ເຣື້ອງທີ່ເກັບບັນທຶກໄວ້
2009-07-13
ຢູ່ລາວ ມີຄົນເປັນ ໄຂ້ເລືອດອອກ ທັງໝົດ 1832 ກໍຣະນີ ແຕ່ເດືອນ ມົກກະຣາ ຫາເດືອນ ກໍຣະກະດາ ເສັຽຊີວິດ 5ກໍຣະນີ ແລະ ມີແນວໂນ້ມ ສູງຂຶ້ນກວ່າ ປີ 2008.
2009-07-10
ຊາວວີເກີ ແລະຊາວຮັ້ນ ປະທະກັນຢ່າງແຮງ ຢູ່ແຂວງຊີນຈ່ຽງ ໃນພາກຕາວັນຕົກ ສຽງເໜືອຂອງຈີນ. ອາວະຣີ ຈະສເນີ ເຫດການແລະສາຍເຫດ ທີ່ພາໃຫ້ເກີດການ ປະທະກັນ ດັ່ງກ່າວ....
2009-07-10
ສປປລາວ ພ້ອມທີ່ຈະເປັນ ລາສ ເວກາສ ອັນດັບສອງ ຂອງ ເອເຊັຍ ແລ້ວບໍ່ ຫລັງຈາກ ມາກາວ? ທາງການ ຈຶ່ງມີນະໂຍບາຍ ເລັ່ງອະນຸມັດ ໃຫ້ສັມປະທານ ຂຍາຍສ້າງ ກາຊີໂນ ທົ່ວທຸກພາກ ໃນລາວ. ໂພໄຊສວັດ ມີລາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ....
2009-07-10
ໂຮງງານ ກັ່ນເຄືອແຫນ ໃນເຂດເມືອງນອງ ແຂວງສວັນນະເຂດ ປ່ອຍນໍ້າເສັຽລົງ ສູ່ແມ່ນໍ້າ ສົ່ງຜົລໃຫ້ປາຕາຍ ແລະປະຊາຊົນ ເປັນໂຣກຜິວໜັງ.
2009-07-10
ບັນຫາຄ່າຄອງຊີບ ທີ່ສູງໃນລາວ ແລະແຜນການ ແກ້ໃຂຂອງ ກະຊວງ ອຸດສາຫະກັມ ແລະການຄ້າ ຖືກຍົກມາ ໂຕ້ຖຽງກັນ ໃນຊ່ວງກອງ ປະຊຸມສະພາ ຈາກສະມາຊີກ ສະພາແຫ່ງຊາດ ທ່ານນື່ງ ທີ່ຕ້ອງການ ຄຳຕອບ.
2009-07-10
ໂລກມະນຸດ ໄດ້ມີບາດກ້າວ ທີ່ສໍາຄັນ ສູ່ການຕົກລົງ ຈໍາກັດພາວະໂລກຮ້ອນ. ຕາມຄໍາເວົ້າຂອງ ປະທານາທິບໍດີ ສະຫະຣັດ ອະເມຣິກາ Barack Obama ຂນະທີ່ ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-moon ບອກວ່ານັ້ນຍັງ ບໍ່ພຽງພໍເທື່ອ.
2009-07-10
ຣັຖບານລາວ ໂຈະການຂຍາຍ ພື້ນທີ່ ສັມປະທານທີ່ດິນ ໃຫ້ໂຄງການ ປູກຢາງພາຣາ ໃນແຂວງສາຣະວັນ.
2009-07-10
ແຂວງບໍຣິຄໍາໄຊ ຈະຂຍາຍຕານ່າງ ໄຟຟ້າໄປສູ່ອີກ 4ໝູ່ບ້ານ ໃນເມືອງຄໍາເກີດ ລູນຫລັງໄດ້ຮັບ ງົບປະມານ ສນັບສນູນ ຈາກບໍຣິສັດ ເທີນຫີນບູນ Power.
2009-07-10
ປະຊາຊົນ ໃນແຂວງຜົ້ງສາລີ ເສັຽຊີວີຕໄປ ບໍ່ຕໍ່າກວ່າ 10 ຄົນໃນແຕ່ລະປີ ຍ້ອນບໍ່ຮູ້ວີທີ ກາຣໃຊ້ ຢາຂ້າແມງໄມ້.
