ສນາມກິລາ ແຫ່ງຊາດ ໃກ້ຈະສຳເຣັດແລ້ວ
2009.07.09

ທ່ານ ຊົມພູ ພົງສາ ຮອງປະທານ ຄນະກັມມະການ ກິລາແຫ່ງຊາດ ເຜີຍໃຫ້ຮູ້ວ່າ ການກໍ່ສ້າງນັ້ນ ມີຄວາມ ກ້າວໜ້າຫລາຍ:
“ທາງດ້ານສນາມໃຫຍ່ ໂດຍສະເພາະ Sports Complex ນີ້ 90% ແລະ ຍັງແຕ່ການ ຕົກແຕ່ງ ແລະຕິດຕັ້ງ ອຸປກອນ. ສ່ວນບ້ານພັກໄປ ກວດເບິ່ງໄປຮອດ 95% ແລະຍັງ ແຕ່ພິທີມອບ ບ້ານພັກໃຫ້ຝ່າຍ ຄນະກັມມະການ ຈັດງານ ຖືວ່າບໍ່ມີບັນຫາ ກະປະມານ ກ່ອນໜ້າ ເດືອນ10 ທຸກຢ່າງນີ້ ກໍພ້ອມ 100%.”
ທ່ານວ່າການ ກໍ່ສ້າງ ສນາມກິລາ ຄົບຊຸດ ທີ່ຈີນຊ່ວຍສ້າງ ໃຫ້ນັ້ນ ປະກອບດ້ວຍ ສນາມກິລາ ແຫ່ງໃໝ່ ທີ່ບັນຈຸໄດ້ 20.000ຄົນ ຕຶກສຳລັບ ແຂ່ງຂັນກິລາ ໃນຮົ່ມ 2ຫລັງ ສນາມຍິງປືນ ເດີ່ນເທນນິສ ແລະ ສະລອຍນ້ຳ ຊຶ່ງທັງໝົດທີ່ ວ່າຈະສ້າງ ໃຫ້ແລ້ວໃນເດືອນ ກັນຍາ ນັ້ນແມ່ນວ່າຈະ ແລ້ວໃນເດືອນ ຕຸລາ ແລະສ່ວນອື່ນໆ ກໍວ່າຈະໃຫ້ ແລ້ວທັນກັບຊ່ວງ ທີ່ຄນະກັມມະການ ກິລາແຫ່ງຊາດລາວ ຈະເຊີນຄນະ ຜູ້ແທນຈາກ ປະເທດສະມາຊິກ ຊີເກມ ເຂົ້າມາກວດສອບ ຄັ້ງສຸດທ້າຍ.
ແຕ່ກໍຍັງມີ ສນາມກິລາ ອີກ2ແຫ່ງ ທີ່ຈະຕ້ອງໄດ້ ເລັ່ງກໍ່ສ້າງເພື່ອ ໃຫ້ສຳແລ້ວຕາມ ເປົ້າໝາຍດັ່ງກ່າວ ດັ່ງທີ່ທ່ານ ຊົມພູ ເວົ້າວ່າ:
“ຍັງສນາມແຂ່ງຂັນ ຍັງ2ສນາມ ທີ່ຈະຕ້ອງແລ້ວ ໃນເດືອນຕຸລາ ສນາມນຶ່ງທີ່ເປັນ ສນາມ ແຂ່ງຂັນມວຍ ນັ້ນແມ່ນດ້ວຍ ການຊ່ວຍເຫລືອ ຈາກຣັຖບານໄທ ຫັ້ນລະ ສນາມນຶ່ງ ເປັນສນາມ ແຂ່ງຂັນຍູໂດ ຄາຣາເຕ ຂອງຍີ່ປຸ່ນນີ້ ຈະແລ້ວໃນເດືອນ ຕຸລາ ເໝືອນກັນ.”
ໃນການກໍ່ສ້າງ ສນາມກິລາ ສຳລັບການ ແຂ່ງຂັນກິລາ ຊີເກມ ຄັ້ງທີ25 ທີ່ນະຄອນຫລວງ ວຽງຈັນ ແຕ່ວັນທີ9 ຫາວັນທີ18 ທັນວາ 2009 ນັ້ນຣັຖບານ ສປປລາວ ໄດ້ຮັບການຊ່ວຍ ເຫລືອຈາກ ຕ່າງປະເທດ ເປັນສ່ວນໃຫຍ່ ໃນນັ້ນຮວມທັງ ສນາມກິລາ ແຫ່ງຊາດອັນໃໝ່ ທີ່ຈີນໃຫ້ການ ຊ່ວຍຫລືອ ແບບມີເງື່ອນໄຂ ຫລາຍກວ່າ 90ລ້ານໂດລາ ສະຫະຣັດ ເພື່ອແລກປ່ຽນ ກັບການທີ່ ຣັຖບານລາວ ຕ້ອງໃຫ້ຈີນ ສັມປະທານ ທີ່ດິນເຂດບຶງ ທາດຫລວງ ອັນມີພື້ນທີ່ ກ້ວາງຂວາງ ແລະນານເຖິງ 50ປີ ສຳລັບໂຄງການ ພັທນາ ເຂດເມືອງໃໝ່ ໃນນະຄອນ ຫລວງວຽງຈັນ.