ການບໍຣິຫາຣຂອງພາຄຣັຖ ຍັງສ້າງບັນຫາໃນການພັທນາ
2010.06.14
ໃນພິທີກາຣໄຂ ກອງປະຊຸມ ສມັຍສາມັນຄັ້ງທີ່ 9 ຂອງ ສະມາຊິກສະພາ ແຫ່ງຊາຕຊຸດທີ່ 7 ມື້ທຳອິດໃນ ວັນຈັນທີ່ 14 ມີຖຸນານີ້ນັ້ນ ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ວ່າ ກາຣທີ່ໜ່ວຍງານ ພາຄຣັຖ ບໍ່ສາມາດແກ້ໄຂ ບັນຫາຄວາມສັບສົນ ໃນກາຣບໍຣິຫາຣ ຮ່ວມກັນ ແລະ ກາຣທີ່ພນັກງານ ບາງສ່ວນບໍ່ ປະຕິບັຕຕາມ ໜ້າທີ່ນັ້ນ ເຮັດໃຫ້ມີກາຣ ສູນເສັຽ ງົບປະມານ ໃນກາຣພັທນາ ຕາມໂຄງກາຣທີ່ ທາງຣັຖບາລໄດ້ ວາງໄວ້ແລະ ເຮັດໃຫ້ເສຖກິຈ ບໍ່ສາມາດ ເຕີບໂຕ ເທົ່າທີ່ຄວນ ຈື່ງຈະຕ້ອງໃຫ້ ມີກາຣແກ້ໄຂ:
“ກາຣແກ້ໄຂຄວາມ ຫຍຸ້ງເຫຍີງຊໍ້າຊ້ອນ ໃນຣະບຽບກາຣ ແລະກົລໄກກາຣ ບໍຣິຫາຣຮວມ ທັ້ງກາຣສວຍໂອກາສ ສໍ້ຣາສບັງຫລວງ ກາຣຟຸ້ມເຟືອຍ ໃນຂັ້ນແຖວ ພນັກງານ ຈຳນວນໜຶ່ງ ຍັງບໍ່ທັນ ເຂັ້ມງວດແທ້”.
ພ້ອມດຽວກັນນີ້ ທ່ານກໍວ່າ ເຖິງແມ່ນໃນຣະຍະ 6-7 ປີຜ່ານມາ ເສຖກິຈລາວ ຈະສາມາດ ເຈຣີນເຕີບໂຕ ໃນຣະດັບ 5-8% ຕລອດມາກໍຕາມ ແຕ່ສະພາບຕົວຈິງ ແລ້ວ ທາງພາຄຣັຖ ຍັງມີຄວາມສັບສົນ ໃນກາຣປະຕິບັຕ ງານທີ່ຊ້ຳຊ້ອນ ເລື່ອມລ້ຳກັນ ແລະ ກາຣສໍ້ຣາສບັງຫລວງ ຂອງຝ່າຍຣັຖກອນ ຈຳນວນໜຶ່ງ ທີ່ເປັນຜົລ ສະທ້ອນ ໂດຽກົງຕໍ່ໂຄງກາຣ ລົງທຶນ ຂອງຣັຖບາລ ທີ່ເປັນສິ່ງສຳຄັນ ໃນກາຣພັທນາ ເສຖກິຈຄຽງຄູ່ກັນ ໄປກັບກາຣ ລົງທຶນຂອງເອກຊົນ.
ສະພາບກາຣຫຍໍ້ທໍ້ ຈະພົບເຫັນ ຢູ່ຕາມໂຄງກາຣ ຕ່າງໆເຊັ່ນ: ໂຄງກາຣສ້າງ ຖນົນຫົນທາງ ກາຣເຊື່ອມໂຍງ ຕານ່າງໄຟຟ້າ ໂຄງກາຣສົ່ງເສີມ ກະສິກັມແລະອື່ນໆ ທີ່ບໍ່ມີ ປະສິທທິຜົລດີ ເທົ່າທີ່ຄວນ ຍ້ອນກາຣຮົ່ວໄຫລ ຂອງເງິນງົບປະມານ ດັ່ງທີ່ ນາຍົກຣັຖມົນຕຣີ ສປປລາວ ໄດ້ກ່າວເພີ່ມວ່າ:
“ກາຣຄຸ້ມຄອງ ໂຄງກາຣລົງທຶນ ຂອງຣັຖໃຫ້ເປັນ ໄປຕາມແຜນ ຍັງບໍ່ທັນສັກສິທ ເຂັ້ມງວດ ກາຣນຳໃຊ້ພື້ນຖານ ໂຄງຮ່າງ ທາງດ້ານເສຖກິຈ ສັງຄົມ ຍັງໃຫ້ຜົລຕອບແທນ ບໍ່ສູງເທົ່າທີ່ຄວນ”.
ຢ່າງໃດກໍຕາມ ຜູ້ນຳ ສປປລາວ ໄດ້ກ່າວເນັ້ນວ່າ: ເຖິງງແມ່ນໃນ ຣະຍະຜ່ານມາ ທາງຣັຖບາລ ຈະບໍ່ສາມາດແກ້ ໄຂບັນຫາ ທີ່ສົ່ງຜົລສະທ້ອນ ຕໍ່ກາຣພັທນາ ຕລອດມາກໍຕາມ ແຕ່ທາງຣັຖບາລ ກໍຈະເຂັ້ມງວດ ກວດກາແລະປ້ອງກັນ ບັນຫາດັ່ງກ່າວ ນີ້ໃນຂັ້ນຕໍ່ໄປ.