2009-07-09
ວຽດນາມ ສນັບສນູນ ການເອົາມາຕການ ປາບປາມການ ຈະຣາຈົນ ຢູ່ແຄວ້ນ ຊີນຈຽງຂອງຈີນ.
2009-07-09
ການກໍ່ສ້າງ ສນາມກິລາ ແຫ່ງຊາດ ແລະບ້ານພັກ ນັກກິລາ ຂອງລາວ ໄດ້ຫລາຍກວ່າ 90 ສ່ວນຮ້ອຍ ແລະຄາດວ່າ ຈະສຳເຣັດ ກ່ອນເດືອນ ຕຸລາ ທີ່ຈະມາເຖິງ ເພື່ອການແຂ່ງຂັນ ກິລາ ຊີເກມ ຄັ້ງທີ 25.
2009-07-09
ໃນຣາຍການ ຕອບຈົດໝາຍ ປະຈຳສັປດານີ້ ທ່ານຈະໄດ້ຟັງ ໄມຊູລີ ຕອບ ຈ.ມ ຂອງແຟນຣາຍການ ຫລາຍສະບັບ ເປັນຕົ້ນ:ຈົດໝາຍຂອງ ພຣະອາຈານ ກອນກັນ ກົດປຸນໂຍ ຈາກປະເທດໄທ, ຍາປ້າແພງ ຈັນສີສຸກ ຈາກເມືອງ Portland Oregon, ທ້າວ ວ່າງ ຄຳແກ້ວ ຈາກ Australia, "ເຂົ້າໜຽວ" ຈາກເມືອງ Rockford IL. ແລະ ກອນລາວ "ວຽງຈັນ ຫລື ວັງຈີນ" ແຕ່ງໂດຍ ຂຽດຂາຄຳ ທັມມະວົງສາ ຕິດຕາມດ້ວຍເພງ "ເຕືອນໃຈລາວ" ຂອງຄນະສິລປິນ ຕ່າງແດນ ທີ່ປະເທດຝຣັ່ງເສດ.
2009-07-09
ບັນຫາ ຢາເສບຕິດ ເປັນໄພຂົ່ມຂູ່ຕໍ່ ສຸຂພາບ ຂອງປະຊາຊົນ ແລະຕໍ່ຄວາມໝັ້ນຄົງ ຂອງສັງຄົມ ດັ່ງນັ້ນ ບັນດາປະເທດ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ໃນທົ່ວໂລກຈຶ່ງ ພ້ອມພາກັນ ເອົາໃຈໃສ່ແກ້ໄຂ. ຢູ່ ສປປລາວ ກໍມີຄວາມ ພຍາຍາມ ແລະໃຊ້ ມາຕການສະກັດກັ້ນ ປາບປາມ ແຕ່ກໍຍັງເຫັນວ່າ ມີການລັກລອບ ຜລິດຄ້າຂາຍ ແລະຊົມໃຊ້ ຢາເສບຕິດ ຢ່າງຫລວງຫລາຍ ແລະມີທ່າອ່ຽງ ເພີ່ມຂື້ນ. ຈຳປາທອງ ມີບົດລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ.
2009-07-09
ອົງກາຣປົກປ້ອງ ສິທທິມະນຸສຍະຊົນ ວ່າ ທາງກາຣ ສປຈີນ ຄວນທີ່ຈະແກ້ໄຂ ບັນຫາຄວາມຄັດແຍ່ງ ເຄັ່ງຕືງ ໃນແຂວງຊີນຈ໋ຽງ ທາງພາຄ ຕາເວັນຕົກ ຂອງຈີນ.
2009-07-09
ສະມາຊິກ ສະພາແຫ່ງຊາດ ຮຽກຮ້ອງ ໃຫ້ຣັຖບານ ແກ້ໃຂບັນຫາການ ຂຸດຄົ້ນແຮ່ທາດ ໃນແຂວງຄໍາມ່ວນ ທີ່ເຮັດໃຫ້ ມີສີ່ງເສຕເຫລືອ ເປິະເປື້ອນລົງສູ່ ແຫລ່ງນໍ້າ ຊຶ່ງສົ່ງຜົລກະທົບ ຕໍ່ຊີວິດ ປະຊາຊົນ ຢ່າງຍາວນານ.