ວຽດນາມສນັບສນູນ ຣັດເຊັຽວ່າ ເປັນເລື້ອງພາຍໃນ
2009.07.09

ແຫລ່ງຂ່າວທາງການ ວຽດນາມ ລາຍງານເມື່ອ ວັນພຸດນີ້ວ່າ ທາງການວຽດນາມ ເຫັນວ່າຣັຖບານ ຈີນ ເຮັດຖືກຕ້ອງໃນ ການເອົາມາຕການ ຮັກສາຄວາມສງົບ ຮຽບຮ້ອຍ ຂອງຊຸມຊົນ ແລະ ສ້າງຄວາມທຸ່ນທ່ຽງ ໃນສັງຄົມຢູ່ເມືອງ ຢູຣຳກີ ເມືອງເອກ ພາກຕາເວັນຕົກ ສ່ຽງເໜືອ ແຂວງຊິນຈຽງ ເຂດປົກຄອງ ວີເກີ້ ຫລັງຈາກເກີດການ ຈະຣາຈົນ ຊົນເຜົ່າທີ່ມີ ຜູ້ເສັຍ ຊີວິດຮອດ 156ຄົນ ບາດເຈັບ ກວ່າ1ພັນຄົນ.
ໂຄສົກກະຊວງ ການຕ່າງປະເທດ ວຽດນາມ ທ່ານ ເລຈຸງ ກ່າວຕອບຄຳຖາມ ຜູ້ສື່ຂ່າວ ເມື່ອວັນອັງຄານ ຜ່ານມາທີ່ວ່າ ວຽດນາມ ມີຄວາມຄິດເຫັນ ຈັ່ງໃດກັບ ສະຖານະການ ຢູ່ເມືອງ ຢູຣຳກີ ປະເທດຈີນ ໃນປັດຈຸບັນ.
ທ່ານ ຈຸງ ກ່າວຕໍ່ໄປວ່າ ວຽດນາມ ຕິດຕາມເຫດການ ເກີດຂື້ນດັ່ງກ່າວ ຢ່າງໃກ້ຊິດ.
ໃນຂນະດຽວກັນ ຣັຖມົນຕຣີຕ່າງ ປະເທດ ຣັດເຊັຍ ກໍກ່າວຫວັງວ່າ ຣັຖບານຈີນ ຈະສາມາດ ຄວບຄຸມ ສະຖານະການ ຮຸນແຮງໃຫ້ເປັນ ປົກກະຕິໄດ້ ໂດຍໄວ.
ນອກຈາກນີ້ຍັງ ເພີ້ມອີກວ່າ ຣັດເຊັຍເຫັນວ່າ ຊິນຈຽງເປັນພາກ ສ່ວນນຶ່ງຂອງຈີນ ທີ່ຈະແຍກອອກ ຈາກກັນບໍ່ໄດ້ ແລະເຫດການ ທີ່ເກີດຂື້ນໃນ ຊິນຈຽງ ເປັນເຣື້ອງ ພາຍໃນ ຂອງຈີນ.