຂອງລາວ ກໍໄດ້ໃຫ້ຄຳ ອະທິບາຍ ບັນຫາທີ່ທ້າທາຍ ນັ້ນວ່າ ການສຶກສາໃນລາວ ປັດຈຸບັນຍັງຕ່ຳ ພ້ອມທັງ ຂາດຄຸນນະພາບ ແລະຜູ້ເປັນພໍ່ແມ່ ທີ່ປະກອບ ອາຊີບກະສິກັມ ບໍ່ສາມາດ ສົ່ງລູກເຕົ້າ ເຂົ້າຮຽນຕາມກຳນົດ ເວລາໄດ້ ເພາະຕ້ອງການຄວາມ ຊ່ວຍເຫລືອ ຈາກລູກ ໃນຣະດູດຳນາ ແລະ ຣະດູເກັບກ່ຽວ.
ດັ່ງນັ້ນຈຶ່ງເຮັດ ໃຫ້ການ ປະຕິຮູບການ ສຶກສາຢູ່ ສປປລາວ ຍັງຊັກຊ້າ ບໍ່ທັນກັບຄວາມ ຮຽກຮ້ອງຕ້ອງການ ຕົວຈິງ ໃນການສ້າງ ຖັນແຖວ ນັກຮຽນຮູ້ ປັນຍາຊົນ ແລະ ນັກວິຊາຊີບ ເພື່ອຕອບສນອງ ຄວາມຕ້ອງການ ທີ່ເພີ່ມຂຶ້ນ ຂອງການພັທນາ ປະເທດ ໃນໄລຍະໃໝ່ນີ້.