ສັດລ້ຽງໃນວຽງຈັນ ລົ້ມຕາຍ ຢ່າງບໍ່ຮູ້ສາຫາດ

ສັດລ້ຽງຂອງ ປະຊາຊົນ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໄດ້ລົ້ມຕາຍ ຈໍານວນຫຼວງຫຼາຍ ໃນລະຍະ ນື່ງເດືອນກວ່າ ຜ່ານມາ ຊຶ່ງຍັງບໍ່ຮູ້ ສາເຫດທີ່ ແນ່ນອນເທື່ອ.
ມະນີຈັນ
2010.06.14

ສັດລ້ຽງຂອງ ປະຊາຊົນເປັນຕົ້ນ ແມ່ນງົວ ໃນເຂດບ້ານໂຊກໃຫຍ່ ເມືອງໄຊເສດຖາ ແລະບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ລົ້ມຕາຍໄປ ກວ່າຫ້າສິບໂຕ ໃນລະຍະນຶ່ງ ເດືອນກວ່າຜ່ານມາ ໂດຍບໍ່ຮູ້ສາເຫດ ແຕ່ຍັງບໍ່ມີ ໜ່ວຍງານໃດ ເຂົ້າໄປແກ້ໄຂເທື່ອ -ຕາມຄໍາເວົ້າຂອງ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ:

ເມື່ອບໍ່ເທົ່າໃດມື້ ຜ່ານມາ ໃນເຂດ ບ້ານດັ່ງກ່າວ ໄດ້ພົບຊາກງົວ ຢູ່ຕາມທົ່ງນາ ຊຶ່ງບາງໂຕຕາຍ ມາໄດ້ຫລາຍວັນ ສົ່ງກິ່ນເໝັນ ຢ່າງຮ້າຍແຮງ ບາງຕົວກໍຕາຍໃໝ່ໆ.  ຊາວບ້ານຄົນນຶ່ງ ບອກວ່າງົວຂອງລາວ ຕາຍໄປແລ້ວ 3 ໂຕ ລ້ວນແຕ່ເປັນ ງົວໃຫຍ່ ແລະແຂງແຮງດີ ແຕ່ຢູ່ບໍ່ຢູ່ ກໍລົ້ມຟຸບລົງ ຄ້າຍກັບວ່າ ມັນໄດ້ຮັບ ສານພິດແນວໃດ ແນວນຶ່ງ.

ທ່ານ ບຸນທັນ ຫົວໜ້າກອງຫລອນ ບ້ານ  ສະພັງຄະນົງ ຊຶ່ງມີງົວ ຕາຍແລ້ວ 10 ກວ່າໂຕນັ້ນ ເວົ້າວ່າ ທາງການປົກຄອງບ້ານ ໄດ້ນໍາເອົາເຈົ້າໜ້າທີ່ ສັຕວະແພດມາ ກວດກາ ເມື່ອໄວໆມານີ້ ແລະໄດ້ພົບວ່າ ງົວຕາຍຍ້ອນໄດ້ ຮັບສານພິດເຄມີ ພ້ອມທັງຫ້າມ ປະຊາຊົນ ກິນຊີ້ນງົວ ທີ່ຕາຍ ຢ່າງເດັດຂາດ.

ສ່ວນທ້າວເອບ ຊາວບ້ານໂຊກໃຫຍ່ ບອກວ່າ ໃນແຕ່ລະວັນ ບໍ່ມີແຕ່ງົວ ລົ້ມຕາຍ 2-3 ໂຕ ແຕ່ສັດນໍ້າອື່ນໆ ເປັນປູປາຫອຍ ຢູ່ຕາມຫ້ວຍຮ່ອງ ຄອງບຶງ ໃນເຂດນັ້ນ ກໍຕາຍຄືກັນ.

ບັນຫາທີ່ເກີດຂຶ້ນນັ້ນ ຊາວບ້ານ ຕ່າງກໍເຊື່ອວ່າ ເປັນຜົລທີ່ອາດ ເກີດຈາກ ໂຮງງານຫລອມໂລຫະ ແຫ່ງນຶ່ງ ຂອງນັກລົງທຶນຕ່າງປະເທດ ໃນເຂດບ້ານນັ້ນເອງ.  ຊາວບ້ານ ເວົ້າວ່າ ເມື່ອໃດໂຮງງານ ແຫ່ງນີ້ດໍາເນີນການຜລິດ  ກໍຈະມີຄັວນ ສີດໍາ ແລະສີເຫລືອງ ພຸ່ງກະຈາຍອອກມາ ຢ່າງຫລວງຫລາຍ ໃນທັນທີ.  ພ້ອມສົ່ງກິ່ນ ຂິວຢ່າງແຮງ ໄປທົ່ວ. ຢູ່ຕາມຕົ້ນໄມ້ ໃບຫຍ້າແລະ ໜ້າດິນ ກໍມີຝຸ່ນລະອອງ ສີເທົາຈັບຢູ່ເຕັມ ໄປໝົດ ເຮັດໃຫ້ຊາວບ້ານ ຫັນໃຈຝືດ ແສບຕາ ແລະອິດເມື່ອຍ. ບາງຄົນ ສຸຂພາບບໍ່ແຂງແຮງ ໂດຍສະເພາະເດັກນ້ອຍ ຫລືຄົນເຖົ້າຄົນແກ່ ເກີດອາການຮາກ ອອກມາກໍມີ.  ປະຊາຊົນ ໃນແຖບບ້ານ ເຫລົ່ານີ້ ຕ້ອງການໃຫ້ ທາງການໄປຊ່ວຍເຫລືອ ແກ້ໄຂຢ່າງຮີບດ່ວນ. 















































ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.